ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ກຸ່ມອານ​ໄກ​ດາ ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ ​ໃນການ​ໂຈມ​ຕີ ໃນປະເທດ​ມາ​ລີ


ແຜນທີ່ປະເທດມາລີ
ແຜນທີ່ປະເທດມາລີ

​ກຸ່ມທີ່​ພົວ​ພັນ ກັບອານ​ໄກ​ດາ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ ​ສຳລັບການ​ໂຈມ​ຕີ
​ໃນວັນ​ອາ​ທິດ​ວານ​ນີ້ ຕໍ່​ສູນ​ຂອງ​ພວກ​ຮັກ​ສາ​ສັນ​ຕິ​ພາບຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ
ໃນ​ພາກ​ເໜືອ​ຂອງ​ມາ​ລີ ໃນ​ວັນ​ອາ​ທິດ​ວານ​ນີ້ ສັງ​ຫານ ພວກ​ທະ​ຫ​ານ​ໝວກກັນກະທົບ
ສີ​ຟ້າ 10 ຄົນ ຈາກ​ແຊດ ແລະ​ເຮັດໃຫ້ບາດ​ເຈັບ​ອີກ 25 ຄົນ.

ເລ​ຂາ​ທິການໃ​ຫຍ່ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກຸແທ​ແຣ​ຊ
(Antonio Guterres) ໄດ້ກ່າວ​ປະ​ນາມ ການໂຈມ​ຕີ ແລະ​ເອີ້ນ​ວ່າອາດ​ເປັນ​ອາ​ຊະ​ຍາ​ກຳ
​ສົງ​ຄາມ ໄດ້.

ໂຄ​ສົກຂອງ​ທ່ານກຸແທແຣ​ຊ ກ່າວວ່າ ທ່ານ​ໄດ້​ສົ່ງ “ຄວາມ​ເສົ້າ​ສະ​ລົດ​ໃຈ” ໄປ​ຍັງ​ລັດ​ຖະ
​ບານ​ຂອງ​ແຊດ ແລະ​ຄອບ​ຄົວ​ຂອງ​ພວກ​ເຄາະ​ຮ້າຍທັງ​ຫຼາຍ. ທ່ານ​ໄດ້​ສະ​ແດງ​ຄວາມ​
ໄວ້​ອາ​ໄລ ໄປ​ຍັງ “ບັນ​ດາ​ຊາຍ​ຍິງ​ທີ່​ຮັບ​ໃຊ້​ຊາດ…ທີ່ສ່ຽງ​ຕໍ່​ໄພ​ອັນ​ຕະ​ລາຍທາງ​ສ່ວນ​ຕົວ ແລະເສຍ​ສະ​ຫຼະ​.”

ກຸ່ມອານ​ໄຄ​ດາ ໃນ​ເມືອງແມກ​ຣີບ ອິ​ສ​ລາມ ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ.
ເອີ້ນ​ການ​ໂຈມ​ຕີ​ນີ້​ວ່າ ເປັນ​ການ​ຕອບໂຕ້ ຕໍ່​ແຊດ ທີ່​ຈະ​ກັບ​ຄືນ​ໄປມີ​ສາຍ​ພົວ​ພັນ​ທາງ​ການ
ທູດ​ກັບ​ອິ​ສ​ຣາ​ແອ​ລ.

ທ່ານກຸແທແຣ​ຊ ໄດ້ບັນລະຍາຍການ​ໂຈມ​ຕີ​ໃນວັນ​ອາ​ທິດ​ວານ​ນີ້​ວ່າ ເປັນ​ການ​ໂຈມ​ຕີ​ທີ່​
“​ສັບ​ສົນ.” ພວກ​ມື​ປືນ ໄດ້​ຍຶດ​ເອົາ​ລົດ​ທີ່​ຕິດ​ອາ​ວຸດ​ຫຼາຍ​ຄັນ ແລະ​ດັກ​ໂຈມ​ຕີ​ສູນ​ຂອງ
​ພວກ​ພະ​ນັກ​ງານ​ຮັກ​ສາ​ສັນ​ຕິໃນ​ເມືອງອາ​ແຄ​ລ​ຮອກ (Aquelhok), ທາງ​ພາກ​ເໜືອ
​ຂອງ​ມາ​ລີ ໃນ​ຂົງເຂດກີ​ແດ​ລ.

​ກອງ​ກຳ​ລັງຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຂັບ​ໄລ່​ກຸ່ມ​ກໍ່​ການ​ຮ້າຍອອກໄປ, ແຕ່​ວ່າ
ບໍ່​ແມ່ນ​ກ່ອນ​ພວກ​ພະ​ນັກ​ງານ​ຮັກ​ສາ​ຄວາມສັນ​ຕິ ໄດ້​ເສຍ​ຊີ​ວິດ​ 10 ຄົນ ແລະ​ອີກ 25 ຄົນ
ໄດ້​ຮັບບາດ​ເຈັບ. ຈຳ​ນວນ​ຂອງ​ພວກ​ມື​ປືນ​ທີ່​ຖືກ​ສັງ​ຫານ​ນັ້ນ ​ບໍ່​ຊາບ​ວ່າ ມີ​ເທົ່າ​ໃດ.

​ພວກ​ພະ​ນັກ​ງານ​ຮັກ​ສາ​ສັນ​ຕິພາບ ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້ໄປປະຈຳ​ຢູ່​ໃນ​
ມາ​ລີມາ ​ຕັ້ງ​ແຕ່​ປີ 2013 ເປັນ​ຕົ້ນ​ມາ, ບໍ່​ດົນ ​ຫຼັງ​ຈາກ​ທີ່ກຸ່ມ​ກໍ່​ການ​ຮ້າຍ ໄດ້​ເອົາ​ຊະ​ນະ
​ຄວາມ​ວຸ້ນ​ວາຍ​ທີ່​ເກີດ​ຂຶ້ນ​ຈາກ​ການ​ກໍ່​ລັດ​ຖະ​ປະ​ຫານ​ໃນ​ເ​ມືອງ​ຫຼວງ ທີ່​ລົ້ມ​ແຫຼວ​ນັ້ນ
ເພື່ອ​ຍຶດ​ເອົາ​ບາງ​ເຂດ​ໃນ​ພ​າກ​ເໜືອ​.

​ກອງ​ກຳ​ລັງ​ຂອງ​ຝ​ຣັ່ງ ໄດ້​ຂັບ​ໄລ່​ພວກ​ເຂົາ​ອອກໄປ ແຕ່​ຂໍ້​ຕົກ​ລົງສັນ​ຕິ​ພາບຂອງ​ປີ 2015
ທີ່​ໄດ້​ລົງ​ນາມ​ໂດຍ​ລັດ​ຖະ​ບານ​ກຸ່ມ​ທີ່​ຕິດ​ອາ​ວຸດ ບໍ່ສາມາດຍຸ​ຕິ​ກຸ່ມ​ຫົວ​ຮຸນ​ແຮງ ໃນ​ມາ​ລີ.
ນອກນັ້ນພວກ​ເຂົາ​ເຈົ້າຍັງ​ໄດ້​ໂຈມ​ຕີປະເທດໃກ້ຄຽງ ໃນ​ ເບີຣ໌ຄີ​ນາ ຟາ​ໂຊ, ໄອ​ວໍ​ລີ ໂຄສ
ແລະ​ໄນ​ເຈີ​ຣ໌ ນຳ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG