ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການາດາ ຈັບຜູ້ຊາຍ 2 ຄົນ ທີ່ວາງແຜນ ກໍ່ການຮ້າຍ ໃສ່ ທາງລົດໄຟ (ວີດີໂອ)


ຫົວໜ້າໃຫຍ່ຕໍາຫລວດ ທ່ານນາງ Jennifer Stratchan (ຂວາ) ແລະ ກ່າວຕໍ່ກອງປະຊຸມນັກຂ່າວ ກ່ຽວກັບການຈັບກຸມ ຜູ້ຊາຍສອງຄົນ ທີ່ວາງແຜນກໍ່ການຮ້າຍ
ຫົວໜ້າໃຫຍ່ຕໍາຫລວດ ທ່ານນາງ Jennifer Stratchan (ຂວາ) ແລະ ກ່າວຕໍ່ກອງປະຊຸມນັກຂ່າວ ກ່ຽວກັບການຈັບກຸມ ຜູ້ຊາຍສອງຄົນ ທີ່ວາງແຜນກໍ່ການຮ້າຍ
ບັນດາ​ເຈົ້າ​ໜ້າທີ່ກາ​ນາ​ດາກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຈັບ ​ແລະ​ກ່າວ​ຫາ
ຜູ້ຊາຍ​ສອງ​ຄົນ ​ໃນ​ຖານ​ສົມຮູ້​ຮ່ວມ​ຄິດ​ ເພື່ອ​ທຳ​ການ​ໂຈມ​ຕີ​ກໍ່​ການ
​ຮ້າຍ​ໂດ​ຍ​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກກຸ່ມອາ​ລ​ໄຄ​ດາໃນອີຣ່ານ
ຕໍ່ລົດ​ໄຟ​ໂດຍສານ ​ໃນ​ເຂດ​ນະຄອນ Toronto.

ຕໍາຫລວດກາ​ນາ​ດາ​ ຫຼື The Royal Canadian Mounted ປະ
ກາດ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ ຂອງບັນດາ​ເຈົ້າ
​ໜ້າ​ທີ່ສະຫະລັດເຂົາ​ເຈົ້າຈຶ່ງສາມາດ​ຈັບທ້າວ Chiheb Esseghaier
ອາຍຸ 30 ປີ ​ແລະ​ທ້າວ Raed Jaser ອາຍຸ 35 ປີ ທີ່​ອາ​ໄສຢູ່​ໃນ​ນະ
ຄອນ Montreal ​ແລະຂົງ​ເຂດນະຄອນ Toronto ​ຕາມ​ລຳດັບ.

​ເຈົ້າ​ໜ້າ​ທີ່​ບໍ່​ໄດ້​ເປີດ​ເຜີ​ຍ​ໃຫ້​ຊາບ ກ່ຽວ​ກັບສັນຊາດ​ຂອງ​ຜູ້​ຕ້ອງ​ສົງໄສ
ທັງ​ສອງ. ທ່ານJames Maliza ຈາກ​ໜ່ວຍຕໍາຫລວດ​ຂອງ​ກາ​ນາ​
ດາກ່າວ​ວ່າ:

“ໃນ​ແຕ່ລະທຸກໆການ​ຈັບ​ກຸມ​ຜູ້​ກໍ່ການ​ຮ້າຍ​ ຂອງ​ໜ່ວຍຮັກສາ​ຄວາ​ປອດ​ໄພ​ແຫ່ງ​ຊາດທີ່ເຮັດ​ໄປ​ນັ້ນ​ແມ່ນ​ເປັນ​ການ​ສົ່ງ​ຄຳ​ເຕືອນແລະ​ສະ​ແດງ​ໃຫ້ ​ເຫັນ​ເຖິງ​ການ​ຕັດສິນ​ໃນ​ຢ່າງ​ແນ່​ວ​ແນ່​ອັນ​ເຂັ້ມ​ແຂງຂອງ​ພວກ​ເຮົາ ທີ່ກຳ ຈັດແບບຖອນ​ຮາກໄພ​ຂົ່ມຂູ່​ກໍ່​ການ​ຮ້າຍ​ແລະ​ເຮັດ​ໃຫ້ປະຊາຊົນກາ​ນາ​ດາ ​ແລະ​ພັນທະ​ມິດ​ຂອງ​ເຮົາມີ​ຄວາມ​ປອດ​ໄພ. ພວກ​ກະທໍາ​ຜິດ ຄວນ​ຮູ້​ວ່າ ​ເຮົາ​ຈະ​ສືບ​ຕໍ່​ການ​ປະຕິບັດ​ງານ ຢ່າງ​ຕັ້ງ​ອົກ​ຕັ້ງ​ໃຈ ເພື່ອ​ປ້ອງ​ກັນ ບໍ່​ໃຫ້ ສ່ວນບຸກຄົນ​ ​ເຂົ້າໄປພົວພັນ​ກັບ​ການ​ກໍ່​ການ​ຮ້າຍ.”

ການ​ຮັບ​ຟັງ​ຄໍາ​ໃຫ້ການ​ກ່ຽວ​ກັບ​ການປະກັນ​ໂຕຜູ້​ຕ້ອງ​ສົງ​ໄສ​ ຈະ​ມີ​ຂຶ້ນ​ໃນ​ວັນ​ອັງຄານ​ມື້​ນີ້ທີ່​ນະຄອນ Toronto. ເຈົ້າ​ໜ້າ​ທີ່​ຕໍາຫລວດ​ກ່າວ​ວ່າ ​ເຖິງແມ່ນ​ເຂົາ​ເຈົ້າ​ເຊື່ອ​ວ່າ ຜູ້​ຊາຍ​ທັງສອງ​ຄົນນີ້ ມີ “ຄວາມ​ສາມ​າດ ​ແລະ​ຕັ້ງ​ໃຈ” ທີ່​ທຳການ​ໂຈມ​ຕີ ​ແຕ່​ຍັງ​ບໍ່​ທັນ​ມີ​ການ​ຂົ່ມຂູ່ ​ໃນ​ທັນ​ທີ ​ຕໍ່ສາທາລະນະຊົນ ພະນັກງານ​ລົດ​ໄຟ ຜູ້​ໂດຍ​ສານ ຫລືໂຄງ​ລ່າງ​ພື້ນຖານທາງ​ລົດ​ໄຟ​.

​ບັນດເຈົ້າ​ໜ້າ​ທີ່ ​ໄດ້ກ່າວ​ຫາ​ຜູ້​ຕ້ອງ​ສົງໄສ​ທັງສອງ​ວ່າ ກໍາລັງ​ຢູ່​ໃນ​ຂັ້ນ​ວາງ​ແຜນ ​ເພື່ອ
ທໍາ​ການ​ໂຈມ​ຕີ ທີ່ແນ່​ໃສ່​ລົດ​ໄຟ​ໂດຍສານໃນນະຄອນ Toronto. ບັນດາ​ນັກ​ສື​ບສວນ​ຍັງກ່າວອີກ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ ​ແຜນ ດັ່ງກ່າວ​ ບໍ່​ໄດ້​ພົວກັນ​ກັບການວາງ​ລ​ະ​ເບີດໃນ
ອາທິດ​ແລ້ວ​ນີ້ຕໍ່ການ​ແລ່ນ ມາລາ​ທອນ ທີ່ນະຄອນ​ບອສຕັນ ຢູ່​ໃນສະຫະລັດ​ແຕ່​ຢ່າງ​
ໃດ​ເລີຍ.

Canada
please wait
Embed

No media source currently available

0:00 0:01:27 0:00
XS
SM
MD
LG