ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, 22 ກັນຍາ 2026

ສຫລ ຍັງສືບຕໍ່ ໂຈມຕີເປົ້າໝາຍ ຂອງກຸ່ມ ລັດອິສລາມ ໃນ ຊີເຣຍ ແລະອີຣັກ (ສະໄລດ໌/ວີດີໂອ)

ເຮືອບິນລົບ F-15E ຂອງກອງທັບອາກາດ ສຫລ ບິນປະຕິບັດງານ ຢູ່ພາກເໜືອອີຣັກ (23 ກັນຍາ 2014)
ເຮືອບິນລົບ F-15E ຂອງກອງທັບອາກາດ ສຫລ ບິນປະຕິບັດງານ ຢູ່ພາກເໜືອອີຣັກ (23 ກັນຍາ 2014)

ເຮືອບິນລົບຂອງສະຫະລັດ ເຮືອບິນບໍ່ມີຄົນຂັບແລະເຮືອບິນ
ອື່ນໆ ຍັງສືບຕໍ່ໂຈມຕີເປົ້າໝາຍຂອງພວກຫົວຮຸນແຮງລັດອິສ
ລາມໃນອີຣັກ ແລະຊີເຣຍ ໃນວັນສຸກມື້ນີ້.

ກອງບັນຊາການ CENTCOM ຊຶ່ງເປັນຜູ້ກຳກັບດູແລການປະ
ຕິບັດງານຂອງສະຫະລັດ ໃນພາກຕາເວັນອອກກາງ ກ່າວວ່າ
ການໂຈມຕີທາງອາກາດ 3 ຄັ້ງໃກ້ໆແຂວງ Deir el-Zour ຂອງ
ຊີເຣຍ ໄດ້ທຳລາຍລົດຖັງ 4 ຄັນຂອງກຸ່ມລັດອິສລາມແລະສ້າງ ຄວາມເສຍຫາຍໃຫ້ແກ່ອີກຄັນນຶ່ງ.

ກຸ່ມຕິດຕາມສິ້ງຊອມເບິ່ງສົງຄາມຢູ່ໃນຊີເຣຍ ກ່າວໃນວັນສຸກມື້
ນີ້ວ່າໂຮງກັ່ນນ້ຳມັນປາກົດວ່າເປັນເປົ້າໝາຍໃນການໂຈມຕີເມື່ອຄືນແລ້ວນີ້ຢູ່ແຂວງ Deir el-Zour. ກຸ່ມສິ້ງຊອດສິດທິມະນຸດໃນຊີເຣຍ ກ່າວວ່າ ກອງບັນຊາການ ຂອງກຸ່ມຫົວຮຸນ ແຮງລັດອິສລາມ ກໍຖືກໂຈມຕີຄືກັນ.

ວິກິດການ ໃນ ຊີເຣຍ ແລະ ອີຣັກ

A soldier patrols at the Gare de Lyon train station in Paris, Sept. 26, 2014.
1/8 A soldier patrols at the Gare de Lyon train station in Paris, Sept. 26, 2014.
ເບິ່ງຕື່ມອີກ Show less
Soldiers patrol through the courtyard of the Louvre museum, in Paris, Sept. 26, 2014.
2/8 Soldiers patrol through the courtyard of the Louvre museum, in Paris, Sept. 26, 2014.
ເບິ່ງຕື່ມອີກ Show less
A demonstrator holds an antiwar banner near Parliament in London, Sept. 26, 2014.
3/8 A demonstrator holds an antiwar banner near Parliament in London, Sept. 26, 2014.
ເບິ່ງຕື່ມອີກ Show less
Danish Prime Minister Helle Thorning-Schmidt announcing at a news conference that Denmark's contribution to the fight against the Islamist State rebel group will consist of seven F16 fighter aircraft from the Danish Air Force, Sept. 26. 2014.
4/8 Danish Prime Minister Helle Thorning-Schmidt announcing at a news conference that Denmark's contribution to the fight against the Islamist State rebel group will consist of seven F16 fighter aircraft from the Danish Air Force, Sept. 26. 2014.
ເບິ່ງຕື່ມອີກ Show less
Syrian refugees return home at Mursitpinar crossing gate near Suruc, Turkey, Sept. 25, 2014.
5/8 Syrian refugees return home at Mursitpinar crossing gate near Suruc, Turkey, Sept. 25, 2014.
ເບິ່ງຕື່ມອີກ Show less
Black smoke from the battle between the Islamic State and Kurdish militants on a hillside just over the border as seen from Abdullah Ocalan, near Suruc, Turkey, Sept. 25, 2014.
6/8 Black smoke from the battle between the Islamic State and Kurdish militants on a hillside just over the border as seen from Abdullah Ocalan, near Suruc, Turkey, Sept. 25, 2014.
ເບິ່ງຕື່ມອີກ Show less
Turkish Kurds at the Syrian border near Suruc, Turkey, Sept. 25, 2014.
7/8 Turkish Kurds at the Syrian border near Suruc, Turkey, Sept. 25, 2014.
ເບິ່ງຕື່ມອີກ Show less
About 1000 Kurdish activists from Istanbul, who arrived in response to a call for mass mobilization by the imprisoned leader of the PKK rebel group, Abdullah Ocalan, gather at the border near Suruc, Turkey, Sept. 25, 2014.
8/8 About 1000 Kurdish activists from Istanbul, who arrived in response to a call for mass mobilization by the imprisoned leader of the PKK rebel group, Abdullah Ocalan, gather at the border near Suruc, Turkey, Sept. 25, 2014.
ເບິ່ງຕື່ມອີກ Show less
Previous slide
Next slide

ຢູ່ທີ່ອີຣັກ ກອງບັນຊາການ CENTCOM ກ່າວວ່າ ການໂຈມຕີ 7 ຄັ້ງຕໍ່ເປົ້າໝາຍຕ່າງໆທີ່ ເປັນລົດຫຸ້ມເກາະ ແມ່ນຮວມທັງລົດ Humwee 3 ຄັນ ແລະລົດຕໍ່ຕ້ານລະເບີດແລະປ້ອງ ກັນການດັກໂຈມຕີນຶ່ງຄັນ. ກອງບັນຊາການ CENTCOM ຍັງກ່າວຕື່ມວ່ານອກນັ້ນແລ້ວ ຍັງມີລົດຊະນິດອື່ນອີກຫລາຍໆຄັນ ແລະຄ້າຍຕ່າງໆ ຂອງພວກກະບົດ ກໍຖືກໂຈມຕີໃກ້ໆ ເມືອງ Kirkuk ທາງກ້ຳຕາເວັນຕົກຂອງນະຄອນຫຼວງແບັກແດດແລະໃກ້ໆເມືອງ al-Kim.

ອັງກິດອາດຈະເຂົ້າຮ່ວມການໂຈມຕີໃນອີກບໍ່ຊ້ານີ້ ຖ້າສະພາຫາກລົງຄະແນນສຽງໃນວັນ ສຸກມື້ນີ້ ເພື່ອອະນຸຍາດໃຫ້ອັງກິດເຂົ້າຮ່ວມການປະຕິບັດງານ ຕາມທີ່ຄາດໝາຍໄວ້.

US  SYRIA  AIRSTRIKES    VOSOT
please wait

No media source currently available

0:00 0:00:48 0:00

ໃນລະຫວ່າງການອະພິປາຍ ກ່ຽວກັບບັນຫານີ້ ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ເຕືອນວ່າ ການປະຕິບັດງານທາງທະຫານ ຕໍ່ພວກຫົວຮຸນແຮງ ລັດອິສລາມ ອາດຈະໃຊ້ເວລາຫຼາຍໆປີ. ແຕ່ທ່ານກໍກ່າວວ່າ ການໂຈມຕີທາງອາກາດແມ່ນມີຄວາມຈຳ ເປັນ ຍ້ອນພວກລັດອິສລາມມີໃນອັນທີ່ທ່ານເອີ້ນວ່າ ຄວາມຕັ້ງໃຈທີ່ໄດ້ມີການພິສູດແລ້ວ ທີ່ຈະທຳການໂຈມຕີປະເທດຊາດ ແລະປະຊາຊົນຂອງພວກເຮົາ.

ພວກຫົວຮຸນແຮງລັດອິສລາມ ໄດ້ເຂົ້າຢຶດເອົາຫຼາຍໆເຂດຂອງປະເທດອີີຣັກໃນເດືອນມິຖຸ ນາຜ່ານມາ ໂດຍສາມາດເອົາຊະນະກຳລັງທະຫານອີຣັກ ທີ່ໄດ້ຮັບການຝຶກແອບແລະຕິດ ອາວຸດໃຫ້ໂດຍສະຫະລັດ ພ້ອມທັງສາມາດຢຶດເອົາ ອາວຸດຍຸດໂທປະກອນ ເປັນຈຳນວນ ຫຼວງຫລາຍນຳດ້ວຍ. ເວລານີ້ກຸ່ມດັ່ງກ່າວໄດ້ຄວບຄຸມດິນແດນທີ່ກວ້າງໃຫຍ່ຢູ່ໃນປະເທດ ຊີເຣຍ ບ່ອນທີ່ພວກເຂົາກຳລັງຕໍ່ສູ້ ເພື່ອໂຄ່ນລົ້ມປະທານາທິບໍດີ Bashar al-Assad.

ແນວໂຮມພາຍໃຕ້ການນຳພາຂອງສະຫະລັດ ໄດ້ຖິ້ມລະເບີດໂຈມຕີເປົ້າໝາຍຕ່າງໆຂອງ ກຸ່ມລັດອິສລາມໃນຊີເຣຍໃນໄລຍະສອງສາມມື້ຜ່ານມານີ້ ແລະຢູ່ໃນອີຣັກເປັນເວລາຫຼາຍ ອາທິດມາແລ້ວ.

US, Saudi Arabia and UAE Hit Islamic State's Oil Revenue
please wait

No media source currently available

0:00 0:01:46 0:00

XS
SM
MD
LG