ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຸ່ມ​ອາ​ລ​ກາ​ອີ​ດາ ວາງ​ໂຕ ເປັນ​ຜູ້ມີ​ຄວາມ​ສຳ​ຄັນ​ລື່ນ​ກຸ່ມ​ລັດ​ອິ​ສ​ລາມ ແລະ​ກຸ່ມ​ຈ​ີ​ຮາດ​ອື່ນ​ໆ


​ແຟ້ມ - ນັກ​ລົບ​ຄົນ​ນຶ່ງ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ອາ​ລ​ກາ​ອີ​ດາ ທີ່ Levant, Al-Nusra Front ຢືນ​ຍາມ​ຢູ່​ຕຶກ​ອາ​ຄານ​ທີ່​ຖືກ​ທຳ​ລາຍ​ຫຼັງ​ນຶ່ງ ໃນ​ສູນ​ອົບ​ພະ​ຍົບ​ປາ​ແລ​ັ​ສ​ໄຕ​ນ໌ Yarmuk ​ທາງ​ໃຕ້​ນະ​ຄອນ​ຫຼວງ​ດາ​ມາ​ສ​ກັ​ສ ເມື່ອ​ວັນ​ທີ 22 ກັນ​ຍາ 2014.
​ແຟ້ມ - ນັກ​ລົບ​ຄົນ​ນຶ່ງ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ອາ​ລ​ກາ​ອີ​ດາ ທີ່ Levant, Al-Nusra Front ຢືນ​ຍາມ​ຢູ່​ຕຶກ​ອາ​ຄານ​ທີ່​ຖືກ​ທຳ​ລາຍ​ຫຼັງ​ນຶ່ງ ໃນ​ສູນ​ອົບ​ພະ​ຍົບ​ປາ​ແລ​ັ​ສ​ໄຕ​ນ໌ Yarmuk ​ທາງ​ໃຕ້​ນະ​ຄອນ​ຫຼວງ​ດາ​ມາ​ສ​ກັ​ສ ເມື່ອ​ວັນ​ທີ 22 ກັນ​ຍາ 2014.

ກຸ່ມ​ອາ​ລ​ກາ​ອີ​ດາ ​ຊຶ່ງໄດ້​ຮັບ​ແຮງ​ຂັບ​ດັນ​ຕື່ມ​ຂຶ້ນ​ຍ້ອນ​ການ​ມີຜູ້​ນຳ​ທີ່ໝັ້ນ​ຄົງ ແລະ​ການເຂົ້າ​ຢຶດ​ອຳ​ນາດ​ຂອງກຸ່ມ​ຕາ​ລີ​ບານ​ ​ໃນ​ອັ​ຟ​ກາ​ນິ​ສ​ຖານນັ້ນ ປາ​ກົດ​ວ່າ​ພວມວາງ​ໂຕໃຫ້​ໂລກ​ເຫັນອີກ​ຄັ້ງ​ນຶ່ງວ່າ ເປັນ​ກຸ່ມ​ກໍ່​ການ​ຮ້າຍ​ທີ່​ເໜືອກວ່າກຸ່ມ​ອື່ນ ​ແລະ​ເປັນ​ໄພ​ຂົ່ມ​ຂູ່​ທີ່​ໃຫຍ່​ທີ່​ສຸດ​ ສຳ​ລັບ​ປະ​ເທດ​ຕາ​ເວັນ​ຕົກ​ໃນ​ໄລ​ຍະ​ຍາວ.

ຂ່າວກອງ​ທີ່​ໄດ້​ມີ​ການ​ແບ່ງ​ປັນ​ໂດຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ພິມ​ເຜີຍ​ແຜ່​ໃນ​ລາຍ​ງານ​ສະ​ບັບ​ໃໝ່​ໃນ​ວັນ​ອັງ​ຄານ​ວານນີ້ ພົບ​ວ່າ​ກຸ່ມ​ອາ​ລ​ກາ​ອີ​ດາພວມ​ຊົມ​ໃຊ້​ອິດ​ສະ​ຫຼະ​ພາບ​ຫຼາຍ​ຂຶ້ນ ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ກຸ່ມ​ຕາ​ລີ​ບານ ທີ່ເອື້ອອຳ​ນວຍ​ໃຫ້ຄ​ະ​ນະ​ນຳ​ພາ​ຂອງ​ກຸ່ມ​ດັ່ງ​ກ່າວ ສາ​ມາດ​ທຳ​ການ​ຕິດ​ຕໍ່​ກັບ​ເຄືອ​ຂ່າຍ​ແລະ​ຜູ້​ຕິດ​ຕາມ​ໄດ້​ຫຼາຍ​ຂຶ້ນ ແລະ​ສະ​ດວກ​ຂຶ້ນກວ່າເກົ່າ ເພື່ອ​ໂຄ​ສະ​ນາເຜີຍ​ແຜ່ ໃນ​ຖາ​ນະ​ທີ່​ເປັນ​ທາງ​ເລືອກ​ທີ່​ດີກວ່າ​ຄູ່​ແຂ່ງ ຄື​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ ຊຶ່ງ​ເປັນ​ທີ່​ຮູ້​ກັນ​ໃນ​ນາມ​ກຸ່ມ IS, ISIS ຫລື ISIL ນັ້ນ.

“ໃນ​ສະ​ພາບ​ແວດ​ລ້ອມ​ຂອງ​ລະ​ຫວ່າງ​ປະ​ເທດ​ແລ້ວ ແມ່ນ​ເປັນ​ທີ່​ນິ​ຍົມ​ຊົມ​ຊອບຫຼາຍກວ່າຕໍ່​ກຸ່ມ​ອາ​ລ​ກາ​ອີ​ດາ ຊຶ່ງ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຖືກ​ຮັບ​ຮູ້​ອີກ​ຄັ້ງ​ນຶ່ງວ່າ ເປັນ​ຜູ້​ນຳ​ໃນ​ດ້ານ​ຈີ​ຮາດ​ຂອງ​ໂລກ” ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​.

ລາຍ​ງານ​ກ່າວ​ຕື່ມ​ວ່າ “ການ​ໂຄ​ສະ​ນາ​ຊວນ​ເຊື່ອ​ຂອງ​ກຸ່ມ​ອາ​ລ​ກາ​ອີ​ດາ ໃນ​ເວ​ລານີ້ ແມ່ນ​ໄດ້​ຮັບ​ການ​ພັດ​ທະ​ນາ​ທີ່​ດີ​ຂຶ້ນ ເພື່ອ​ແຂ່ງ​ຂັນ​ກັບ​ກຸ່ມ ISIL ວ່າ​ເປັນ​ຜູ້​ມີ​ບົດ​ບາດ​ສຳ​ຄັນ​ສຸດ ໃນ​ການ​ປຸກ​ລະ​ດົມກ່ຽວ​ກັບ​ການ​ຂົ່ມ​ຂູ່​ລະ​ຫວ່າງ​ປະ​ເທດແລະ​ໃນ​ທີ່​ສຸດ​ມັນ​ອ​າດ​ຈະ​ກາຍ​ເປັນ​ແຫຼ່ງ​ການ​ຂົ່ມ​ຂູ່​ທີ່​ໃຫຍ່​ຂຶ້ນ” ໂດຍ​ໃຫ້​ຂໍ້​ສັງເກດ​ວ່າ ກຸ່ມ IS “ໄດ້​ປະ​ສົບ​ກັບ​ການ​ສູນ​ເສຍ​ຜູ້​ນຳ​ຫຼາຍໆ​ຄົນ​ຕິດ​ຕໍ່​ກັນ​ນັບ​ແຕ່​ປີ 2019 ເປັນ​ຕົ້ນ​ມາ ໂດຍ​ທີ່​ຍັງ​ບໍ່​ທັນ​ຮູ້​ເຖິງ​ຜົນ​ກະ​ທົບ​ກ່ຽວ​ກັບ​ສະ​ພາບ​ໃນ​ການ​ປະ​ຕິ​ບັດ​ງານ​ເທື່ອ.”

ລາຍ​ງານ​ຍັງ​ສະ​ຫຼຸບຕື່ມວ່າ ຜູ້​ນຳ​ຂອງ​ກຸ່ມ​ອາ​ລ​ກາ​ອີ​ດາ ທ້າວ​ເອ​ແມນ ອາ​ລ-ຊາ​ວາ​ຮີ​ຣີ ທີ່​ມີ​ຂ່າວ​ລື​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ​ວ່າ ຜູ້​ກ່ຽວ​ມີ​ສຸ​ຂະ​ພາບ​ບໍ່​ດີ​ຫຼື​ພວມ​ຈະ​ຕາຍ​ຢູ່ນັ້ນ ແມ່ນ “ຍັງ​ມີ​ຊີ​ວິດ​ຢູ່​ແລະ​ສາ​ມາດ​ຕິດ​ຕໍ່​ໄດ້​ຢ່າງ​ເສ​ລີ.”

ຂໍ້​ມູນ​ຂ່າວກອງ​ທີ່​ມີ​ການ​ແບ່ງ​ປັນ​ໂດຍ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດນັ້ນ ຍັງ​ສະ​ຫຼຸບ​ວ່າ ກຸ່ມ​ອາ​ລ​ກາ​ອີ​ດາ​ ແມ່ນ​ມີ​ຄວາມ​ໝັ້ນ​ຄົງ​ໃນ​ຄະ​ນະ​ນຳ​ພາ ຊຶ່ງ​ຢຶດ​ຫຼັກ​ໃນ​ຄວາມ​ເປັນ​ອະ​ວຸ​ໂສ ໂດຍ​ທ້າວ​ຊາ​ວາ​ຮີ​ຣີ ຕິ​ດ​ຕາມ​ໂດຍ​ທ້າວ​ຊາ​ອີ​ຟ ອາ​ລ-ອາ​ແດ​ລ ຊຶ່ງ​ເບິ່ງ​ກັນ​ມາ​ເປັນ​ເວ​ລາ​ນານ​ແລ້ວ​ ອາດ​ມີ​ທ່າ​ທາງວ່າ​ຈະເປັນ​ຜູ້​ສືບ​ທອດ​ຕຳ​ແໜ່ງ, ທ້າວ​ຢາ​ຊິດ ເມບ​ຣາກ ກັບ​ກຸ່ມ​ອາ​ລ​ກາ​ອີ​ດາ​ໃນ​ແຫຼມ​ອາ​ຣັບ (IQIP) ແລະທ້າວ​ອາ​ເໝັດ ດີ​ຣີ​ເຢ ກັບ​ກຸ່ມ​ອາ​ລ​ຊາ​ບາບ ຊຶ່ງ​ເປັນ​ເຄືອ​ຂ່າຍ​ຂອງ​ອາ​ລ​ກາ​ອີ​ດາ​ໃນ​ໂຊ​ມາ​ເລຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG