ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກອາລ-ຊາເດີ ໄດ້ຊະນະບ່ອນນັ່ງເພີ້ມຂຶ້ນ ຢູ່ໃນການປ່ອນບັດເລືອກຕັ້ງສະພາອີຣັກ


ເຈົ້າໜ້າທີ່ເລືອກຕັ້ງຄົນນຶ່ງ ເຮັດວຽກຢູ່ໜ່ວຍປ່ອນບັດ ລະຫວ່າງການເລືອກຕັ້ງສະພາ ໃນນະຄອນແບັກແດດ ອີຣັກ ວັນທີ 10, 2021.
ເຈົ້າໜ້າທີ່ເລືອກຕັ້ງຄົນນຶ່ງ ເຮັດວຽກຢູ່ໜ່ວຍປ່ອນບັດ ລະຫວ່າງການເລືອກຕັ້ງສະພາ ໃນນະຄອນແບັກແດດ ອີຣັກ ວັນທີ 10, 2021.

ພັກຂອງນັກ​ສອນ​ສາສະໜາ ມັອກຕາດາ ອາລ-ຊາເດີ (Moqtada al-Sadr) ເປັນພັກທີ່
ໄດ້ຮັບຄະແນນສຽງຫຼາຍທີ່ສຸດໃນການເລືອກຕັ້ງສະພາຂອງອີຣັກ ອີງຕາມຜົນໃນຂັ້ນຕົ້ນ
ທີ່ໄດ້ມີການເປີດເຜີຍໃນວັນຈັນວານນີ້.

ການນັບຄະແນນສຽງເປັນບາງສ່ວນສະແດງໃຫ້ເຫັນວ່າ ນັກສອນສາສະໜາອິສລາມ ນິ
ກາຍຊີໄອທ໌ ທ່ານນີ້ ໄດ້ຊະນະຫຼາຍກວ່າ 70 ບ່ອນນັ່ງຂອງສະພາແຫ່ງຊາດ ທີ່ມີທັງໝົດ
329 ບ່ອນນັ່ງຂອງອີຣັກ.

ພັກຂອງທ່ານອາລ-ຊາເດີ ກ່າວວ່າຕົນໄດ້ໄຊຊະນະ 73 ບ່ອນນັ່ງ ເພີ້ມຂຶ້ນຈາກ 54 ບ່ອນ
ນັ່ງ ແລະເຮັດໃຫ້ມີອິດທິພົນຢູ່ໃນການປະກອບລັດຖະບານຊຸດໃໝ່.

ອົງການຂ່າວຣອຍເຕີ ກ່າວວ່າ ອະດີດນາຍົກລັດຖະມົນຕີນູຣີ ອາລ-ມາລີກີ ປາກົດວ່າໄດ້
ຮັບຄະແນນສຽງຫຼາຍເປັນທີສອງໃນລະຫວ່າງບັນດາພັກນິກາຍຊີໄອທ໌ ອີງຕາມຜົນການ
ນັບຄະແນນສຽງໃນຂັ້ນຕົ້ນ.

ບັນດາກຸ່ມຊີໄອທ໌ ໄດ້ຄອບງໍາການເມືອງອີຣັກ ນັບແຕ່ການຕົກຈາກອຳນາດຂອງຜູ້ນຳຊຸນ
ນີ ຊາດດຳ ຮຸສເຊນ (Saddam Hussein) ໃນປີ 2003.

ການປ່ອນບັດໃນວັນອາທິດທີ່ຜ່ານມາ ໄດ້ເຮັດໃຫ້ມີການອອກໄປປ່ອນບັດຕໍ່າ ເປັນປະ
ຫວັດການໃນການເລືອກຕັ້ງສະພາ ຊຶ່ງມີພຽງແຕ່ 41 ເປີເຊັນເທົ່ານັ້ນ ອີງຕາມຄະນະກຳມາ
ທິການເລືອກຕັ້ງອີຣັກຄືຕໍ່າກວ່າ 44.5 ເປີເຊັນຊຶ່ງມີການບັນທຶກໄວ້ໃນປີ 2018 ເປັນການ
ປ່ອນບັດທີ່ມີຜູ້ໄປລົງຄະແນນສຽງຕ່ຳແບບບໍ່ເຄີຍມີມາກ່ອນ.

ການເລືອກຕັ້ງໄດ້ຈັດຂຶ້ນກ່ອນກຳນົດຫຼາຍເດືອນ ໃນການສະໜອງຕອບຕໍ່ການປະທ້ວງ
ຂອງພວກຊາວໜຸ່ມ ທີ່ຕໍ່ຕ້ານການສໍ້ລາດບັງຫຼວງ ແລະ ການບໍລິການແກ່ສາທາລະນະຊົນ
ທີ່ບໍ່ມີປະສິດທິພາບ. ພວກປະທ້ວງໄດ້ນຳເອົາຫຼາຍພັນຄົນລົງສູ່ຖະໜົນໃນທ້າຍປີ 2019
ແລະຕົ້ນປີ 2020 ດ້ວຍການເດີນຂະບວນປະທ້ວງຮຽກຮ້ອງໃຫ້ປະຕິຮູບການເລືອກຕັ້ງໃໝ່.

ເຖິງຢ່າງໃດກໍດີ ຕຳຫຼວດທັບມ້າງການປະທ້ວງ ຊຶ່ງໄດ້ເຮັດໃຫ້ເກືອບ 600 ຄົນ ເສຍຊີວິດ
ພ້ອມດ້ວຍຄວາມຮູ້ສຶກທີ່ຜິດຫວັງຢ່າງໃຫຍ່ຫຼວງກ່ຽວກັບກຸ່ມການເມືອງ ທີ່ເປັນຊົນຊັ້ນນຳ
ຂອງອີຣັກ ທີ່ໄດ້ພາພວກປະທ້ວງຫຼາຍໆຄົນໃນເວລາຕໍ່ມາຮຽກຮ້ອງໃຫ້ບອຍຄອດຂອງ
ການເລືອກຕັ້ງໃນປີນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG