ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ຈະຕາມລ່າ ແລະສັງຫານ ນາຍ Zawahri


ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Robert Gates (ຊ້າຍ) ແລະພົນເຮືອເອກ Mike Mullen ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ທີ່ນຳນຽບ 5 ແຈ (16 ມິຖຸນາ 2011)
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Robert Gates (ຊ້າຍ) ແລະພົນເຮືອເອກ Mike Mullen ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ທີ່ນຳນຽບ 5 ແຈ (16 ມິຖຸນາ 2011)

ສະຫະລັດໃຫ້ຄຳໝັ້ນສັນຍາວ່າ ຈະຈັບແລະສັງຫານຜູ້ນຳຄົນໃໝ່ຂອງກຸ່ມກໍ່ການຮ້າຍອາລ
ກາຍດາ ນາຍ Ayman al-Zawahri ດັ່ງດຽວກັນກັບຜູ້ນຳຄົນກ່ອນ ຂອງກຸ່ມດັ່ງກ່າວຄື
ນາຍ Osama bin Laden.

ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ພົນເຮືອເອກ Mike Mullen ໃຫ້ຄຳ
ໝັ້ນສັນຍາດັ່ງກ່າວໃນວັນພະຫັດວານນີ້ ໂດຍເວົ້າວ່າ ທ່ານໝໍຜ່າຕັດຊາວອີຈິບທີ່ໄດ້ກາຍ ເປັນຜູ້ນຳຂອງກຸ່ມກໍ່ການຮ້າຍຄົນນີ້ ຄວນຄາດຫວັງໄວ້ວ່າ ຈະໄດ້ຮັບການປະຕິບັດຕໍ່ແບບ
ດຽວກັນກັບນາຍ bin Laden. ໜ່ວຍກ້າຕາຍຂອງສະຫະລັດໄດ້ສັງຫານນາຍ bin La-
den ໃນການບຸກໂຈມຕີບ່ອນຫຼົບລີ້ຂອງຜູ້ກ່ຽວໃນປາກິສຖານເມື່ອຕົ້ນເດືອນພຶດສະພາຜ່ານ
ມາ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Robert Gates ໃຫ້ຂໍ້ສັງເກດວ່າ ກຸ່ມອາລກາຍດາຍັງສືບຕໍ່ມີຄວາມໝາຍໝັ້ນ ທີ່ຈະທຳການໂຈມຕີກໍ່ການຮ້າຍ ຕໍ່ສະຫະລັດ
ແລະຕໍ່ຜົນປະໂຫຍດ ຂອງປະເທດຕາເວັນຕົກອື່ນໆ ຕະຫຼອດທັງຂອງອິສຣາແອລນຳດ້ວຍ.
ແຕ່ທ່ານກ່າວວ່າ ນາຍ Zawahri ຂາດຄຸນສົມບັດພິເສດໃນການດຶງດູດໃຈຄົນທີ່ນາຍ bin
Laden ມີນັ້ນ. ທ່ານ Gates ເວົ້າວ່ານາຍ bin Laden ແມ່ນເປັນຜູ້ມັກລົງມືພົວພັນໃນ
ການປະຕິບັດງານຫຼາຍກວ່ານາຍ Zawahri.

ເຈົ້າໜ້າທີ່ອະວຸໂສທີ່ຂໍສະຫງວນນາມທ່ານນຶ່ງຂອງສະຫະລັດກ່າວວ່າ ນາຍ Zawahri ບໍ່ມີ ປະສົບພະການໃນການສູ້ລົບມາກ່ອນ ແລະຍັງຂາດຄວາມເປັນຜູ້ນຳທີ່ເຂັ້ມແຂງຫຼືຄວາມສາ
ມາດໃນການຈັດຕັ້ງ.

ໃນຕອນເຊົ້າຂອງວັນພະຫັດວານນີ້ກຸ່ມກໍ່ການຮ້າຍອາລກາຍດາປະກາດວ່ານາຍ Zawahri ຈະເຂົ້າຮັບຕຳແໜ່ງເປັນຜູ້ນຳຕາໜ່າງກໍ່ການຮ້າຍອາລກາຍດາໃນທົ່ວໂລກ.

XS
SM
MD
LG