ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນໍາໝາຍເລກສອງ ຂອງກຸ່ມອາລ ຄາອີດາ ​ຖືກສັງຫານ


ນາຍ Atiyah Abd al-Rahman, al Qaida
ນາຍ Atiyah Abd al-Rahman, al Qaida

ເຈົ້າໜ້າທີ່ສະຫະລັດທ່ານນຶ່ງກ່າວວ່າ ນາຍ Atiyah Abd al-Rahman ຜູ້ນໍາໝາຍເລກ
ສອງຂອງກຸ່ມອາລຄາອີດາ ​ໄດ້ຖືກສັງຫານທີ່ປາກີສຖານ.

ເຈົ້າໜ້າທີ່ດັ່ງກ່າວ ທີ່​ຂໍ​ບໍ່​ໃຫ້ອອກຊື່ ກ່າວ​ໃນວັນເສົາວານນີ້ວ່າ ນາຍ Rahman ຖືກສັງ
ຫານເມື່ອວັນທີ່ 22 ສິງຫາ ທີ່ເຂດຊົນເຜົ່າ Waziristan ທາງພາກຕາເວັນຕົກສຽງເໜືອ
ຂອງປາກີສຖານ ທີ່ຮູ້ກັນວ່າເປັນບ່ອນ​ຫລົບ​ໄພ​ຂອງກຸ່ມຕາລິບານແລະພວກຫົວຕໍ່ສູ້ທີ່ພົວ
ພັນ​ກັບກຸ່ມ ອາລຄາອີດາ ນັ້ນ.

ເຈົ້າໜ້າທີ່ທ່ານ​ນີ້ບໍ່ໄດ້ບອກວ່າ ນາຍ Rahman ຖືກສັງຫານໂດຍວິທີໃດ.

ພວກເຈົ້າໜ້າທີ່ຮັກສາຄວາມປອດໄພປາກີສຖານກ່າວເມື່ອວັນທີ່ 22 ສິງຫາ ວ່າ ຍົນບໍ່ມີ ຄົນຂັບຂອງສະຫະລັດລໍານຶ່ງ ທີ່​ຖືກ​ສົ່ງ​ໄປໂຈມຕີໃນ ມື້ນັ້ນ ​ໄດ້ສັງຫານພວກຕ້ອງສົງໃສວ່າ ​ເປັນ​ພວກຫົວຮຸນແຮງສີ່ຄົນ ຢູ່​ໃກ້ ເມືອງ Mir Ali ໃນເຂດ Waziristan ເໜືອ.

ນາຍ Rahman ໄດ້ໄຕ່ເຕົ້າຂື້ນມາຢູ່ໃນຕໍາແໜ່ງຜູ້ນໍາໝາຍເລກສອງຂອງ ກຸ່ມອາລຄາອີດາ ຫລັງຈາກກໍາລັງລົບພິເສດຂອງສະຫະລັດໄດ້ສັງຫານ ນາຍໂອຊາມາ ບິນ ລາເດັນ ຜູ້ນໍາ ເຄືອຂ່າຍກຸ່ມອາລຄາອີດາ ໃນລະຫວ່າງ ການບຸກໂຈມຕີບ້ານພັກຂອງຜູ້ກ່ຽວໃນປາກີສຖານ ເມື່ອເດືອນພຶດສະພາ ຜ່ານມາ ຕໍ່ມາໃນ ເດືອນມິຖຸນາ ກຸ່ມອາລຄາອີດາ ໄດ້ແຕ່ງຕັ້ງ ນາຍ Ayman al-Zawahri ເປັນຜູ້ສືບຕໍາແໜ່ງນາຍບິນ ລາເດັນ ໃນຖານະ ຫົວໜ້າອົງການ ການກໍ່ການຮ້າຍດັ່ງກ່າວ.

ເຈົ້າໜ້າທີ່ສະຫະລັດກ່າວເມື່ອວັນເສົາວານນີ້ວ່າ ນາຍ Zawahri ​ໄດ້ອາໃສນາຍ Rahman​ໃຫ້ຊ່ວຍບໍລິຫານກຸ່ມອາລຄາອີດາ.

XS
SM
MD
LG