ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຫົວຮຸນ​ແຮງ​ ຈັບ​ໂຕປະກັນ ຊາວຕ່າງປະ​ເທດ 41 ຄົ​ນ​ ຢູ່ Algeria


ບໍ່ແກັສທໍາມະຊາດ ບ່ອນທີ່ກຸ່ມກໍ່​ການ​ຮ້າຍ​ອາລ ຄາ​ອີ​ດາ ຈັບ​ຕົວ​ປະກັນ​ຊາວ​ຕ່າງປະ​ເທດ 41 ຄົ​ນ​ໄວ້
ບໍ່ແກັສທໍາມະຊາດ ບ່ອນທີ່ກຸ່ມກໍ່​ການ​ຮ້າຍ​ອາລ ຄາ​ອີ​ດາ ຈັບ​ຕົວ​ປະກັນ​ຊາວ​ຕ່າງປະ​ເທດ 41 ຄົ​ນ​ໄວ້
ຂະນະ​ນີ້​ກຸ່ມ​ຫົວ​ຮຸນ​ແຮງ​ອີ​ສລາມ​ ທີ່​ເປັນ​ເຄື່ອຂ່າຍ​ຂອງ​ກຸ່ມກໍ່​ການ​ຮ້າຍ​ອາລ ຄາ​ອີ​ດາ ກໍາລັງຈັບ​ຕົວ​ປະກັນ​ຊາວ​ຕ່າງປະ​ເທດ 41 ຄົ​ນ​ໄວ້ ​ທີ່ບໍລິ​ເວນ​ບໍ່ແກັສທໍາ​ມະຊາດ​ແຫ່ງນຶ່ງ ​ໃນ​ປະ​ເທດ Algeria ​ໃນ​ສິ່ງ​ທີ່​ກຸ່ມ​ຫົວ​ຮຸນ​ແຮງ​ເອີ້ນ​ວ່າ​ເປັນການ​ແກ້​ແຄນຕໍ່ການ​ປະຕິບັດ​ການ​ທາງ​ທະຫານ​ຂອງຝຣັ່ງ​ໃນ​ປະ​ເທດ​ເພື່ອນບ້ານ​ມາລີນັ້ນ.

​ໂຄສົກ​ຂອງ​ກຸ່ມ​ອາ​ລຄາ​ອີ​ດາ ​ໃນ​ Islamic Maghreb ທີ່ເປັນ​ເຄືອ​ຂ່າຍ​ຢູ່​ໃນປະ​ເທດ​ມາລີ ບອກ​ວີ​ໂອ​ເອວ່າ ​ໃນ​ຈໍານວນ​ຊາວ​ຕ່າງປະ​ເທດ​ທີ່​ຖືກ​ກັກ​ຕົວ​ໄວ້ນັ້ນ ມີ​ຊາວ​ອະ​ເມຣິກັນ​ເຈັດຄົນ ນອກ​ນັ້ນ​ເຊື່ອ​ວ່າ​ແມ່ນ​ຮວມທັງ​ຊາວ​ອັງກິດ ຝຣັ່ງ ຍີ່ປຸ່ນ ນໍ​ເວ ​ແລະ​ອາຍ​ແລນ​ດ໌

​ໂຄສົກ Oumar Ould Hamala ​ເວົ້າ​ເມື່ອ​ວັນ​ພຸດ​ວານ​ນີ້​ວ່າ ຖ້າ​ຫາກ​ວ່າ ອະ​ເມຣິກັນ​ຢາກ​ຊ່ວຍ​ເຫຼືອຝຣັ່ງຢູ່​ໃນ​ມາລີ​ແລ້ວ ອະ​ເມຣິກາ​ກໍ​ຈະ​ປະ​ເຊີນ​ກັບຜົນ​ຮ້າຍ​ຕາມ​ມາ.

​ໂຄສົກ​ເວົ້າ​ອີກ​ວ່າ ຝຣັ່ງ​ໄດ້ປະກາດ​ສົງຄາມ ​ແລະພວກ​ຕາ​ເວັນ​ຕົກ ຈະ​ໄດ້​ຮັບ​ອັນຕະລາຍ ​ຖ້າ​ຫາກ​ການ​ແຊກ​ແຊງ​ຍັງ​ດຳ​ເນີນຕໍ່​ໄປຢູ່​ນັ້ນ.

​ເມື່ອ​ວັນ​ພະຫັດ​ມື້​ນີ້ ທ່ານ William Hague ລັດຖະມົນຕີ​ຕ່າງປະ​ເທດ​ອັງກິດ ​ໄດ້​ປະຕິ​ເສດ​ບໍ່​ຮັບ​ເອົາ​ການ​ກ່າວ​ອ້າງຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ທີ່​ຈັບ​ພວກ​ຕົວ​ປະກັນ​ໄວ້​.

ທ່ານ Hague ກ່າວ​ວ່າ “ຂໍ້​ແກ້​ຕົວ​ໃດໆ​ທີ່​ໃຊ້​ໂດຍ​ພວກ​ກໍ່​ການ​ຮ້າຍ​ແລະ​ພວກຄາດ​ຕະກອນ ທີ່​ກ່ຽວຂ້ອງ​ໃນ​ເລຶ່ອງນີ້ ​ແມ່ນ​ບໍ່​ມີ​ຂໍ້​ແກ້​ຕົວ​ໃດໆ​ຕໍ່​ພຶດຕິ​ກໍາ​ແບບ​ນີ້ ຂໍ້​ແກ້​ຕົວ​ໃດໆ​ທີ່​ພວກ​ເຂົາ​ອ້າງ​ນັ້ນ​ກໍ​ຕາມ. ​ແນ່​ນອນ​ທີ່​ສຸດ​ແມ່ນ ຮັບ​ເອົາ​ບໍ່​ໄດ້. ມັນ​ເປັນ​ກໍລະນີ​ການ​ຄາດ​ຕະກໍາ​ກັນ​ຢ່າງ​ເລືອດ​ເຢັນ​ຂອງ​ພວກ​ຄົນ​ທີ່​ປະກອບ​ທຸລະ​ກິດ​ຂອງ​ພວກ​ເຂົາ​ເຈົ້າ​ເອງ​ນັ້ນ. ສະ​ນັ້ນ​ບໍ່​ມີ​ຂໍ້​ແກ້ ຕົວ​ໃດໆ ບໍ່​ວ່າ​ມັນ​ຈະ​ກ່ຽວ​ໂຍງ​ກັນ​ຢູ່​ລີ​ເບຍ ຢູ່​ມາລີ ​ຫຼື​ແຫ່ງ​ຫົນ​ໃດ​ກໍ​ຕາມ.”

ທ່ານ ລີ​ອອນ ພາ​ແນັດ​ຕ້າ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ໄດ້ ​ເອີ້ນ​ການ​ລັກພາ​ໂຕ​ໄປນີ້ ​ວ່າ​ເປັນ​ການ​ກໍ່​ການ​ຮ້າຍ. ທ່ານ Daho Ould Kabila ລັດຖະມົນຕີ​ກະຊວງ​ພາຍ​ໃນ Algeria ​ເວົ້າ​ວ່າ ປະ​ເທດຂອງ​ທ່ານ​ຈະ​ບໍ່​ເຈລະຈາ​ຕໍ່​ຮອງ​ໃດໆ​ກັບ​ພວກ​ກໍ່​ການ​ຮ້າຍ.
XS
SM
MD
LG