ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການຂ່າວ ອາລ ຈາຊີຣາ ກ່າວວ່າ ນັກຂ່າວຂອງຕົນຖືກປ່ອຍໂຕ ລຸນຫຼັງຖືກກັກຂັງ ແລະທຸບຕີ ໃນຂົງເຂດກາຊາ


ແຟ້ມຮູບ-ສັນຍາລັກ ທີ່ເປັນເຄືອຂ່າຍອົງການຂ່າວອາລ ຈາຊີຣາ ຢູ່ໃນສໍານັກງານໃຫຍ່ທີ່ຕັ້ງຢູ່ນະຄອນຫຼວງໂດຮາ ປະເທດກາຕ້າ, ວັນທີ 8 ມິຖຸນາ 2017.
ແຟ້ມຮູບ-ສັນຍາລັກ ທີ່ເປັນເຄືອຂ່າຍອົງການຂ່າວອາລ ຈາຊີຣາ ຢູ່ໃນສໍານັກງານໃຫຍ່ທີ່ຕັ້ງຢູ່ນະຄອນຫຼວງໂດຮາ ປະເທດກາຕ້າ, ວັນທີ 8 ມິຖຸນາ 2017.

ນັກຂ່າວຂອງອົງການຂ່າວ ອາລ ຈາຊີຣາ (Al Jazeera) ທີ່ເຂົ້າໄປລາຍງານຂ່າວການບຸກໂຈມຕີໂຮງໝໍຢູ່ຂົງເຂດກາຊາ ໃນວັນຈັນວານນີ້ ໄດ້ຖືກທໍາຮ້າຍຮ່າງກາຍ ແລະຖືກຈັບກຸມໂດຍກອງກໍາລັງຂອງອິສຣາແອລ ເປັນເວລາປະມານ 12 ຊົ່ວໂມງ, ອີງຕາມການກ່າວຂອງເຄືອຂ່າຍອົງການຂ່າວ.

ອົງການຂ່າວ ອາລ ຈາຊີຣາ ລາຍງານວ່າ ສະມາຊິກຂອງກຳລັງປ້ອງກັນຊາດອິສຣາແອລ ຫຼື IDF ໄດ້ທໍາການທໍາຮ້າຍນັກຂ່າວພາກພາສາອາຣັບຂອງພວກເຂົາເຈົ້າ ຄື ທ່ານອິສເມລ ອາລ-ກູລ (Ismail al-Ghoul), ດ້ວຍການທຳລາຍອຸປະກອນຂອງລາວ ແລະທໍາການຈັບກຸມລາວພ້ອມດ້ວຍບັນດານັກຂ່າວ ແລະພະນັກງານໂຮງໝໍຄົນອື່ນໆ.

ທ່ານອາລ-ກູລ ໄດ້​ຖືກ​ບັງຄັບ​ໃຫ້​ແກ້ເຄື່ອງ​ດ້ວຍການເປືອຍ​ກາຍ ​ກ່ອນ​ທີ່​ຈະ​ຖືກນໍາໂຕອອກໄປໂດຍພວກທະຫານ​, ອົງການຂ່າວ ອາລ-ຈາຊີຣາ ກ່າວ​ວ່າ ລາວໄດ້ຖືກປ່ອຍໂຕໃນຕອນແລງຂອງມື້ວັນຈັນວານນີ້, ອີງຕາມການລາຍງານຂອງອົງການຂ່າວກາຕາຮີ.

ອົງການຂ່າວ ອາລ-ຈາຊີຣາ ​ແລະ​ບັນດາ​ອົງການ​ຕິດຕາມໜ່ວຍງານດ້ານການ​ຂ່າວ​ສາກົນ ໄດ້​ປະນາມຕໍ່​ການ​ຈັບ​ກຸມ​ດັ່ງກ່າວ.

ອົງການດັ່ງກ່າວ ກ່າວໃນຖະແຫຼງການວ່າ "ອົງການຂ່າວ ອາລ ຈາຊີຣາ ກ່າວປະນາມຕໍ່ອາຊະຍາກຳທີ່ຍັງຄົງດຳເນີນຢູ່ຢ່າງຕໍ່ເນື່ອງໂດຍກອງກຳລັງຢຶດຄອງຂອງອິສຣາແອລ ຕໍ່ບັນດານັກຂ່າວ ແລະຜູ້ຊ່ຽວຊານດ້ານສື່ມວນຊົນຢູ່ໃນກາຊາ ເຊິ່ງໄດ້ດໍາເນີນການຮຽກຮ້ອງຂອງຕົນຄືນໃໝ່ ເພື່ອໃຫ້ຢຸດເຊົາການໂຈມຕີທີ່ເປັນຕາຢ້ານເຫຼົ່ານີ້ໃນທັນທີ."

ກອງກໍາລັງ IDF ບໍ່​ໄດ້​ຕອບ​ອີ​ເມລໃນ​ທັນທີ​ຂອງ VOA ທີ່​ຮ້ອງ​ຂໍ​ໃຫ້ສະແດງຄວາມ​ເຫັນ​.

ການ​ຈັບ​ກຸມ​ດັ່ງກ່າວ ໄດ້​ເນັ້ນໃຫ້ເຫັນ​ເຖິງ​ຄວາມ​ສ່ຽງທັງຫຼາຍ​ຕໍ່ບັນດາ​ນັກ​ຂ່າວ​ທີ່​ເຮັດ​ວຽກ​ຢູ່ໃນຂົງ​ເຂດ​ກາຊາ, ເຊິ່ງບັນດານັກ​ຂ່າວຕ້ອງ​ປະ​ເຊີນ​ໜ້າ​ກັບ​ຂໍ້​ຈຳກັດ​ໃນ​ການ​ເຂົ້າ​ເຖິງ​ຂອງ​ທັງ​ສອງ​ຝ່າຍ, ​ແລະ​ຈຳນວນ​ຜູ້​ເສຍ​ຊີວິດ​ຂອງ​ບັນດານັກຂ່າວ​ ​ແມ່ນ​ສູງ​ທີ່​ສຸດຢູ່​ໃນ​ຄວາມຂັດແຍ້ງທັງຫຼາຍເຫຼົ່ານີ້.

ຄະນະ​ກຳມະການ​ປົກ​ປ້ອງ​ນັກ​ຂ່າວ ຫຼື CPJ ທີ່ມີສໍານັກງານ​ໃຫຍ່​ຢູ່ໃນ​ນິວຢອກ ກ່າວ​ວ່າ ອິສຣາ​ແອ​ລ ​ເປັນຊັ້ນ​ນໍາ​ໃນການຈັບກຸມ​ນັກ​ຂ່າວໄປຂັງຄຸກ ຈົນ​ມາ​ຮອດ​ທ້າຍ​ປີ 2023. ປະເທດແຫ່ງນີ້ ຢູ່ໃນອັນດັບທີ 6 ຂອງໂລກ ທີ່ມີນັກໂທດຖືກຈັບຂັງຄຸກ 17 ຄົນ, ອີງຕາມການສໍາຫຼວດສໍາມະໂນຄົວປະຈໍາປີຂອງ CPJ ກ່ຽວກັບນັກຂ່າວທີ່ຖືກຈໍາຄຸກ ຍ້ອນການປະຕິບັດໜ້າທີ່ຂອງພວກເຂົາເຈົ້າ.

ກຸ່ມ​ດັ່ງກ່າວ​ ກ່າວ​ວ່າ ພວກ​ທີ່​ຖືກ​ກັກ​ຂັງ​ທັງ​ໝົດ​ນັ້ນ ​ແມ່ນ​ຖືກ​ຈັບ​ຢູ່​ເຂດຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດນ ຫຼື West Bank ລຸນຫຼັງ​ກຸ່ມຮາມາສ​ໄດ້​ທໍາ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍຕໍ່ ອິສຣາແອລ ​ໃນ​ວັນ​ທີ 7 ຕຸລາ​ ທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG