ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີທາງອາກາດ ຍັງດຳເນີນຢູ່ຕໍ່ມາ ໃນເຢເມັນ ກ່ອນໜ້າສັນຍາຍຸດຍິງ ຈະມີຜົນບັງຄັບໃຊ້


ຄວັນພຸ່ງຂຶ້ນສູ່ທ້ອງຟ້າ ຈາກເຮືອນຫຼັງໜຶ່ງ ຂອງອະດີດ ປະທານາທິບໍ ເຢເມັນ ທ່ານ Ali Abdullah Saleh ຫຼັງຈາກ ການໂຈມຕີທາງອາກາດ ຢູ່ໃນເມືອງ Sanaa ຂອງເຢເມັນ ທີ່ນຳພາໂດຍ ຊາອຸດີ ອາເຣເບຍ, ວັນອາທິດທີ 10 ພຶດສະພາ 2015.
ຄວັນພຸ່ງຂຶ້ນສູ່ທ້ອງຟ້າ ຈາກເຮືອນຫຼັງໜຶ່ງ ຂອງອະດີດ ປະທານາທິບໍ ເຢເມັນ ທ່ານ Ali Abdullah Saleh ຫຼັງຈາກ ການໂຈມຕີທາງອາກາດ ຢູ່ໃນເມືອງ Sanaa ຂອງເຢເມັນ ທີ່ນຳພາໂດຍ ຊາອຸດີ ອາເຣເບຍ, ວັນອາທິດທີ 10 ພຶດສະພາ 2015.

ເຮືອບິນ​ລົບຫຼາຍລຳ ຈາກ​ກຳລັງ​ປະສົມທີ່​ນຳພາ​ໂດຍ​ຊາ​ອຸ​ດີ​
ອາເຣເບຍ ​ສືບ​ຕໍ່​ທຳ​ການ​ໂຈມ​ຕີ ຕໍ່ເປົ້າໝາຍຂອງ ​ພວກ​ກະບົດ
​ຮູ​ທີຢູ່​ໃນ​ເຢເມັນ ​ໃນ​ວັນ​ຈັນ​ມື້​ນີ້ ນຶ່ງ​ມື້ກ່ອນ​ໜ້າ ​ຂໍ້​ຕົກລົງ​ຢຸດ​ຍິງ
​ເພື່ອ​ດ້ານມະນຸດສະທຳ ຈະມີ​ຜົນ​ບັງຄັບ​ໃຊ້.

​ພວກເຮືອບິນ​ອາຍ​ພົ່ນ​ດັ່ງກ່າວ ​ໄດ້​ຖິ້ມ​ລະ​ເບີດ ລົງ​ໃສ່​ເຂດ​ເມືອງ
Saada ​ໃກ້​ກັບ​ຊາຍ​ແດ​ນຊາ​ອຸ​ດີ​ອາເຣ​ເບຍ ​ແລະ ​ເມືອງ Taiz
ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ພ້ອມ​ທັງ ​ແຂວງ Marib ຢູ່​ທາງ​
ພາກ​ຕາ​ເວັນ​ອອກຂອງ​ເຢເມັນ ​ອີກດ້ວຍ.

ບັນດາ​ເຈົ້າທີ່ ຊາ​ອຸ​ດີ​ອາຣາ​ເບຍ ​ແລະ ສະຫະລັດ ​ໄດ້​ປະກາດ
​ຂໍ້​ສະ​ເໜີ​ຢຸດ​ຍິງ ​ເມື່ອອາທິດ​ແລ້ວ​ນີ້ ​ເພື່ອ​ອະນຸຍາດ​ໃຫ້ ສະບຽງອາຫານ ນ້ຳມັນ ​ແລະ ຢາ​
ປິ່ນປົວ ທີ່​ມີ​ຄວາມ​ຕ້ອງການສູງ​ທີ່​ສຸດນັ້ນ​ ໄປ​ຮອດ​ໄປ​ເຖິງ​ບັນດາ​ພົນລະ​ເຮືອນ​ຢູ່​ໃນ ​ເຢ​ເມັນ. ພວກ​ຮູ​ທີ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ພວກ​ເຂົາ​ເຈົ້າ ​ໄດ້ຮັບ​ເອົາ​ຂໍ້​ສະ​ເໜີ​ດັ່ງກ່າວ ​ເຊິ່ງມີ
ກຳນົດ​ຈະ​ເລີ່​ມຕົ້ນຂຶ້ນ​ ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້.

​ໃນ​ຂະນະ​ດຽວ​ກັນ ກອງທັບ​ຂອງ​ໂມຣົກ​ໂກ ກ່າວ​ໃນ​ວັນ​ຈັນ​ມື້​ນີ້ ວ່າ ຕົນ​ກຳລັງສືບສວນ​ເບິ່ງ​
ວ່າ ​ເປັນ​ຫຍັງ ​ເຮືອບິນ​ອ​າຍພົ່ນ F-16 ລຳ​ນຶ່ງ​ຂອງ​ຕົນ ​ຫາຍ​ສາບ​ສູນ​ໄປ​ ​ໃນ​ຂະນະທີ່ ປະກອບ ​ສ່ວນ​ໃນ​ການ​ໂຈມ​ຕີ​ ທີ່ນຳພາ​ໂດຍ​ຊາ​ອຸ​ດີ​ອາຣາ​ເບຍຢູ່​ນັ້ນ.

ຢູ່​ໃນ​ຄຳ​ຖະ​ແຫລ​ງສະບັບ​ນຶ່ງ ທີ່​ນຳ​ສະ​ເໜີໂດຍ ສື່​ຂ່າວ​ຂອງ​ທາງ​ການ ກອງທັບ​ໂມຣົກ​ໂກ
ກ່າວ​ວ່າ ມີ​ນັກ​ບິນ​ຈາກ​ເຮືອບິນ​ອາຍ​ພົ່ນອີກ​ລຳ​ນຶ່ງ ໃນ​ຝຸງ​ບິນ​ດຽວ​ກັນ ພົບເຫັນເຮືອບິນ​
ອາຍ​ພົ່ນ​ລຳ​ດັ່ງກ່າວ ​ເທື່ອຫຼ້າສຸດ ​ໃນ​ຕອນ​ຄ່ຳ​ຂອງວັນ​ອາທິດ​ວານ​ນີ້ ​ແຕ່ວ່າ ບໍ່​ເຫັນ​ນັກ​ບິນ
​ດີດ​ຕົວ​ອອກ​ຈາກ ເຮືອບິນ​ລຳ​ນັ້ນ.

Yemen US Saudi Summit
please wait
Embed

No media source currently available

0:00 0:01:35 0:00

XS
SM
MD
LG