ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່​ຍິງ​ຊາວ​ອິນ​ໂດ​ເນ​ເຊຍ​ຄົນ​ນຶ່ງ ທີ່ສົງ​ໄສ​ຄາດ​ຕະ​ກຳ ອ້າຍ​ຕ່າງ​ແມ່​ຂອງ​ຜູ້​ນຳ​ເກົາ​ຫຼີ​ເໜືອ ໄດ້ຖືກ​ປ່ອຍ​ໂຕ


ນາງ​ຊິ​ຕີ ແອ​ສຢາ​ຮ ກຳ​ລັງ​ຖື​ກ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ນຳ​ພາ​ໂຕ​ອອກ​ຈາກ​ສານ ຊາ​ຮ ອາ​ລຳ ຢູ່ນອກ​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ຣ ວັນ​ທີ 18 ທັນ​ວາ 2018.
ນາງ​ຊິ​ຕີ ແອ​ສຢາ​ຮ ກຳ​ລັງ​ຖື​ກ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ນຳ​ພາ​ໂຕ​ອອກ​ຈາກ​ສານ ຊາ​ຮ ອາ​ລຳ ຢູ່ນອກ​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ຣ ວັນ​ທີ 18 ທັນ​ວາ 2018.

ແມ່​ຍິງ​ຊາວ​ອິນ​ໂດ​ເນ​ເຊຍ​ຄົນ​ນຶ່ງທີ່​ຖືກ​ກັກ​ຂັງ​ໄວ້​ຢູ່​ມາ​ເລ​ເຊຍມາ ນັບ​ແຕ່​ປີ 2017 ໃນ​ຂໍ້​
ສົງ​ໄສວ່າ​ຄາດ​ຕະ​ກຳ ອ້າຍ​ຕ່າງ​ແມ່​ຂອງ​ຜູ້​ນຳ​ເກົາ​ຫຼີ​ເໜືອນັ້ນ ໄດ້​ຖືກ​ປ່ອຍ​ອອກ​ຈາກ​ຄຸກ
​ໃນ​ວັນ​ຈັນ​ມື້​ນີ້.

ສານ​ສູງ​ສຸດ ຊາ​ຮ ອາ​ລຳ ຢູ່ນອກ​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ຣ ໄດ້​ປ່ອຍ​ໂຕ​ ນາງ​ຊິ​ຕີ ແອ​ສ
ຢາ​ຮ ໂດຍປາດ​ສະຈາກ​ການ​ຂັດ​ແຍ້ງໃດໆ ຫຼັງ​ຈາກບັນ​ດາ​ໄອ​ຍະ​ການມ​າ​ເລ​ເຊຍ ໄດ້​ຖອນ
​ການ​ກ່າວ​ຫາ​ວ່າຄາດ​ຕະ​ກຳ ​ປາດ​ສະ​ຈາກ​ການ​ໃຫ້​ເຫດ​ຜົນ​ໃດໆ.

ໃນ​ຂະ​ນະ​ທີ່​ນາງ​ໄດ້​ຍິນ​ສານ​ປະ​ກາດ ນາງ​ແອ​ສ​ຢາ ອາ​ຍຸ 26 ປີ ກໍໄດ້​ກອດ​ຄູ່​ທີ່​ຖືກ​ກ່າວ​ຫາ
ດ້ວຍກັນ ​ຄື​ນາງ ດວນ ທີ່ ຮວງ ອາ​ຍຸ 30 ປີ ທີ່​ເປັນ​ແມ່​ຍິງ​ຊາວ​ຫວຽດ​ນາມ ແລະ​ໄດ້​ຮ້ອງ​ໃຫ້ອອກມາ.

ຫຼັງ​ຈາກ​ນັ້ນ​ທັນ​ທີ່ ນາງ​ໄດ້​ຮີບ​ນຳ​ພາໄປ​ຫາ​ລິ​ຟ ແລະ​ນຳ​ພາ​ໂຕ​ໄປຫາ​ລົດສະ​ຖານ​ທູດ​ອິນ​
ໂດ​ເນ​ເຊຍ ທີ່​ລໍ​ຖ້າ​ຢູ່ນອກສານ. ພວກ​ທະ​ນາຍ​ຄວາມກ່າວ​ວ່າ ນາງຄາດ​ວ່າ​ຈະ​ບິນ​ໄປ​ນະ
​ຄອນ​ຈາ​ກາ​ຕ​າ​ໃນ​ບໍ່​ຊ້າ​ນີ້.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິນ​ໂດ​ເນ​ເຂຍ ທ່ານ​ຣັ​ສ​ດີ ກິ​ຣາ​ນາ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລັດ​
ຖະ​ບານ​ມາ​ເລ​ເຊຍ ສຳລັບ​ການ​ປ່ອຍ​ໂຕ​ນາງ​ແອ​ສ​ຢາ ແລະ​ກ່າວ​ວ່າ “ພວກ​ເຮົ​າ​ເຊື່ອ​ວ່າ
ນາງ​ບໍ່​ມີ​ຄວາມ​ຜິດ

ໃນ​ຂະ​ນະ​ດຽວ​ກັນ ການ​ດຳ​ເນີນ​ຄະ​ດີ​ຂອງ ນາງຮວງ ໄດ້​ຖືກໂຈະ​ໄວ້. ສານ​ໄດ້​ມີ​ກຳ​ນົດ
​ທີ່​ຈະ​ຟັງ​ການ​ປ້ອງ​ກັນ​ນາງ​ຮວງ ໃນ​ວັນ​ຈັນຫຼັງ​ຈາກ​ຫຼາຍ​ເດືອນ​ຂອງ​ການ​ລ້າ​ຊ້າມາ.

ແມ່​ຍິງ​ທັງ​ສອງ​ໄດ້​ຖືກ​ກ່າວຫາວ່າເອົາ​ວັດ​ຖຸແຫຼວ VX ​ທີ່​ທຳ​ລາຍ​ປະ​ສາດທາໃສ່​ໜ້າ
ທ່ານ​ກິມ ຢັງ ນຳ ຢູ່​ສະ​ໜາມ​ບິ​ນສ​າ​ກົນ​ ໃນ​ນະ​ຄອນ​ກົ​ວ​ລາ​ລຳ​ເປີ​ຣ ໃນ​ວັນ​ທີ 13 ເດືອນ​
ກຸມ​ພາ 2017.

ເຂົາ​ເຈົ້າ​ເປັນ​ພຽງແຕ່​ຜູ້​ຕ້ອງ​ສົງ​ໄສ​ທີ່​ຖືກ​ກັກ​ຂັງ ຫຼັງ​ຈາກ​ຜູ້​ຕ້ອງ​ສົງ​ໄສ​ເກົາ​ຫຼີ​ເໜືອສີ່​ຄົນ
ໄດ້​ຫລົບ​ໜີ​ອອກ​ຈາກ​ປະ​ເທດ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ​ ເວ​ລາ​ທ່ານ​ກິມ​ ໄດ້​ຖືກ​ສັງ​ຫານ.

ບັນ​ດາ​ທະ​ນາຍ​ຄວາມ​ຂອງ​ພວກ​ແມ່​ຍິງ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ເປັນເຫຍື່ອ​ລໍ້​ໃນ​ການ​ຄາດຕະກຳດ້ານ​ການ​ເມືອງ ໃນ​ອັນ​ທີ່​ສ​ະ​ຖານທູດ​ເກົາ​ຫຼີ​ເໜືອ​ຢູ່​ໃນ​ນະ​ຄອນ​ກົວ​ລາ​ລຳ
​ເປີ​ໄດ້​ພົວ​ພັນນຳ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG