ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການວາງລະເບີດ ໃນອີຣັກ ເປັນພຽງ ການເລີ້ມຕົ້ນ ໃນການໂຈມຕີ (ເບິ່ງວີດີໂອ)


ຝູງຊົນພາກັນຫູ້ມເບິ່ງ ບ່ອນລົດຖືກວາງລະເບີດແຕກ ຢູ່ຄູ້ມ Amil ໃນກູງ Baghdad, Iraq, ທີ່ 19, ເມສາ 2012.
ຝູງຊົນພາກັນຫູ້ມເບິ່ງ ບ່ອນລົດຖືກວາງລະເບີດແຕກ ຢູ່ຄູ້ມ Amil ໃນກູງ Baghdad, Iraq, ທີ່ 19, ເມສາ 2012.

ສາຂາກຸ່ມ​ກໍ່​ກາ​ນຮ້າຍ al-Qaida ​ໃນອີຣັກ ​ໃຫ້​ຄໍາ​ໝັ້ນ​ສັນຍາວ່າ ຄື້ນຟອງ​ການ​ໂຈມ​
ຕີ​ດ້ວຍ​ລະ​ເບີດ​ ​ທີ່ໄດ້ສ້າງ​ຄວາມ​ຫາຍະນະ​ໃຫ້ແກ່ກຸງແບັກ​ແດັດ​ແລະ​ຕົວ​ເມືອງ​ຕ່າງໆ​
ໃນ​ວັນ​ພະຫັດວານນີ້ ​ແມ່ນພຽງ​ແຕ່ເປັນ​ການ​ເລີ້ມ​ຕົ້ນ​ເທົ່າ​ນັ້ນ.

ຖະ​ແຫລ​ງການ​ຂອງ​ກຸ່ມປະ​ເທດ​ອິສລາມ​ອີຣັກ ​ແລະ​ພິມ​ເຜີຍ​ແຜ່​ໂດຍແວັບ​ໄຊ​ຂອງ​ພວກ​
ຫົວ​ຮຸນ​ແຮງ​ ໃນ​ວັນ​ສຸກມື້ນີ້ ທີ່​ກ່າວ​ວ່າ ກຸ່ມ​ຂ​ອງ​ເຂົາ​ເຈົ້າ​ໄດ້​ແນ​ເປົ້າໝາຍໃສ່ກຳລັງ​ຮັກສາ​
ຄວາມ​ປອດໄພ ​ເພື່ອ​ເປັນ​ການ​ຕອບ​ໂຕ້ ຕໍ່​ອັນ​ທີ່​ຮ້ອງ​ວ່າ ການດຳ​ເນີນ​ການຕໍ່ຕ້ານນິກາຍ​
Sunni ທີ່ພົວພັນ​ກັບການທໍລະ​ມານ ກັກຈັບ​ກຸມ​ຄຸມ​ຂັງ ​ແລະການ​ຍຶດ​ເອົາ​ດີ​ນ​.

ເຈົ້າ​ໜ້າ​ທີ່​ອີຣັກກ່າວວ່າ ການ​ໂຈມ​ຕີ​ໃນ​ວັນ​ພະຫັດວານ​ນີ້ ຊຶ່ງ​ເປັນ​ການໂຈມ​ຕີ​ແບບ​ປະສົມ​
ລະຫວ່າງລະ​ເບີດ​ລົດ​ແລະ​ລະເບີດ​ແຄມ​ທາງນັ້ນ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 35 ຄົນແລະໄດ້​
ຮັບບາດ​ເຈ​ບຫລາຍ​ກວ່າ 100 ຄົນ.

ຢູ່​ໃນ​ແລະ​ໃກ້​ໆກຸງ​ແບັກ​ແດັດ ລະ​ເບີດ​ໄດ້​ແຕກ​ຂຶ້ນຫຼາຍໆ​ຄັ້ງທີ່ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ
ຢ່າງນ້ອຍ 15 ຄົນ ​ສ່ວ​ນ​ໃຫຍ່​ແມ່ນ​ຢູ່​ໃນ​ຄຸ້ມ​ທີ່​ ຊາວ Shi’ite ອາ​ໄສຢູ່. ນຶ່ງ​ໃນ​ຈໍານວນ
ການ​ໂຈມ​ຕີ​ໄດ້​ຖືກ​ຂະ​ບວນ ລົດຂອງ​ລັດ​ຖະມົນ​ຕີ​ສາທາລະນະ​ສຸກຂອງ​ອີຣັກ ຊຶ່ງທ່ານ
ບໍ່​ໄດ້ຮັບບາດເຈັ​ບ​ແຕ່​ປະການ​ໃດ.

ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ທີ່​ເມືອງ Kirkuk ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ 9 ຄົນ ​ໃນ​ຂະນະ​
ດຽວ​ກັນ​ກໍມີການ​ໂຈມ​ຕີ​ດ້ວຍລະ​ເບີດຂະໜາດແຮງ​ ທີ່​ເມືອງ Samarra, Taji ​ແລະ​
ເມືອງ Ramadi.

ການ​ໂຈມ​ຕີ​ສະລະ​ຊີບແລະ​ການ​ດ້ວຍລະ​ເບີດລົດທີ່​ມີ​ຂຶ້ນ​ເກືອບ​ພ້ອມໆ ກັນຢູ່ໃນ​ 8 ຕົວ​
ເມືອງໃນ​ເດືອນ​ແລ້ວ​ນີ້ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 46 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ
200 ຄົນ. ການ​ໂຈມ​ຕີ​ເຫລົ່ານີ້​ໄດ້​ເກີດ​ຂື້ນ​ສອງ​ສາມມື້ກ່ອນ​ອີຣັກ​ເປັນເຈົ້າພາບຈັດກອງ
ປະ​ຊຸມສຸດ​ຍອດສັນນິບາດ​ອາຣັບ.

XS
SM
MD
LG