ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຳ​ລັງ RSF ສັນ​ຍາ ຈະ​ປະ​ຕິ​ບັດ​ຕາມ ຂໍ້​ຕົກ​ລົງ​ຢຸດ​ຍິງ​ສະ​ບັບ​ໃໝ່ ກັບ​ກອງ​ທັບ​ຊູດານ

ປະ​ຊາ​ຊົນ​ພາ​ກັນ​ຍ່າງ​ຢູ່​ຕາມ​ທາງ​ສາຍ​ນຶ່ງ ໃນ​ພາກ​ໃຕ້​ຂອງ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ເມື່ອ​ວັນ​ທີ 20 ພຶດ​ສະ​ພາ 2023. ພັກ​ຝ່າຍ​ທີ່​ເຮັດ​ສົງ​ຄາມ​ໃນ​ຊູ​ດານ​ໄດ້​ເຊັນ​ສັນ​ຍາ​ຢຸດ​ຍິງ ເປັນ​ເວ​ລາ 7 ມື້ ໃນ​ວັນ​ເສົາ​ແລ້ວ.

ກຳ​ລັງ​ສະ​ໜັບ​ສະ​ໜຸນ​ຢ່າງວ່ອງ​ໄວ​ຫຼື RSF ຂອງ​ຊູ​ດານ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໃນ​ວັນ​ອາ​ທິດ​ວານນີ້ທີ່​ຈະ​ປະ​ຕິ​ບັດ​ຕາມ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໄລ​ຍະ​ສັ້ນ​ສະ​ບັບ​ໃໝ່​ກັບກອງ​ທັບ​ຊູ​ດານ.

ກຳ​ລັງ RSF ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ພວກ​ເຮົາ​ຂໍ​ຢືນ​ຢັນ ​ຢ່າງ​ເຕັມ​ທີ່ ​ໃນ​ຄວາມ​ໝັ້ນ​ໝາຍ ຕໍ່​ການ​ຢຸດ​ຍິງ…ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ ​ໃນ​ການ​ຈັດ​ສົ່ງ ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ ເປີດ​ທາງ​ຜ່ານ​ໃຫ້​ແກ່​ພົນ​ລະ​ເຮືອນ​ແລະ​ສະ​ໜອງ​ທຸກ​ສິ່ງ​ຢ່າງ​ທີ່​ອາດ​ຈະ​ຊ່ວຍ​ບັນ​ເທົາ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ປະ​ຊາ​ຊົນພວກ​ເຮົາ.”

ຖະ​ແຫຼງ​ການ​ກ່າວ​ຕື່ມ​ວ່າ “ໃນ​ມື້ນີ້ ພວກ​ເຮົາ​ຂໍ​ຢືນ​ຢັດ​ອີກຕື່ມ​ແລະ​ຕັດ​ສິນ​ໃຈທີ່​ຈະ​ທັບ​ມ້າງວົງ​ຈອນ​ອຸ​ບາດ​ທີ່​ໄດ້​ຄວບ​ຄຸມ​ຊະ​ຕາ​ກຳ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ຢ່າງ​ບໍ່​ຍຸ​ຕິ​ທຳແລະຢ່າງ​ໂຫດ​ຮ້າຍນັ້ນ.”

ແຟ້ມ - ຄວັນ​ກຸ້ມ​ຂຶ້ນ​ຢູ່​ເໜືອ​ຕຶກ​ອາ​ຄານ ຫຼັງ​ຈາກ​ມີ​ການ​ຖິ້ມ​ລະ​ເບີດ​ໃສ່ ໃນ​ການ​ປະ​ທະ​ກັນ​ລະ​ຫວ່າງ​ກຳ​ລັງ RSFແລະ​ກອງ​ທັບ​ຊູ​ດານ ຢູ່​ທາງ​ເໜືອ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ເມື່ອ​ວັນ​ອາ​ທິດ​ທີ 1 ພຶດ​ສະ​ພາ 2023.

ກອງ​ທັບ​ຊູ​ດານ​ແລະ​ກຳ​ລັງ RSF ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ເປັນ​ເວ​ລາ​ນຶ່ງ​ອາ​ທິດ ໃນ​ມື້​ວັນ​ເສົາ​ທີ່​ຜ່ານ​ມາ ລຸນ​ຫຼັງ​ການ​ເຈ​ລະ​ຈາ​ທີ່​ເມືອງ​ເຈດ​ດາ ໃນ​ຊາ​ອຸ​ດີ ອາ​ຣາ​ເບຍ. ການ​ຢຸດ​ຍິງ​ມີ​ກຳ​ນົດ​ຈະ​ເລີ້ມ​ມີ​ຜົນ​ບັງ​ຄັບ​ໃຊ້ ໃນ​ຕອນ​ແລງ ​ວັນ​ຈັນ​ມື້ນີ້ ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ ຈາກກົນ​ໄກການ​ຕິດ​ຕາມ​ສິ້ງ​ຊອມ​ຂອງ​ສາ​ກົນ.

ຄວາມ​ພະ​ຍາ​ຍາມ​ກ່ອນ​ໜ້ານີ້​ຫຼາຍໆຄັ້ງ ເພື່ອ​ແກ່​ການ​ຢຸດ​ຍິງ​ແບບ​ຍືນ​ຍົງ​ໄດ້​ປະ​ສົບ​ກັບ​ຄວາມ​ລົ້ມ​ແຫຼວ ໂດຍ​ທີ່​ແຕ່​ລະ​ຝ່​າຍ​ຕ່າງ​ກໍ​ກ່າວ​ຫາ​ຊຶ່ງ​ກັນ​ແລະ​ກັນ​ວ່າ​ອີກ​ຝ່າຍ​ນຶ່ງ​ເປັນ​ຜູ້​ລ່ວງ​ລະ​ເມີດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG