ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຄື່ອຂ່າວຂອງກຸ່ມອາລ-ຄາຍດາ ໃນເຢເມນ ປະກາດການເສຍຊີວິດ ຂອງຜູ້ນຳຂອງກຸ່ມ


ພາບນີ້ສະໜອງໂດຍໂຄງການໃຫ້ລາງວັນເພື່ອຄວາມຍຸຕິທຳ (Rewards for Justice), ກະຊວງການຕ່າງປະເທດ ສະຫະລັດ, ສະແດງໃຫ້ເຫັນທ້າວ ຄາລີດ ອາລ-ບາທາຣຟີ (Khalid al-Batarfi). ຜູ້ນຳສາຂາກຸ່ມອາລ-ຄາຍດາ ໃນເຢເມນ ເສຍຊີວິດ ຕາມກຸ່ມຫົວຮຸນແຮງ ໄດ້ປະກາດໃນວັນທີ 10 ມີນາ 2024, ໂດຍບໍ່ໃຫ້ລາຍລະອຽດໃດໆ.
ພາບນີ້ສະໜອງໂດຍໂຄງການໃຫ້ລາງວັນເພື່ອຄວາມຍຸຕິທຳ (Rewards for Justice), ກະຊວງການຕ່າງປະເທດ ສະຫະລັດ, ສະແດງໃຫ້ເຫັນທ້າວ ຄາລີດ ອາລ-ບາທາຣຟີ (Khalid al-Batarfi). ຜູ້ນຳສາຂາກຸ່ມອາລ-ຄາຍດາ ໃນເຢເມນ ເສຍຊີວິດ ຕາມກຸ່ມຫົວຮຸນແຮງ ໄດ້ປະກາດໃນວັນທີ 10 ມີນາ 2024, ໂດຍບໍ່ໃຫ້ລາຍລະອຽດໃດໆ.

ສາ​ຂາ​ຂອງກຸ່ມອາລ-ຄາຍດາ ໃນເຢເມນ ໄດ້ປະກາດການເສຍຊີວິດຂອງຜູ້ນຳ ຂອງຕົນ ທ້າວ ຄາລີດ ອາ-ບາທາຟີ ໃນວັນອາທິດວານນີ້.

ວິດີໂອຂອງກຸ່ມອາລ-ຄາຍດາ ບໍ່ໄດ້ໃຫ້ລາຍລະອຽດໃດໆກ່ຽວກັບການເສຍຊີວິດ ຂອງ ທ້າວອາ-ບາທາຟີ ແຕ່ໄດ້ສະແດງໃຫ້ເຫັນຜູ້ກ່ຽວຖືກຄຸມດ້ວຍຜ້າແພໃນ ພິທີສົ່ງສະການ ແລະທຸງຂອງກຸ່ມຫົວຮຸນແຮງດັ່ງ​ກ່າວ ອີງຕາມກຸ່ມສືບລັບ ທີ່ເອີ້ນຫຍໍ້ວ່າ SITE.

ສະຫະລັດ ໄດ້ສະເໜີໃຫ້ເງິນລາງວັນ 5 ລ້ານໂດລາສຳລັບທ້າວ ອາລ-ບາທາຟີ ຜູ້ທີ່ໄດ້ນຳພາ ກຸ່ມອາລ-ຄາຍດາ ໃນແຫຼມຂອງອາຣັບ ຫຼື AQAP ນັບຕັ້ງແຕ່ ເດືອນກຸມພາ 2020 ເປັນຕົ້ນມາ.

ກຸ່ມດັ່ງກ່າວ ໄດ້ແຕ່ງຕັ້ງທ້າວ ຊາອາບ ບິນ ອາເທຟ ອາລ-ອໍລາກີ ຜູ້ທີ່ຖືກວາງ ລາງວັນຄ່າຫົວໄວ້ໂດຍສະຫະລັດ 6 ລ້ານໂດລານັ້ນ ໃຫ້ເປັນຜູ້ນຳໃໝ່ຂອງກຸ່ມ.

ກຸ່ມ AQAP ໄດ້ຖືກພິ​ຈາ​ລະ​ນາມາດົນນານແລ້ວວ່າ ເປັນກຸ່ມຫົວຮຸນແຮງ ອາລ-ຄາຍດາ ທີ່ອັນຕະລາຍທີ່ສຸດ ຊຶ່ງໄດ້ແຍກຕົວອອກມາ ແລະໄດ້ດຳເນີນ ການໂຈມຕີຫຼາຍຄັ້ງ ເຊັ່ນການໂຈມຕີໃນປີ 2015 ຕໍ່ວາລະສານກາຕູນເຍາະ​ເຢີ້ຍປະຈຳອາທິດຂອງຝຣັ່ງທີ່ເອີ້ນວ່າ Charlie Hebdo.

ຜູ້ນຳກ່ອນໜ້າທ້າວ ອາລ-ບາທາຟີ ແມ່ນທ້າວ ຄາສຊີມ ອາລ-ຣີມີ ກໍໄດ້ຖືກ ຂ້າຕາຍໃນການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ຂອງສະຫະລັດ ໃນການຕອບໂຕ້ຕໍ່ການໂຈມຕີໃນປີ 2019 ໃສ່ສະຖານທີ່ຂອງກອງທັບເຮືອ ໃນລັດ ຟລໍຣິດາ.

ອ່ານຂ່າວນີ້ຕື່ມໃນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG