ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍັງມີການຕໍ່ສູ້ກັນ ຢູ່ບໍລິເວນ ເຂື່ອນ Mosul ໃນອີຣັກ (ສະໄລດ໌/ວີດີໂອ)


ພາບມຸມນຶ່ງຂອງເຂື່ອນ Mosul, 360 ກິໂລແມັດ (225 ໄມລ໌) ທາງພາກຕາເວັນຕົກສຽງເໜືອຂອງ ນະຄອນຫລວງ Baghdad ປະເທດ Iraq.
ພາບມຸມນຶ່ງຂອງເຂື່ອນ Mosul, 360 ກິໂລແມັດ (225 ໄມລ໌) ທາງພາກຕາເວັນຕົກສຽງເໜືອຂອງ ນະຄອນຫລວງ Baghdad ປະເທດ Iraq.

ກຳລັງ​ຂອງ​ຊາວ​ເຄີ​ດ ​ແລະອີຣັກ​ ໄດ້​ສູ້​ລົບກັບ​ພວກ​ຫົວ​ຮຸນແຮງ
​ລັດ​ອິສລາມ ໃນ​ວັນ​ອາທິດ​ມື້​ນີ້ ຢູ່ໃກ້ໆ​ກັບ​ເຂື່ອນ​ຍຸດ​ທະ​ສາດ​
ທາງ​ພາກເໜືອ​ຂອງ​ອີຣັກ.

ມີ​ລາຍ​ງານ​ວ່າ ​ກຳລັງຂອງ​ຊາວ​ເຄີ​ດ ໄດ້ທຳ​ຄວາມ​ກ້າວໜ້າ ​
ໃນ​ການ​ຕໍ່ສູ້​ກັບ ​ພວກຫົວ​ຮຸນແຮງ.

​ໃນ​ວັນ​ເສົາ​ວານ​ນີ້ ພວກ​ເຮືອບິນ​ລົບ​ສະຫະລັດ ​ໄດ້​ທຳ​ການ​
ໂຈມ​ຕີ​ທາງ​ອາກາດຫຼາຍບັ້ນ ຢູ່​ໃນ​ບໍລິ​ເວ​ນ​ດັ່ງກ່າວ ເພື່ອຄຸ້ມ​ກັນ
​ໃຫ້​ກຳລັງຊາວ​ເຄີ​ດ ​ແລະອີຣັກ ​ໃນ​ຂະນະ​ທີ່​ພວກ​ເຂົາ​ຕໍ່ສູ້ເພື່ອຢຶດ
​ເອົາຄືນ ​ເຂື່ອນ Mosul ທີ່ພວກ​ຫົວຮຸນ​ແຮງໄດ້​ຢຶດ​ເອົາ​ໄປ​ ໃນຕົ້ນ
​ເດືອນ​ນີ້.


ກອງທັບ​ສະຫະລັດກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາ​ກາດ 9 ບັ້ນ ທີ່​ໃຊ້ເຮືອ ບິນ​ລົບ ​ແລະ
​ເຮືອບິນ​ບໍ່​ມີ​ຄົນ​ຂັບ ຫຼື drones ຫຼາຍລຳ ໄດ້​ທຳ​ລາຍ ຫຼືບໍ່​ກໍ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້
​ແກ່​ລົດຫຸ້ມ​ເກາະ​ບັນທຸກ​ພົນ ລົດ​ຫຸ້ມເກາະ ​ແລະ ລົດ​ Humvees ຫຼາຍຄັນ.

​ເຂື່ອນ​ດັ່ງກ່າວ ຊຶ່ງ​ຕັ້ງຢູ່ແມ່​ນ້ຳ Tigris ​ເປັນ​ເຂື່ອນໃຫຍ່​ທີ່ສຸດ​ຂອງ​ອີຣັກ ທີ່​ສະໜອງ
​ພະລັງ​ໄຟຟ້າ​ໃຫ້​ແກ່ພາກສ່ວນ​ໃຫຍ່​ຂອງ​ປະ​ເທດ.

ວີດີໂອ: ອີຢູອະນຸມັດໃຫ້ ປະກອບອາວຸດໃຫ້ຊາວເຄີດ

EU Approves Arming of Kurds; US Says Air Strikes Will Continue
please wait

No media source currently available

0:00 0:03:14 0:00

ຢູ່​ແຫ່ງ​ອື່ນໆ ​ໃນ​ວັນ​ເສົາ​ວານ​ນີ້ ພວກ​ເຫັນ​ເຫດການ​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ລັດ​
ອິສລາມ ​ໄດ້​ສັງຫານ​ໝູ່ປະຊາຊົນ 80 ຄົນ ສ່ວນ​ໃຫຍ່ ແມ່ນ​ສະມາຊິກ​ຊາວ Yazidi
ກຸ່ມສາສະໜານ້ອຍ ​ໃນລະຫວ່າງການ​ບຸກໂຈມ​ຕີໝູ່​ບ້ານ Kocho ຢູ່​ພາກ​ເໜືອ​ຂອງ
​ອີຣັກນັ້ນ.

ສະຫະລັດ ​ເລີ້ມ​ປະຕິບັດ​ການ​ໂຈມ​ຕີ​ທາງ​ອາກາດ ຕໍ່ຕ້ານພວກ​ກະບົດ ລັດ​ອິສລາມ
​ຄັ້ງທຳ​ອິດ ​ເມື່ອ​ຕອນ​ຕົ້ນ​ເດືອນ​ນີ້ ​ຊຶ່ງ​ເຫດຜົນ​ສ່ວນ​ນຶ່ງ​ກໍ​ແມ່ນເພື່ອ​ປ້ອງ​ກັນ​ ບໍ່​ໃຫ້​ມີ​ການ​
ເຂັ່ນ​ຂ້າ ຊາວ Yazidi ຫຼາຍພັນ​ຄົນ​ທີ່​ໄດ້​ຕົກ​ຄ້າງ​ຢູ່​ເທິງຈອມພູ Sinjar ​ໃນ​ພາກ​ເໜືອ​
ຂອງ​ອີຣັກ.

IRAQ CNPK
please wait
Embed

No media source currently available

0:00 0:02:05 0:00

XS
SM
MD
LG