ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ອາຣັບເອເມີເຣັດ ສືບສວນອຸບັດຕິເຫດເຮືອບິນ ຂອງບໍລິສັດ UPS


Đám cháy bùng lên do một xà lan đụng vào ống dẫn khí đốt hôm 12/3 tại vịnh Perot, quận Lafourche, tiểu bang Louisiana, Hoa Kỳ, cách thành phố New Orleans độ 50 kilomet về hướng nam.
Đám cháy bùng lên do một xà lan đụng vào ống dẫn khí đốt hôm 12/3 tại vịnh Perot, quận Lafourche, tiểu bang Louisiana, Hoa Kỳ, cách thành phố New Orleans độ 50 kilomet về hướng nam.

ເຈົ້າໜ້າທີ່ການບິນຂອງສະຫະລັດອາຣັບເອເມີເຣັດກ່າວວ່າ
ຕົນພວມສືບສວນ ເບິ່ງການກ່າວອ້າງ ຂອງກຸ່ມກໍ່ການຮ້າຍ
ອາລກາຍດາ ສາຂາເຢເມນທີ່ເວົ້າວ່າ ຕົນເປັນຜູ້ຢູ່ເບື້ອງຫຼັງ
ກ່ຽວກັບອຸບັດຕິເຫດເຮືອບິນຂອງບໍລິສັດສົ່ງຫີບຫໍ່ UPS
ຕົກທີ່ດູໄບໃນເດືອນກັນຍາຜ່ານມາ.

ຫົວໜ້າອົງການໆບິນຂອງສະຫະລັດ`ອາຣັບເອເມີເຣັດ ກ່າວ
ຕໍ່ອົງການຂ່າວໃນ ວັນເສົາມື້ນີ້ ວ່າ ເຈົ້າໜ້າທີ່ໄດ້ຖືເອົາ
ເລື່ອງການກ່າວອ້າງນີ້ຢ່າງຈິງຈັງ. ແຕ່ທ່ານ ເວົ້າວ່າບໍ່ມີຫຼັກ
ຖານໃດໆກ່ຽວກັບລະເບີດຢູ່ໃນເຮືອບິນຂອງບໍລິສັດ UPS
ຫຼືມີການພົວພັນໃດໆຂອງພວກກໍ່ການຮ້າຍ.

ເຈົ້າໜ້າທີ່ສືບສວນເວົ້າວ່າ ໄຟໄໝ້ຢູ່ເທິງເຮືອບິນຄືສາເຫດທີ່ພາໃຫ້ເຮືອບິນລຳດັ່ງກ່າວ ຕົກ
ທີ່ເຮັດໃຫ້ນັກບິນ 2 ຄົນໃນເສຍຊີວິດ.

ກຸ່ມກໍ່ການຮ້າຍອາລກາຍດາໃນແຫຼມອາຣາເບຍທີ່ມີສຳນັກງານຢູ່ເຢເມນອ້າງວ່າ ຕົນເປັນຜູ້
ຮັບຜິດຊອບໃນອຸບັດຕິເຫດເຮືອບິນ UPS ຕົກໃນມື້ວັນສຸກວານ ນີ້ແລະເວົ້າວ່າ ຕົນຍັງ
ເປັນຜູ້ຢູ່ເບື້ອງຫຼັງການວາງແຜນສົ່ງຫໍ່ລະເບີດມາຍັງສະ ຫະຣັດທາງເຮືອບິນຂົນສົ່ງທີ່ ບໍ່ປະ
ສົບຜົນສຳເລັດນັ້ນ.

ກຸ່ມດັ່ງກ່າວໄດ້ພິມເຜີຍແຜ່ຄຳກ່າວອ້າງຂອງຕົນທາງເວັບໄຊອິສລາມມິສທ໌ ໂດຍເວົ້າວ່າ ຕົນ
ຈະສືບຕໍ່ການໂຈມຕີຂອງຕົນຕໍ່ຜົນປະໂຫຍດຂອງສະຫະລັດແລະພັນທະມິດຂອງສະຫະລັດ.

XS
SM
MD
LG