ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະອາຈານບຸນມີ ກິດຕິທຳມະວັນໂນ ໄດ້ຮັບ ສະຖາປະນາ ໃຫ້ເປັນ ພະສັງຄະລາດລາວ ໃນສະຫະລັດ


ພະອາຈານບຸນມີ ກິດຕິທຳມະວັນໂນ
ພະອາຈານບຸນມີ ກິດຕິທຳມະວັນໂນ

ອົງການຄະນະສົງ ລາວ ໃນ ສະຫະລັດ ອາເມຣິກາ ໄດ້ສະຖາປະນາ ພະມະຫາອາຈານ
ບຸນມີ ກິດຕິທຳມະວັນໂນ, ເຈົ້າອາວາດວັດລາວ ພຸດທະວົງ ເປັນພະສັງຄະລາດພະພຸດ
ທະສາສະໜາ ລາວ ໃນສະຫະ ລັດ ອາເມຣິກາ ເມື່ອວວັນທີ 9 ມິຖຸນາທີ່ຜ່ານມາ, ທີ່ວັດ
ລາວພຸດທະວົງໃນເມືອງແຄັດແລັດ, ລັດເວີຈິເນຍ.

ໃນພິທີດັ່ງກ່າວມີຕົວແທນຄູບາອາຈານຈາກ 121 ວັດໃນທົ່ວປະເທດ ເຂົ້າຮ່ວມ,
ພ້ອມດ້ວຍຄະນະສົງຈາກວັດ ຫວຽດນາມ ແລະ ບັນດາ ອາຈານຈາກວັດໄທ, ນອກນັ້ນ
ກໍຍັງມີປະຊາຊົນຜູ້ທີ່ນັບຖືສາສະໜາພຸດ ຄົນລາວ ແລະ ຕ່າງປະເທດເຂົ້າຮ່ວມ
ແລະສະເຫຼີມສະ ຫຼອງພິທີດັ່ງກ່າວຢ່າງຫຼວງຫຼາຍ.

ສຳລັບຈຸດປະສົງຂອງການແຕ່ງຕັ້ງພາສັງຄະລາດນັ້ນ ກໍແມ່ນເພື່ອໃຫ້ອົງການຄະນະສົງ
ລາວ ມີປະສິດທິພາບ, ປະສິດທິຜົນ ແລະ ຄວາມອຸດົມສົມບູນ ຂອງສາສະໜາພຸດ ດັ່ງທີ່
ພະອາຈານ ບົວແກ້ວ ແສງສຸລິຍາ ປະທານບໍລິຫານອົງການຄະນະສົງລາວ ໃນສະຫະ
ລັດ ອາເມຣິກາ ໄດ້ກ່າວວ່າ:“ເພື່ອເປັນຮົ່ມໂພຮົ່ມໄຊໃນການນຳພາພຸດທະສາສະນິ
ກະຊົນ ແລະ ເພື່ອຄວາມງອກງາມສືບຕໍ່ໄປ.”

ພິທີສະຖາປະນາພະສັງຄະລາດ ໄດ້ເລີ່ມຂຶ້ນໃນເວລາ 10 ໂມງເຊົ້າຈົນເຖິງ 15 ໂມງ
ຕາມເວລາໃນທ້ອງຖິ່ນ, ເຊິ່ງໃນພິທີດັ່ງກ່າວກກໍປະກອບມີ ການສູດມົນໂດຍບັນດາ
ພະອາຈານ, ການແຫ່ພະສັງຄະລາດ ແລະ ການມອບໃບຢັ້ງຢືນການ ແຕ່ງຕັ້ງຢ່າງ
ເປັນທາງການໃຫ້ແກ່ພະມະຫາອາຈານ ບຸນມີ ກິດຕິທຳມະວັນໂນ.

XS
SM
MD
LG