ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄ້າຍຝຶກກຸ່ມ al-Shabab ຖືກທຳລາຍ ຫຼັງຈາກ ການໂຈມຕີ ທາງອາກາດ


ກໍາລັງ​ສະຫະພາບອາ​ຟຣິກາ ​ໃນໂຊ​ມາ​ເລຍ ​ໄດ້​ທໍາການ​ໂຈມ​ຕີ​
ຄ້າຍ​ເຝິກ​ແອບ ​ກຸ່ມກໍ່​ການ​ຮ້າຍ al shabab ໃນໂຊມາເລຍ
ກໍາລັງ​ສະຫະພາບອາ​ຟຣິກາ ​ໃນໂຊ​ມາ​ເລຍ ​ໄດ້​ທໍາການ​ໂຈມ​ຕີ​ ຄ້າຍ​ເຝິກ​ແອບ ​ກຸ່ມກໍ່​ການ​ຮ້າຍ al shabab ໃນໂຊມາເລຍ
ກໍາລັງ​ສະຫະພາບອາ​ຟຣິກາ ​ໃນໂຊ​ມາ​ເລຍ ​ໄດ້​ທໍາການ​ໂຈມ​ຕີ​
ຄ້າຍ​ເຝິກ​ແອບ​ກຸ່ມກໍ່​ການ​ຮ້າຍ al-Shabab ອັນ​ເປັນ​ພາກ​ສ່ວນ
ນຶ່ງ​ໃນ​ການ​ສືບ​ຕໍ່ດໍາ​ເນີນ​ຄວາມ​ພະຍາຍາມ​ ເຮັດ​ໃຫ້​ກຸ່​ມຫົວ​ຮຸນ​
ແຮງນີ້ ອ່ອນ​ເພຍ​ລົງ.

​ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ ທີ່​ສັງກັດ ​ຢູ່​ໃນ​ກໍາລັງ ສະຫະພາບອາ​ຟຣິກາ
ກ່າວ​ຕໍ່ ວີ​ໂອ​ເອ ພະ​ແນ​ພາສາໂຊ​ມາ​ເລຍ ​ໃນ​ວັນ​ພະຫັດ​ວານ​
ນີ້​ວ່າ ຄ້າ​ຍ​ເຝິກ​ແອບຂອງ​ພວກ​ຫົວ​ຮຸນແຮງ ຕັ້ງ​ຢູ່ໃນ​ເຂດ Din-
soor ​ທາງພາກ​ໃຕ້​ຂອງໂຊມາ​ເລຍ.

ກະຊວງ​ປ້ອງ​ກັນ​ປະ​ເທດເຄັນ​ຢາ ກ່າວ​ວ່າ ທະຫານ​ຂອງ​ຕົນ ທີ່
ສັງກັດຢູ່​ໃນກອງກຳລັງ​ປະຕິບັດ​ງານ​ສະຫະພາບອາ​ຟຣິກາ ​ໄດ້
​ທຳການ​ໂຈມ​ຕີທີ່​ລາຍ​ງານ​ແຈ້ງວ່າ ​ເປັນ​ໂຈມ​ຕີ​ທາງ​ອາກາດ​ຕໍ່
ຄ້າຍ​ເ​ຝິກແອ​ບຂອງ​ກຸ່ມ al-Shabab ຊຶ່ງ​ “​ໄດ້ຖືກທໍາລາຍ​ຢ່າງ​
ຮາ​ບຄາບ.”

ລາຍ​ງາ​ນກ່າວ​ວ່າ ມີ​ສະມາຊິກ​ກຸ່ມ al-Shabab ທີ່​ຖືກ​ເກນ​ມາ
ຫຼາຍກວ່າ 300 ຄົນ ຢູ່ໃນຄ້າຍເຝິກ​ແອບ ​ໃນ​ເວລາ​ທີ່​ມີໂຈມ​ຕີແລະ​ເຊື່ອ​ກັນ​ວ່າມີ​ຫລາຍໆ​
ຄົນ​ໄດ້​ຖືກສັງຫານ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເຄັນ​ຢາກ່າວ​ວ່າ ພວກ​ນັກ​ລົບ al-Shabab ​ທີ່​ໂຈມ​ຕີສູນ​ການ​ຄ້າ​
ໃນ​ນະຄອນຫຼວງ Nirobi ​ເມື່ອ​ເດືອນ​ແລ້ວ​ນີ້ ​ໄດ້​ຮັບ​ການ​ເຝິກ​ແອບ​ຢູ່ທີ່ຄ້າຍ​ແຫ່ງ​ນີ້.
XS
SM
MD
LG