ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ກ່າວປ້ອງກັນ ການບຸກ​ຈັບ​ກຸມ ຜູ້​ປະຕິບັດ​ການລະດັບ​ສູງ ຂອງອາລ-ກາ​ອິດາ ​ໃນ​ລີ​ເບຍ (ວີດິໂອ)


ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຕໍ່ສື່ມວນຊົນ ທີ່ກອງປະຊຸມ ການຮ່ວມມື ເສດຖະກິດ ເອເຊຍ ປາຊິຟິກ.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຕໍ່ສື່ມວນຊົນ ທີ່ກອງປະຊຸມ ການຮ່ວມມື ເສດຖະກິດ ເອເຊຍ ປາຊິຟິກ.
ທ່ານ ຈອນ ​ແຄ​ຣີ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້ປ້ອງ​
ກັນການ ບຸກ​ເຂົ້າ​ຈັບ​ກຸມຜູ້​ປະຕິບັດ​ການ ລະດັບ​ສູງຄົນ​ນຶ່ງ​ຂອງ
​ເຄືອ​ຂ່າຍ​ ອາລ ກາ​ອິດາ​ໃນ​ລີ​ເບຍ ​ໂດຍໜ່ວຍ​ກຳລັງ​ພິ​ເສດ​ສະ
ຫະລັດນັ້ນ ​ໂດຍ​ເວົ້າວ່າ ການ​ປະຕິບັດ​ງານດັ່ງກ່າວ​ ​ແມ່ນຖືກ
ຕ້ອງ​ຕາມ​ກົດໝາຍ ​ແລະ​ ເໝາະ​ສົມ.

ລັດຖະບານ​ລີ​ເບຍ​ໄດ້​ຮ້ອງ​ຂໍເອົາຄວາມ​ກະຈ່າງ​ແຈງ​ຈາກ​ສະຫະ
ລັດ ກ່ຽວ​ກັບ​ອັນທີ່​ລີ​ເບຍ​ເອີ້ນ​ວ່າ ການ​ລັກພາ​ໂຕ​ນາຍ Abu
Anas al-Libi ​ໄປ ຢູ່​ໃນ​ລີ​ເບຍ ເມື່ອ​ວັນ​ເສົາ​ຜ່ານ​ມາ​ນີ້.

ທ່ານ ​ແຄ​ຣີ ​ເວົ້າ​ໃນ​ວັນ​ຈັນ​ມື້​ນີ້ ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດດ້ານ
​ເສດຖະ ກິດ​ປະຈຳ​ຂົງເຂດທີ່​ອິນ​ໂດ​ເນ​ເຊຍວ່າ ການ​ຈົ່ມ​ວ່າ​ຂອງ​ລີ​ເບຍ​ບໍ່​ມີ​ສາ​ເຫດ​ແລະ​ວ່າ ນາຍ​ລີ​ບີ ຈະ​ຖືກ​ນໍາ​ໂຕໄປ​ຂຶ້ນ​ສານ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ວ່າ ນາຍ​ລີ​ບີ​ໄດ້​ຖືກ​ສົ່ງ​ໄປ​ຍັງ​ບ່ອນ​ທີ່​ປອດ​ໄພ​ແຫ່ງ​
ນຶ່ງ ​ຢູ່​ນອກ​ລີ​ເບຍ.

ສານ​ສະຫະລັດ​ໄດ້​ກ່າວ​ຫາ​ນາຍ​ລີ​ບີ​ວ່າ ມີ​ສ່ວນ​ພົວພັນ​ໃນ​ການວາງ​ລະ​ເບີດໂຈມ​ຕີ​ສະຖານ
ທູດ​ສະຫະລັດ​ໃນ​ປະ​ເທດ​ເຄັນ​ຢາ​ແລະ​ທັນ​ຊາ​ເນຍ​ ໃນ​ປີ1998 ຊຶ່ງ​ການ​ໂຈມ​ຕີ​ດັ່ງກ່າວ​ໄດ້
​ເອົາ​ຊີວິດ​ຜູ້​ຄົນ​ໄປ​ ​ຫຼາຍ​ກວ່າ 200 ຄົນ​ແລະເຮັດ​ໃຫ້ບາດ​ເຈັບ​ຕື່ມ​ອີກ 5 ພັນ​ຄົນ​.

​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ກ່ອນ​ການ​ຈັບ​ກຸມ​ນາຍ​ລີ​ບີ ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ໜ່ວຍ​ກຳ
ລັງ​ພິ​ເສດ​ຂອງ​ສະຫະລັດ​ຍັງ​ໄດ້​ບຸກ​ເຂົ້າ​ໂຈມ​ຕີ​ຖານ​ປະຕິບັດ​ງານ​ແຄມ​ທະ​ເລ​ແຫ່ງ​ນຶ່ງ​ຂອງ​
ກຸ່ມຫົວ​ຮຸນ​ແຮງ al-Shabab ສາຂາ​ຂອງ​ເຄືອ​ຂ່າ​ຍ ອາລ ​ກາ​ອິດາ ​ໃນ​ໂຊ​ມາ​ເລຍ​ ໃນ​ພາກ​
ຕາ​ເວັນ​ອອກ​ຂອງ​ອາ​ຟຣິກາ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດກ່າວ​ວ່າ ໜ່ວຍ​ປະຕິບັດ​ງານ​ພິ​ເສດ Navy SEALs ຂອງ​ກອງ
ທັບ​ເຮືອສະຫະລັດ ​ໄດ້ສັງຫານ​ພວກ​ຫົວ​ຮຸນ​ແຮງ al-Shabab ຫຼາຍ​ຄົນ​ໃນ​ການ​ຍິງ​ຕໍ່ສູ້​ກັນ
​ຫຼັງ​ຈາກຂຶ້ນ​ຝັ່ງໄປ​ ​ທີ່​ເມືອງ Barawe. ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ຕື່ມ​ວ່າ ​ໜ່ວຍ​ Navy SEALs
​ໄດ້​ຖອນ​ອອກໄປ ​ໂດຍບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ ແຕ່​ບໍ່​ໄດ້ຈັບ​ກຸມ​ຜູ້ນຳ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ
al-Shabab ທີ່ເປັນ​ເປົ້າ​ໝາຍນັ້ນ.

ທ່ານ​ແຄຣີ ກ່າວໃນ​ວັນ​ອາທິດ​ວານ​ນີ້​ວ່າ ການ​ບຸກ​ເຂົ້າ​ໂຈມ​ຕີ​ເປົ້າ​ໝາຍ​ຕ່າງໆ​ຂອງ​ເຄືອ​ຂ່າ​ຍ
ອາລ ​ກາ​ອິດາ​ໃນ​ລີ​ເບຍ ​ແລະ​ໃນ​ໂຊ​ມາ​ເລຍ ສະ​ແດງໃຫ້​ເຫັນ​ວ່າ ສະຫະລັດ​ຈະ​ບໍ່​ຢຸດຄວາມ
​ພະຍາຍາມ​ຂອງ​ຕົນ​ຈັກ​ເທື່ອ​ໃນການ​ຕາມ​ລ່າ​ພວກ​ທີ່ຮັບຜິດຊອບ​ໃນ​ການກໍ່​ການ​ຮ້າຍ​ມາ​ລົງ​
ໂທດນັ້ນ ແລະ​ຍັງ​ເວົ້າ​ຕື່ມ​ວ່າ ພວກ​ຫົວ​ຮຸນ​ແຮງ ​ອາລ ກາອິດາ ສາມ​າດ​ແລ່ນ​ຫຼົບໜີ​ໄດ້ ​ແຕ່​
ພວກ​ເຂົາ​ບໍ່​ສາມາດ​ລີ້​ຊ່ອນ​ໄດ້.

ເບິ່ງວີດິໂອ ກ່ຽວກັບຂ່າວນີ້:

US Hopes to Gain al-Qaida Intel from Libya Suspect
please wait

No media source currently available

0:00 0:02:15 0:00
ລິງໂດຍກົງ
XS
SM
MD
LG