ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການໂຈມຕີ ທາງອາກາດ ເພີ້ມຂຶ້ນ ສະແດງວ່າ ມີການພົວພັນ ຫຼາຍຂຶ້ນ ຂອງ ສຫລ ໃນ ອັຟການິສຖານ


ທະຫານຄົນນຶ່ງ ຢືນຍາມ ໃກ້ໆເຮືອບິນທະນາ ທີ່ເມືອງ Kandahar ປະເທດອັຟການິສຖານ.
ທະຫານຄົນນຶ່ງ ຢືນຍາມ ໃກ້ໆເຮືອບິນທະນາ ທີ່ເມືອງ Kandahar ປະເທດອັຟການິສຖານ.

ການ​ເພີ້ມການ​ໂຈມ​ຕີ​ທາງ​ອາກາດ ການ​ໄດ້​ຮັບ​ບາດ​ເຈັບ​ຕື່ມຂຶ້ນຂອງ​ສະຫະລັດແລະການ ໄດ້​ຮັບ​ອຳນາດ​ ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ຂຶ້ນ ຂອງ​ກຳລັງ​ທະຫານ​ສະຫະລັດ ພວມ​ເປີດ​ເຜີຍ​ໃຫ້​ເຫັນ​ ເຖິງ​ການ​ພົວພັນ​ຫຼາຍ​ຂຶ້ນ ໃນ​ການ​ມີໜ້າ​ທາງ​ທະຫານຂອງ​ສະຫະລັດ​ໃນ​ອັຟ ກາ​ນິສຖາ​ນທັງ​ໆ​ທີ່ສະຫະລັດ​ມີ​ແຜນການທີ່​ຈະ​ຫລຸດ​ກຳລັງທະຫານ​ ຢູ່​ໃນ​ປະ​ເທດ​ດັ່ງກ່າວ ລົງ ພາຍ​ໃນ​ທ້າຍ​ປີນີ້.

ນາຍ​ພົນ​ຜູ້​ບັນຊາ​ການ​ທະຫານສະຫະລັ ດ​ໃນ​ອັຟກາ​ນິສຖານ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ ວ່າກຳລັງຂອງ​ທ່ານ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ 470 ຖ້ຽວເພື່​ອສະໜັບສະ​ໜຸນ​ຄວາມ​ພະຍາຍ​າມຂອງ​ລັດຖະບານ​ທີ່​ຈະ​ກຳຈັດ​ພວກ​ກະບົດ​ແລະ​ຜູ້​ກໍ່​ການ​ຮ້າຍ​ໃຫ້​ໝົດໄປ​ຈາກ​ປະ​ເທດ​ດັ່ງກ່າວ.

ຄວາມ​ຈິງ​ແລ້ວ ​ໄດ້​ມີ​ການໃຊ້​ລະ​ເບີດເພີ້ມຂຶ້ນ ​ໃນ​ການ​ໂຈມ​ຕີ​ທາງ​ອາກາດ ​ຢູ່​ອັຟກາ​ນິສ ຖານ​ໃນ​ອາທິດແລ້ວ​ນີ້ຫຼາຍ​ກວ່າ​ອາທິດ​ໃດໆ​ຂອງ​ປີ 2016​ ອີງຕາມ​ຄຳເວົ້າຂອງ​ພັນ​ໂທ​ Chris Karns ​ໂຄສົກ​ກອງ​ບັນຊາ​ການ ​ກຳລັງ​ທາງ​ອາກາດສະຫະລັດ​ ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ກາງ ກ່າວ​ຕໍ່​ວີ​ໂອ​ເອ​ ໃນ​ວັນ​ພະຫັດ​ວານນີ້. ຈຳນວນ​ຂອງ​ລະ​ເບີດ​ທີ່​ຖິ້ມ​ໃສ່​ສັດ ຕູໃນ​ລະຫວ່າງ​ການ​ໂຈມ​ຕີ ​ແມ່ນ​ເພີ້ມຂຶ້ນຫລາຍກວ່າ 80 ​ເປີ​ເຊັນ​ຈາກ​ໄລຍະ​ເຄິ່ງທຳ​ອິດ​ຂອງ​ປີ 2015 ຫາ​ເຄິ່ງທຳອິດ ຂອງ​ປີ 2016 ອີງ​ຕາມ​ຂໍ້​ມູນ ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ກອງ ທັບ​ອາກາດ​ສະຫະລັດ.

ນາຍພົນ John W. Nicholson ຜູ້ບັນຊາການ ກຳລັງສະຫະລັດ ແລະເນໂຕ້ ໃນອັຟການິສຖານ
ນາຍພົນ John W. Nicholson ຜູ້ບັນຊາການ ກຳລັງສະຫະລັດ ແລະເນໂຕ້ ໃນອັຟການິສຖານ

ປະມານ 40 ​ເປີ​ເຊັນ​ຂອງ​ການ​ໂຈ​ມຕີ​ດັ່ງກ່າວ​ແມ່ນ​ໄດ້​ມີ​ຂຶ້ນພາຍ​ໃຕ້​ອຳນາດ​ໃໝ່ທີ່​ປະທາ ນາທິບໍດີ​ມອບ​ໝາຍ​ໃຫ້ ​ໃນ​ເດືອນ​ແລ້ວນີ້​ ເພື່ອ​ສະໜັບສະ​ໜຸນ​ການ​ດຳ​ເນີນຄວາ​ມພະຍາ ຍາມ​ຂອງ​ລັດຖະ​ບານອັຟກາ​ນິສຖານ ນັ້ນຄື​ຄຳ​ເວົ້ານາຍ​ພົນ John “Mick” Nicholson ກ່າວ​ຜ່ານ​ກອງ​ປະຊຸມ​ຖະ​ແຫຼງຂ່າວທາງ​ວີ​ດີ​ໂອຕໍ່ພວກ​ນັກ​ຂ່າວ ຈາກ​ອັຟກາ​ນິສຖານ ​ໃນ​ວັນ​ພະຫັດ​ວານ​ນີ້.

ທະຫານ​ສະຫະລັດ ​ໃນ​ອັຟກາ​ນິສຖານ ​ເວລາ​ນີ້ ສາມາດ​ໂຈມ​ຕີ​ພວກ​ນັກ​ລົບ​ຕາ​ລີ​ບານ​ໂດຍ​ກົງ ​ເພື່ອ​ຊ່ອຍ​ກຳລັງ​ອັຟກາ​ນິສຖານ​ໃຫ້​ເປັນ​ຝ່າຍ​ໄດ້​ປຽບ​ທາງ​ຍຸດ​ທະ​ສາດ. ກ່ອນ​ໜ້ານີ້ ກຳລັງ​ສະຫະລັດ​ ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ໂຈມ​ຕີ​ ພວກ​ຕາ​ລີ​ບານ​ໄດ້ ​ກໍຕໍ່​ເມື່ອ ​ພວກ​ເຂົາ​ເຈົ້າຖືກ​ໂຈມ​ຕີຫຼືກຳລັງ​ອັຟກາ​ນິສຖານ​ທີ່​ເປັນ​ພັນ​ທະ​ມິດພວມ​ປະ​ເຊີນ​ໜ້າ​ກັບ​ການ​ພ່າຍ​ແພ້​ທີ່​ສຳຄັນ.

ການ​ໂຈມ​ຕີ​ທາງ​ອາກາດ​ປະມານ 180 ຖ້ຽວ​ແມ່ນ​ເພື່ອ​ສະໜັບສະໜຸນ​ການ​ປະຕິບັດ​ງານ​ ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ​ຂອງ​ສະຫະລັດ​ຊຶ່ງ​ໄດ້​ແນ​ເປົ້າໝາຍ​ໃສ່​ກຸ່ມ​ກໍ່​ການຮ້າຍ​ອາລກາ​ອີ​ດາ​ທີ່​ຍັງເຫຼືອຢູ່ ທີ່​ຕັ້ງຂອງ​ພວກ​ນັກ​ລົບ​ລັດ​ອິສລາມ​ບາງ​ແຫ່ງແລະ​ກຸ່ມ​ກໍ່​ການ​ຮ້າຍ​ອື່ນໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG