ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ​ທາງ​ອາ​ກາດ ໃນ​ຊີ​ເຣຍ ສັງ​ຫານ ຢ່າງ​ໜ້ອຍ 20 ຄົນ ຢູ່​ໃກ້​ກັບໂຮງ​ຮຽນ ແລະ​ ຕະຫຼາດ


ພາບ​ຈາກ​ໃບ​ປິວ ທີ່​ໄດ້​ມາ​ຈາກ​ອົງ​ການ​ຂ່າວ​​ຂອງ​ຊາວ​ເຄີດ​ໃນ​ພາກ​ເໜືອ​ຊ​ີ​ເຣຍ ສະ​ແດງ​ໃຫ້​ເຫັນ​ຊາຍ​ຊີ​ເຣຍ​ຄົນ​ນຶ່ງ​ໂສກເສົ້າ​ເສຍ​ໃຈ ຂະ​ນະ​ທີ່​ເບິ່ງ​ສົບ​ທີ່​ລຽງ​ກັນ​ເປັນ​ແຖວ​ໃນ​ເມືອງ ​ທາ​ລ ຣີ​ຟາດ ຫຼັງ​ຈາກ​ຖືກ​ໂຈມ​ຕີ​ ດ້ວຍ​ປືນ​ໃຫຍ່​ ຂອງ​ເທີ​ກີ ເມື່ອວັນ​ທີ 2 ທັນ​ວາ 2019.
ພາບ​ຈາກ​ໃບ​ປິວ ທີ່​ໄດ້​ມາ​ຈາກ​ອົງ​ການ​ຂ່າວ​​ຂອງ​ຊາວ​ເຄີດ​ໃນ​ພາກ​ເໜືອ​ຊ​ີ​ເຣຍ ສະ​ແດງ​ໃຫ້​ເຫັນ​ຊາຍ​ຊີ​ເຣຍ​ຄົນ​ນຶ່ງ​ໂສກເສົ້າ​ເສຍ​ໃຈ ຂະ​ນະ​ທີ່​ເບິ່ງ​ສົບ​ທີ່​ລຽງ​ກັນ​ເປັນ​ແຖວ​ໃນ​ເມືອງ ​ທາ​ລ ຣີ​ຟາດ ຫຼັງ​ຈາກ​ຖືກ​ໂຈມ​ຕີ​ ດ້ວຍ​ປືນ​ໃຫຍ່​ ຂອງ​ເທີ​ກີ ເມື່ອວັນ​ທີ 2 ທັນ​ວາ 2019.

ການ​ໂຈມ​ຕີ​ທາງ​ອາ​ກາດ​ອີກບັ້ນ​ນຶ່ງ​ຕ່າງ​ຫາກ ທີ່​ສົງ​ໄສວ່າ ດຳ​ເນີນ​ການ​ໂດຍ​ລັດ​ຖະ​ບານ​ຊີ​ເຣຍ ແລະ​ເທີ​ກີ ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 20 ຄົນ ອີງ​ຕາມ​ພວກ​ນັກ​ເຄື່ອນ​ໄຫວ.

ກຸ່ມ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ໃນ​ຊີ​ເຣຍ ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ອັງ​ກິດ ກ່າວ​ວ່າ ການ​ໂຈມ​ຕີບັ້ນ​ນຶ່ງ ທີ່​ເຊື່ອ​ວ່າ​ລັດ​ຖະ​ບານ​ຊີ​ເຣຍ ​ເປັນ​ຜູ້​ກະ​ທຳ ແມ່ນ​ມີ​ຂຶ້ນ​ຢູ່​ຕະ​ຫຼາດແຫ່ງ​ນຶ່ງ ທີ່​ມີ​ຜູ້​ຄົນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ຢູ່​ເມືອງ​ມາ​ອາ​ເຣດ ອາ​ລ-ນູ​ແມນ ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ທີ່​ຄວບ​ຄຸມ​ໂດຍ​ພວກ​ຕໍ່​ຕ້ານ​ລັດ​ຖະບານ ໃນ​ວັນ​ຈັນ​ວານນີ້ ທີ່​ເຮັດ​ໃຫ້ພົນ​ລະ​ເຮືອນເສຍ​ຊີ​ວິດ 13 ຄົນ. ໜ່ວຍ​ປ້ອງ​ກັນ​ພົນ​ລະ​ເຮືອນ​ຊີ​ເຣຍ ທີ່​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ ກ່າວ​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ
ວິດ​ແມ່ນ 9 ຄົນ.

ຕະ​ຫລາດ​ແຫ່ງ​ທີ​ສອງ ຢູ່​ເມືອງ​ຊາ​ຣາ​ກິບ ທີ່​ຕັ້ງ​ຢູ່​ໃກ້​ຄຽງ ກໍ​ຖືກ​ໂຈມ​ຕີ​ທາງ​ອາ​ກາດ ເຮັດ​ໃຫ້​ຫຼາຍໆ​ຄົນ​ເສຍ​ຊີ​ວິດ ອີງ​ຕາມ​ພວກ​ນັກ​ເຄື່ອນ​ໄຫວ.

ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງຊີ​ເຣຍ ແມ່ນ​ທີ່​ໝັ້ນ​ສຳ​ຄັນ​ແຫ່ງ​ສຸດ​ທ້າຍ​ທີ່​ຄວບ​ຄຸມ​ໂດຍ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ ຫຼັງ​ຈາກ​ສົງ​ຄາມ​ກາງ​ເມືອງ​ທີ່​ດຳ​ເນີນ​ມາເປັນ​ເວ​ລາ 8 ປີ. ເຂດ​ດັ່ງ​ກ່າວ​ໄດ້​ກາຍ​ເປັນ​ທີ່​ຢູ່​ອາ​ໄສ​ຂອງ​ປະ​ຊາ​ຊົນ​ຫຼາຍ​ຮ້ອຍພັນ​ຄົນ ​ທີ່​ພາ​ກັນ​ຫລົບ​ໜີ ມາ​ຈາກ​ເຂດ​ອື່ນໆ​ຂອງ​ປະ​ເທດ ໃນ​ລະ​ຫວ່າງ​ທີ່​ເກີດ​ບັນ​ຫາ​ຂັດ​ແຍ້ງ.

ໃນ​ເດືອນ​ແລ້ວນີ້ ລັດ​ຖະ​ບານ​ຊີ​ເຣຍ​ເລີ້ມການ​ບຸກ​ໂຈມ​ຕີ​ເຂົ້າ​ໄປ​ໃນ​ເຂດ​ດັ່ງ​ກ່າວ ໂດຍ​ສາ​ມາດ​ຍຶດ​ເອົາ​ຫຼາຍໆ​ບ້ານ​ກັບ​ຄືນ​ມາ ດ້ວຍ​ການ​ຊ່ວຍ​ເຫລືອ​ຂອງ​ເຮືອ​ບິນ​ລົບ​ຂອງຣັດ​ເຊຍແລະ​ຊີ​ເຣຍ.

ບໍ່​ດົນ​ຫຼັງ​ຈາກ​ການ​ໂຈມ​ຕີ​ຕະ​ຫຼ​າດ​ໃນ​ມື້​ວານນີ້​ແລ້ວ ກຳ​ລັງ​ເທີ​ກີ​ກໍ​ໄດ້​ທຳ​ການ​ໂຈມ​ຕີ​ເມືອງ​ຣີ​ຟາ​ອາດ ທີ່​ຄວບ​ຄຸມ​ໂດຍ​ຊາວ​ເຄີດ ໂດຍ​ທີ່​ລູກ​ປືນ​ໃຫຍ່​ໄດ້​ຕົກລົງ​ໃສ່​ໂຮງ​ຮຽນ​ແຫ່ງ​ນຶ່ງ. ກຸ່ມ​ສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ໃນ​ຊີ​ເຣຍ​ກ່າວ​ວ່າ ມີ 9 ຄົນ​ເສຍ​ຊີ​ວິດ ສ່ວ​ນ​ໃຫຍ່​ແລ້ວ​ເປັ​ນ​ພວກ​ເດັກ​ນ້ອກ.

​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ແລະ​ຫຼາຍ​ເຂດ​ຂອງ​ປະ​ເທດ​ແມ່ນ ຄວບ​ຄຸມ​ໂດຍ​ກຳ​ລັງ​ຊາວເຄີດ ຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ເປັນ​ພັນ​ທະ​ມິດ​ກັບ​ສະ​ຫະ​ລັດ.

ເທີ​ກີ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ເຂດ​ດັ່ງ​ກ່າວ ເມື່ອ​ເດືອນ​ຕຸ​ລາ​ຜ່ານ​ມາ ເພື່ອ​ໂຈມ​ຕີ​ພວກ​ນັກ​ລົບ​ຊາວ​ເຄີດ ຫລັງ​ຈາກ​ສ​ະ​ຫະ​ລັດ ຖອນ​ກຳ​ລັງ​ອອກ​ໄປ​ຈາກ​ຊີ​ເຣຍ.

ກຸ່ມ​ທະ​ຫານ​ບ້ານ​ຊາວ​ເຄີດ YPG ເຄີຍ​ຕໍ່​ສູ້​ຄຽງ​ບ່າ​ຄຽງ​ໄຫລ່​ກຳ​ລັງ​ສະ​ຫະ​ລັດ​ ເພື່ອ​ທັບ​ມ້າງ​ກຸ່ມ ​ລັດ​ອິ​ສ​ລາມນັ້ນ ແຕ່​ແນວ​ໃດ​ກໍ​ຕາມ ເທີ​ກີ​ຖື​ວ່າ ກຸ່ມ YPG ເປັນ​ໄພ​ຂົ່ມ​ຂູ່ ຍ້ອນ​ເປັນ​ພັນ​ທະ​ມິດ​ກັບ​ພວກ​ກະ​ບົດ​ຊາວ​ເຄີດ​ໃນ​ເທີ​ກີ.

ເທີ​ກີ​ໄດ້​ຢຸດ​ເຊົາ​ການບຸກ​ໂຈມ​ຕີ ​ເມື່ອ​ເດືອນ​ຕຸ​ລາ ໂດຍ​ສັນ​ຍາ​ຢຸດ​ຍິງ​ລະ​ຫວ່າງ ເທີ​ກີ​ກັບ​ຣັດ​ເຊຍ ຊຶ່ງ​ເປັນ​ຜູ້​ກຳ​ກັບ​ນຳ​ການ​ຖອນ​ກຳ​ລັງ​ຊາວ​ເຄີ​ດ​ອອກ​ໄປ​ຈາກ​ບໍ​ລິ​ເວນ​ສ່ວນ​ໃຫຍ່ ໃນ​ເຂດ​ຊາຍ​ແດນ​ເທີ​ກີ​ຕິດ​ກັບ​ຊີ​ເຣຍ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG