ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຫົວຮຸນແຮງ ທີ່ເປັນເຄືອຂ່າຍ ຂອງກຸ່ມ ອາລ-ກາອີດາ ອ້າງວ່າ ໄດ້ສັງຫານ ພວກທະຫານ ຊີເຣຍ ຫຼາຍກວ່າ 20 ຄົນ


ໃນພາບນີ້ ທີ່ໄດ້ຖືກເຜີຍແຜ່ ໂດຍອົງການຂ່າວ SANA ຂອງທາງການຊີເຣຍ, ສະແດງໃຫ້ເຫັນ ທະຫານຊີເຣຍ ກ່ຽມຈະຍິງປືນຄົກ ໄປໃສ່ພວກກະບົດຢູ່ໃນບ້ານ Kfar Nabuda, ຢູ່ໃນເຂດຫ່າງໄກສອກຫລີກ ຂອງແຂວງຮາມາ ໃນຊີເຣຍ, ວັນທີ 11 ພຶດສະພາ 2019.
ໃນພາບນີ້ ທີ່ໄດ້ຖືກເຜີຍແຜ່ ໂດຍອົງການຂ່າວ SANA ຂອງທາງການຊີເຣຍ, ສະແດງໃຫ້ເຫັນ ທະຫານຊີເຣຍ ກ່ຽມຈະຍິງປືນຄົກ ໄປໃສ່ພວກກະບົດຢູ່ໃນບ້ານ Kfar Nabuda, ຢູ່ໃນເຂດຫ່າງໄກສອກຫລີກ ຂອງແຂວງຮາມາ ໃນຊີເຣຍ, ວັນທີ 11 ພຶດສະພາ 2019.

ຢ່າງໜ້ອຍ ມີທະຫານຊີເຣຍ 27 ຄົນ ໄດ້ຖືກຂ້າຕາຍ ແລະອີກ 3 ຄົນ ໄດ້ຮັບບາດເຈບ
ໃນການໂຈມຕີສອງຄັ້ງ ເມື່ອວັນພະຫັດມີວານນີ້ ໂດຍກຸ່ມນັກລົບ ທີ່ເປັນເຄືອຂ່າຍຂອງ
ກຸ່ມອາລ-ກາອີດາ ຢູ່ໃນແຂວງຮາມາ ທາງພາກກາງຂອງຊີເຣຍ ອີງຕາມແຫລ່ງຂ່າວ
ຂອງກຸ່ມຈີຮາດີ.

ການໂຈມຕີຢ່າງບໍ່ຮູ້ໂຕສອງຄັ້ງ ເກີດຂຶ້ນຕໍ່ທີ່ໝັ້ນຂອງກອງທັບຊີເຣຍ ຢູ່ໃກ້ໆກັບຄຸ້ມ
ບ້ານອັດຊານ ໃນແຂວງຮາມາທາງພາກເໜືອ ອີງຕາມລາຍງານຂອງ ເວັບໄຊ ອາລ-
ບາຢານ ໃນພາສາອາຣັບ ທີ່ອຸທິດແດ່ ການເຜີຍແຜ່ຂ່າວສານ ໃນການຕໍ່ສູ້ເພື່ອ
ສາສະໜາ ຫຼື ຈີຮາດີ ໃນຊີເຣຍ.

ເວັບໄຊດັ່ງກ່າວ ຍັງໄດ້ນຳເອົາຖະແຫລງການສະບັບນຶ່ງຂອງກຸ່ມກຳລັງປະສົມຈີຮາດີ
ລົງເຜີຍແຜ່ ທີ່ກ່າວວ່າ ໄດ້ເລີ້ມການບຸກໂຈມຕີ ຕໍ່ກຳລັງລະບອບການປົກຄອງຂອງ
ຊີເຣຍ ໃນພາກສ່ວນຕ່າງໆຂອງແຂວງຮາມາ ແລະ ບໍລິເວນໃກ້ຄຽງ ແຂວງອິດລິບ
ທາງພາກຕາເວັນຕົກສຽງເໜືອຂອງປະເທດ.

“ປະຕິບັດການທີ່ໄດ້ຮັບພອນມານີ້ ສົ່ງຜົນໃຫ້ພວກທະຫານ ແລະພວກນາຍຮ້ອຍຫຼາຍ
ກວ່າ 30 ຄົນ ຈາກກອງທັບບົກຊີເຣຍ ໄດ້ຖືກສັງຫານ ແລະບາດເຈັບ....ແລະໜ່ວຍຄັງ
ເກັບລູກປືນ ກໍໄດ້ຖືກທຳລາຍ ແລະ ກອງທັບບົກ ໄດ້ພ່າຍໜີຈາກປ້ອມກວດກາຕ່າງໆ
ຢູ່ໃກ້ໆບໍລິເວນທີ່ຖືກຈູ່ໂຈມ ຍ້ອນຄວາມຢ້ານກົວທີ່ໄດ້ກະທົບຕໍ່ພວກເຂົາເຈົ້າ” ອີງຕາມ
ກ່ານກ່າວຂອງຖະແຫລງການທີ່ກ່າວມານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG