ການເສຍຊີວິດຂອງຜູ້ນໍາອາລ-ໄກດາ, ທ່ານເອແມນ ອາລ-ຊາວາຮີຣີ (Ayman al-Zawahiri) ໃນການໂຈມຕີທາງອາກາດໂດຍສະຫະລັດນັ້ນ ມີ ແນວໂນ້ມທີ່ຈະທົດສອບການຕັດສິນໃຈອັນແນ້ວແນ່ ແລະຄວາມສອດຄ່ອງຂອງ ກຸ່ມກໍ່ການຮ້າຍ- ແລະອາດຈະເຮັດໃຫ້ແຜນການສືບທອດທີ່ສ້າງຂຶ້ນມາແຕ່ ດົນນານ - ທີ່ເບິ່ງຄືກັບວ່າໄດ້ຕັ້ງໂຕເອງຂຶ້ນມາໃນຖານະເປັນ ພວກຈີຮາດທີ່ມີຊື່ສຽງແລະເປັນໄພຂົ່ມຂູ່ຂອງໂລກນັ້ນ ອາດປະສົບຄວາມຫຍຸ້ງຍາກ.
ການປະເມີນຂ່າວລັບເມື່ອມໍ່ໆມານີ້ໄດ້ເຕືອນວ່າ ກຸ່ມອາລຄາຍດາ ເບິ່ງຄືວ່າໄດ້ ຮັບຜົນປະໂຫຍດຈາກ ຄວາມຫມັ້ນຄົງພາຍໃນການນໍາພາຂອງຕົນ ເປັນໄລຍະ ເວລາຂ້ອນຂ້າງຍາດແລະວ່າກຸ່ມດັ່ງກ່າວກໍາລັງສວຍໃຊ້ປະໂຫຍດຈາກກຸ່ມຕາລີ ບານທີ່ຍຶດເອົາອັຟການິສຖານ, ໂດຍທີ່ຜູ້ນໍາອາລ-ຄາຍດາ ຕິດຕໍ່ສື່ສານໄດ້ ຢ່າງເສລີຫຼາຍກ່ວາໃນອະດີດ.
ບົດລາຍງານຂອງອົງການສະຫະປະຊາຊາດກ່າວໃນເດືອນແລ້ວນີ້ວ່າ “ສະພາບການສາກົນແມ່ນເອື້ອອຳນວຍແກ່ ກຸ່ມອາລ-ໄກດາ,” ໂດຍໄດ້ກ່າວເຕືອນອີກວ່າ ກຸ່ມອາລ-ໄກດາ “ໃນທີ່ສຸດອາດຈະກາຍເປັນແຫຼ່ງຂົ່ມຂູ່ ທີ່ມີການຊີ້ນຳຫຼາຍຂຶ້ນ” ກ່ວາລັດອິສລາມ ຄູ່ແຂ່ງຂອງກຸ່ມດັ່ງກ່າວອີກ.
ມີພຽງອະດີດເຈົ້າໜ້າທີ່ຕໍ່ຕ້ານການກໍ່ການຮ້າຍ ແລະນັກວິເຄາະຈຳນວນນຶ່ງ ເທົ່ານັ້ນ ທີ່ເຕືອນວ່າ ເຖິງແມ່ນວ່າພວກອາລ-ໄກດາ ກໍໄດ້ໃຊ້ເສລີພາບ ທີ່ ຄົ້ນພົບໃໝ່ຢູ່ໃນອັຟການິສຖານເພື່ອຮັດແໜ້ນລະບົບການປົກຄອງເປັນຂັ້ນ ແລະສາຍສືບທອດຂອງຕົນກໍຕາມ ແຕ່ກໍຍັງມີຄຳຖາມທີ່ໜັກຢູ່ກ່ຽວກັບວ່າ ແຜນການເຫຼົ່ານັ້ນວ່າ ຈະສາມາດເຄື່ອນໄຫວໄດ້ດີປານໃດໃນເມື່ອມີຄວາມ ເປັນຫ່ວງທາງດ້ານພູມສາດ ແລະອິດທິພົນທີ່ເພີ່ມຂຶ້ນຂອງກຸ່ມກໍ່ການຮ້າຍທີ່ມີເຄືອຂ່າຍໃນອາຟຣິກາ.
ອະດີດເຈົ້າໜ້າທີ່ຕໍ່ຕ້ານການກໍ່ການຮ້າຍຂອງຝ່າຍຕາເວັນຕົກ ກ່າວຕໍ່ວີໂອເອ ໂດຍທີ່ບໍ່ປະສົງອອກນາມ ໃນການສົນທະນາກ່ຽວກັບການປະເມີນການສືບລັບເມື່ອບໍ່ດົນມານີ້ວ່າ "ອັນນີ້ເປັນການທ້າທາຍຕໍ່ກຸ່ມອາລ-ໄກດາ.”
ໂດຍສະເພາະແລ້ວ ເຈົ້າໜ້າທີ່ໄດ້ອ້າງເຖິງຄວາມເປັນຫ່ວງທີ່ບອກໃຫ້ຮູ້ໂດຍອົງການສືບລັບຈຳນວນນຶ່ງໃນທົ່ວໂລກກ່ຽວກັບສະຖານະການທີ່ປາກົດມາໃຫ້ຮູ້ເປັນເວລາດົນນານແລ້ວວ່າ ຈະເປັນຜູ້ສືບທອດຕຳແໜ່ງຂອງຊາວາຮີຣີ, ກໍຄືທ້າວ ເຊຟ ອາລ-ອາແດລ (Saif al-Adel).
ອະດີດເຈົ້າໜ້າທີ່ຄົນນີ້ຖາມວ່າ "ລາວຢູ່ໃນອີຣ່ານ ... ແລ້ວພວກອີຣ່ານຈະປ່ອຍ ໃຫ້ລາວອອກໄປບໍ," "ມັນເປັນການຍາກຫຼາຍທີ່ຈະເປັນຜູ້ນໍາຂອງກຸ່ມອາລ-ໄກດາ ໃນຂະນະທີ່ຕິດຢູ່ໃນກົງທີ່ເຄືອບດ້ວຍຄຳ."