ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີທາງອາກາດ ສັງຫານ ສິບກວ່າຄົນ ຢູ່ໃນເມືອງ ທີ່ໝັ້ນຂອງກຸ່ມຕໍ່ຕ້ານ ລັດຖະບານຊີເຣຍ


ພົນລະເມືອງຫາມເອົາຜູ້ຍິງບາດເຈັບຄົນໜຶ່ງ ອອກມາຈາກ ສະຖານທີ່ຖືກທຳລາຍ ໂດຍການໂຈມຕີທາງອາກາດ ໃນເຂດທີ່ຄວບຄຸມໂດຍກຸ່ມຕໍ່ຕ້ານລັດຖະບານຊີເຣຍ ຢູ່ທີ່ເມືອງ Maarat al-Numan ຂອງແຂວງ Idlib, ປະເທດຊີເຣຍ, ວັນທີ 9 ມັງກອນ 2016.
ພົນລະເມືອງຫາມເອົາຜູ້ຍິງບາດເຈັບຄົນໜຶ່ງ ອອກມາຈາກ ສະຖານທີ່ຖືກທຳລາຍ ໂດຍການໂຈມຕີທາງອາກາດ ໃນເຂດທີ່ຄວບຄຸມໂດຍກຸ່ມຕໍ່ຕ້ານລັດຖະບານຊີເຣຍ ຢູ່ທີ່ເມືອງ Maarat al-Numan ຂອງແຂວງ Idlib, ປະເທດຊີເຣຍ, ວັນທີ 9 ມັງກອນ 2016.

ບັນດາກຸ່ມສັງເກດການ ກ່າວວ່າ ການໂຈມຕີທາງອາກາດ ໃສ່ ເມືອງທີ່ໝັ້ນຂອງກຸ່ມຕໍ່ຕ້ານລັດຖະບານຊີເຣຍ ຢູ່ທາງພາກຕາ
ເວັນຕົກສຽງເໜືອຂອງປະເທດ ໄດ້ສັງຫານສິບກວ່າຄົນ ໃນວັນ
ເສົາວານນີ້ ທີ່ມີ ພົນລະເຮືອນ ນັກລົບ ແລະນັກໂທດລວມຢູ່ດ້ວຍ. ແຕ່ກຸ່ມສິ້ງຊອມສິດທິມະນຸດ ຊີເຣຍ ບໍ່ໄດ້ກ່າວວ່າ ການໂຈມຕີ
ຢູ່ໃນແຂວງ Idlib ນັ້ນ ແມ່ນເປັນການປະຕິບັດການ ໂດຍ ເຮືອ
ບິນລົບຂອງລັດຖະບານຊີເຣຍ ຫຼື ຂອງພັນທະມິດຣັດເຊຍ ຊຶ່ງ
ທັງສອງກຸ່ມດັ່ງກ່າວ ຕ່າງກໍໄດ້ຖິ້ມລະເບີດ ໃສ່ບໍລິເວນທີ່ກ່າວນັ້ນ
ເມື່ອສອງສາມອາທິດຜ່ານມາ.

Syria Airstrikes
please wait
Embed

No media source currently available

0:00 0:00:28 0:00

ກຸ່ມສິ້ງຊອມສິດທິມະນຸດ ກ່າວອີກວ່າ ຢ່າງໜ້ອຍ 39 ຄົນ ໄດ້ຖືກຂ້າຕາຍ ໃນການໂຈມຕີ
ທີ່ຖືກສະຖານສຳນັກງານສານ ແລະສະຖານກັກຂັງນັກໂທດ ຢູ່ຂ້າງຄຽງນັ້ນ ຊຶ່ງຢູ່ພາຍໃຕ້
ການຄວບຄຸມຂອງ ກຸ່ມພວກຫົວຮຸນແຮງ Al-Nusra ໃນເມືອງ Maarat al-Numan ທີ່ ເປັນເຄືອຂ່າຍ al-Qaida. ກ່ອນໜ້ານີ້ ລາຍງານ ກ່າວວ່າ ມີອີກຫຼາຍສິບຄົນໄດ້ຮັບບາດ
ເຈັບ ແລະ ວ່າການໂຈມຕີໄດ້ແນເປົ້າໝາຍໃສ່ສະຖານທີ່ຕ່າງໆ ທີ່ລວມທັງ ສານສາສະໜາ
ແລະ ຄຸກຂອງກຸ່ມດັ່ງກ່າວ. ອົງການຂ່າວຂອງຕາເວັນຕົກ ລາຍງານວ່າ ອາຄານຫຼາຍຫຼັງ
ໄດ້ຖືກທຳລາຍ ໂດຍລູກສອນໄຟ 4 ລູກ ແລະ ຈຳນວນຕົວເລກ ຂອງການເສຍຊີວິດ ແມ່ນ
ຈະເພີ້ມຂຶ້ນຢ່າງແນ່ນອນ.

ແຜນທີ່ ຂອງຊີເຣຍ ທີ່ສະແດງໃຫ້ເຫັນ ທີ່ຕັ້ງຂອງເມືອງ Maarat al-Numan.
ແຜນທີ່ ຂອງຊີເຣຍ ທີ່ສະແດງໃຫ້ເຫັນ ທີ່ຕັ້ງຂອງເມືອງ Maarat al-Numan.

ກຸ່ມ Al-Nusra ແມ່ນເປັນກຸ່ມໜຶ່ງທີ່ມີອຳນາດຫຼາຍທີ່ສຸດ ໃນກຸ່ມພວກນັກລົບຈີຫາດ ທີ່ປະ
ຕິບັດການ ຢູ່ໃນສົງຄາມຂ້າລ້າງຜານຂອງຊີເຣຍ ທີ່ກ່າວວ່າ ຕົນຢາກກໍ່ຕັ້ງລັດອິສລາມຂຶ້ນ
ຢູ່ໃນດິນແດນຂອງຊີເຣຍ. ໃນບັນຫາຂັດແຍ້ງທີ່ມີຫຼາຍຝ່າຍ ລວມມີກອງກຳລັງລັດຖະ
ບານຊີເຣຍ ຕໍ່ສູ້ ຕ້ານກຸ່ມດັ່ງກ່າວ, ກຸ່ມຫົວຮຸນແຮງຈັດ ລັດອິສລາມ ທີ່ເປັນປໍລະປັກກັນ,
ແລະ ກຸ່ມຕໍ່ຕ້ານລັດຖະບານຕ່າງໆ ທີ່ໜູນຫລັງໂດຍສະຫະລັດ.

ໃນຄວາມຄືບໜ້າ ຕ່າງຫາກ ອົງການຂ່າວ Reuters ໄດ້ອ້າງເຖິງຄຳເວົ້າຂອງແຫລ່ງຂ່າວ
ທີ່ກ່າວວ່າ ກຸ່ມຕ່າງໆໄດ້ບັນລຸຂໍ້ຕົກລົງສະບັບໜຶ່ງ ເພື່ອທີ່ຈະໃຫ້ອົງການບັນເທົາທຸກສາກົນ
ຕ່າງໆ ນຳສົ່ງການຊ່ວຍເຫຼືອທາງດ້ານມະນຸດສະທຳ ໄປຍັງທີ່ໝັ້ນຂອງກຸ່ມຕໍ່ຕ້ານ ລັດຖະ
ບານ ທີ່ໄດ້ຖືກປິດລ້ອມໂດຍກອງກຳລັງທີ່ສະໜັບສະໜູນລັດຖະບານ. ພ້ອມດຽວກັນນັ້ນ
ການນຳສົ່ງຄວາມຊ່ວຍເຫຼືອ ຈະມີຂຶ້ນຢູ່ໃນສອງຄຸ້ມບ້ານ ທີ່ໄດ້ຖືກປິດລ້ອມ ໂດຍກຸ່ມຕໍ່ຕ້ານ
ລັດຖະບານ.

XS
SM
MD
LG