ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊົນ​ຊາດ​ຊົນ​ເຜົ່າ​ກຸ່ມນ້ອຍ ສະ​ແດງ​ຄວາມ​ດີໃຈ ຢ່າງ​ມີ​ສະ​ຕິ​​ ​ພາຍ​ຫລັງ ​ທີ່ທ້າວອາ​ລ-ແບັກ​ດາ​ດີ ເສຍ​ຊີວ​ິດແລ້ວ


ພວກ​ພີ່​ນ້ອງ​ຊາວ​ຢາ​ຊີ​ດີ ພາ​ກັນ​ໂອບກອດ ເດັກ​ຊາຍ​ທີ່​ລອດ​ຊີ​ວິດ​ມາ​ໄດ້​ພາຍ​ຫລັງ​ທີ່​ຖື​ກພວກ​ທະ​ຫານ​ຂອງ​ກຸ່ມ​ລັດ​ອິ​ສ​ລາມຢູ່​ຊີເຣຍ ປ່ອຍ​ຕົວ​ອອກ​ມາ (ພາບ​ຖ່າຍ​ຢູ່​ໃນ​ເມືອງ Duhok, ຂອງ​ອີ​ຣັກ​ ໃນ​ວັນ​ທີ 2 ມີ​ນາ, 2019)
ພວກ​ພີ່​ນ້ອງ​ຊາວ​ຢາ​ຊີ​ດີ ພາ​ກັນ​ໂອບກອດ ເດັກ​ຊາຍ​ທີ່​ລອດ​ຊີ​ວິດ​ມາ​ໄດ້​ພາຍ​ຫລັງ​ທີ່​ຖື​ກພວກ​ທະ​ຫານ​ຂອງ​ກຸ່ມ​ລັດ​ອິ​ສ​ລາມຢູ່​ຊີເຣຍ ປ່ອຍ​ຕົວ​ອອກ​ມາ (ພາບ​ຖ່າຍ​ຢູ່​ໃນ​ເມືອງ Duhok, ຂອງ​ອີ​ຣັກ​ ໃນ​ວັນ​ທີ 2 ມີ​ນາ, 2019)

ພວກຊົນ​ຊາດ​ຊົນ​ເຜົ່າ​ແລະພວກ​ຖື​ສາ​ສະ​ໜາກຸ່ມ​ນ້ອຍທັງ​ຫລາຍ​ຢູ່​ທົ່ວ​ໂລກ​ທີ່​ໄດ້​ຮັບ​ຄວາມ​ທຸກ​ທໍ​ລະ​ມານ​ຈາກອຸ​ດົມ​ການ​ຮຸນແຮງ​ຈັດ​ຂອງ​ກຸ່ມກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ ຫລື IS ສະ​ແດງ​ຄວາມ​ຮູ້​ສຶກ​ດີ​ໃຈອອກ​ມາ ພາຍ​ຫລັງ​ທີ່​ຜູ້​ນຳ​ຂອງ​ກຸ່ມ IS, ທ້າວອາ​ບູ ບາກ ອາ​ລ-ແບັກ​ດາ​ດີ (Abu Bakr al-Baghdadi) ໄດ້ຖືກ​ຂ້າ​ຕາຍ​ໃນ​ການ​ປະ​ຕິ​ບັດ​ງານ​ຂອງ​ສະ​ຫະ​ລັດ ​ໃນ​ວັນ​ທ້າຍ​ສັບ​ປະ​ດາຜ່ານ​ມາ ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງຊີ​ເຣຍ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ຂອງ​ສະ​ຫະ​ລັດ​ ໄດ້​ປະ​ກາດ​ການ​ເສຍ​ຊີ​ວິດ​ຂອງ​ທ້າວ ອາ​ລ-ແບັກ​ດາ​ດີ (al-Baghdadi) ໃນ​ວັນ​ອາ​ທິດ​ຜ່ານ​ມານີ້. ທ່ານ​ທ​ຣຳ​ເວົ້າ​ວ່າ ທ້າວອາ​ລ-ແບັກ​ດາ​ດີ (al-Baghdadi) ໄດ້​ບີບ​ຄະ​ນວນ​ລະ​ເບີດ ​ໃຫ້
ແຕກ​ຂຶ້ນ​ ໃນ​ຂະ​ນະ​ທີ່​ຖືກ​ໄລ່​ຕາມ​ໂດຍ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ ຢູ່​ໃນ​ຊີ​ເຣຍ, ຊຶ່ງ​ໄດ້ຂ້າ​ຕົວ​ເອງ ແລະ​ລູກ 3 ຄົນ​ຕາຍ.

“ລາວ​ຄວນ​ຖື​ຂ້າ​ຕາຍຕັ້ງ​ແຕ່​ດົນ​ແລ້ວ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ນາງເລ​ລາ ທາ​ອາ​ໂລ (Layla Taalo), ແມ່​ຍິ​ງ​ຊາ​ວ​ຢາ​ຊີ​ດີ​ (Yazidi) ທີ່​ຖືກ​ກຸ່ມລັດ​ອິ​ສ​ລາມ​ເອົາ​ໄປ​ເປັນ​ຂ້າ​ທາດ​ທາງ​ເພດ ເມື່ອ​ພວກ​ຫົວ​ຮຸນ​ແຮງ​ດັ່ງ​ກ່າວ​ໄດ້​ຖະ​ຫລົ່ມ​ເມືອງ​ຊິນ​ຈາ ຢູ່ພາກ​ເໜືອ​ຂອງ​ອີ​ຣັກ​ໃນ​ເດືອນ​ສິງ​ຫາ ປີ 2014.

ຊາວ​ຢາ​ຊີ​ດີ (Yazidi) ເປັນ​ພວກ​ຖື​ສາ​ສະ​ໜາ​ກຸ່ມນ້ອຍ​ທີ່​ເວົ້າ​ພາ​ສາ​ເຄີດ​ຖືກ​ກຸ່ມ IS ມອງວ່າ​ເປັນຄົນ​ນອກ​ຮີດນອກ​ຄອງ​ສາ​ສະ​ໜາ​.

​ໃນ​ການ​ໂຈມ​ຕີເມື່ອ​ປີ 2014 ຢູ່​ໃນ​ເມືອງຊິນ​ຈາ​ຕໍ່​ຊາ​ວ​ຢາ​ຊີ​ດີ​ (Yazidi) ນັ້ນນັກ​ ລົບ​ຂອງ​ກຸ່ມ IS ໄດ້​ສັງ​ຫານ​ຊີ​ວິດ​ພວກ​ຜູ້​ຊາຍຊາ​ວ​ຢາ​ຊີ​ດີ​ (Yazidi) ຫລາຍ​ຄົນ ແລະເອົາ​ຜູ້​ຍິງ ແລະ​ເດັກ​ຍ້ອຍຍິງ​ຫລາຍ​ພັນ​ຄົນ ໄປ​ເປັນ​ຂ້າ​ທາດ ຢູ່​ໃນການ​ກະ​ທຳ​ໂຫດ​ຮ້າຍ​ທີ່​ແນ​ໃສ່​ຂ້າ​ລ້າງ​ເຜົ່າ​ພັນ​ນັ້ນ, ອີງ​ຕາມ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ນາງທາ​ອາ​ໂລ (Taalo) ໄດ້​ຖືກ​ກັກ​ຂັງ​ໂດຍ​ກຸ່ມ IS ຢູ່​ໃນ​ຊີ​ເຣຍ​ເປັນ​ເວ​ລາ​ນານ ກວ່າສອງ​ປີ ກ່ອນຖືກ​ປົດ​ປ່ອຍ​ໂດຍ​ກຳ​ລັງ​ທະ​ຫານຊາວ​ເຄີດ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງຈາກ​ສະ​ຫະ​ລັດ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ.

ລາວ​ບອກວີ​ໂອ​ເອ​ວ່າ "ໃນ​ຕອນ​ທີ່​ຂ້ອຍ​ຖືກ​ກັກ​ຂັງ​ຢູ່ນັ້ນ ຂ້ອຍ​ພະ​ຍາ​ຍາມ​ຊອກ​ຮູ້​ວ່າ ອາ​ລ-ແບັກ​ດາ​ດີ​ ຢູ່​ບ່ອນ​ໃດ, ແຕ່​ວ່າ ​ພວກ​ຮຸນ​ແຮງ​ທີ່​ຂັງ​ຂ້ອຍ​ໄວ້ນັ້ນ​ຈະ​ບໍ່​ໃຫ້​ຂ້ອຍ​ເຫັນ​ລາວ​ຈັກ​ແທື່ອ.”

ທ້າວຄາ​ລ​ຊາ (Khalsa) ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ພວກ​ເຂົາ​ໄດ້​ກະ​ທຳ​ແບບ​ປ່າ​ເຖື່ອນ ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ, ຊີ​ເຣຍ ແລະ​ອີ​ຣັກ. ພວກ​ເຂົາ​ຈະ​ຕ້ອງ​ສູນຫາຍ​ໄປ​ໃນ​ໄວໆ​ນີ້.

ທ້າວ ຄ​າລ​ຊາ (Khalsa) ຜູ້ທີ່​ສູນເສຍພີ່​ນ້ອງ​ຄົນ​ອື່ນ​ອີກໃນ​ການ​ບຸກ​ໂຈມ​ຕີ​ເມື່ອ​ເດືອນ​ກໍ​ລະ​ກົດຜ່ານ​ມາ ກ່າວ​ຕື່ມ​ວ່າ “ອັນ​ນີ້ບໍ່​ແມ່ນ​ການ​ແກ້​ແຄ້ນ. ການແກ້​ແຄ້ນ​ແມ່ນ​ເກີດ​ຂຶ້ນ ເມື່ອ​ພວກ​ເຮົາເຫັນ​ຄາດ​ຕະ​ກອນ ​ຖືກ​ດຳ​ເນີນ​ຄະ​ດີ​ພາຍ​ຫລັງ​ທີ່​ໄດ້​ຮັບ​ສາ​ລະ​ພາບ​ວ່າ​ໄດ້​ກໍ່​ອາດ​ຊະ​ຍາ​ກຳ​ແລ້ວ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG