ກຸ່ມກໍ່ການຮ້າຍພົວພັນກັບເຄື່ອຄາຍ al-Qaida ໃນເຢເມັນ
ກ່າວວ່າ ຕົນໄດ້ທຳການໂຈມຕີໃນ ວັນພະຫັດວານນີ້ ດ້ວຍ
ລູກຈະຫຼວດ ໃສ່ຖານທັບອາກາດ ທີ່ໃຊ້ໂດຍ ສະຫະລັດ.
ບັນດາເຈົ້າໜ້າທີ່ ເຢເມັນ ໄດ້ຢືນຢັນການໂຈມຕີໃສ່ ຖານທັບ
Al-Anad ຢູ່ໃນແຂວງ Lahij ທາງພາກໃຕ້ ຂອງປະເທດ .
ໂຄສົກ ສະຖານທູດເຢເມັນ ປະຈຳນະຄອນຫລວງ ວໍຊິງຕັນ
ລາຍງານວ່າ ບໍ່ມີການເສຍຊີວິດ. ທຳນຽບຫ້າແຈ ກ່າວວ່າບໍ່
ມີທະຫານ ສະຫະລັດ ໄດ້ຮັບບາດເຈັບ.
ໃນຕົ້ນອາທິດນີ້ al-Qaida ໄດ້ອ້າງເອົາການໂຈມຕີສະລະຊີບສອງຄັ້ງ ໃສ່ຄ້າຍທະຫານ
ທີ່ໄດ້ສັງຫານທະຫານເຢເມັນ ເຈັດຄົນ.
ກຸ່ມຫົວຮຸນແຮງໄດ້ ດັກສະກັດໂຈມຕີ ຄ້າຍທະຫານແຫ່ງອຶ່ນ ຢູ່ໃນແຂວງ
Hadramout ໃນຕອນແລງວັນຈັນທີ່ຜ່ານມາ ເຮັດໃຫ້ທະຫານສອງຄົນເສຍຊິວິດ.