ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຕໍ່ສູ້ໃນເມືອງ Aleppo ສືບຕໍ່ດ້ວຍ ການໂຈມຕີທາງອາກາດ


ແປວໄຟກະຈາຍຂຶ້ນສູ່ທ້ອງຟ້າຈາກລົດທີ່ບັນຈຸລະເບີດ ທີ່ໄດ້ແນເປົ້າໝາຍໂຈມຕີໃສ່ຕຳແໜ່ງຂອງລັດຖະບານ ຊີເຣຍ, ໃນພາກຕາເວັນຕົກສຽງໃຕ້ຂອງເມືອງ Aleppo, ຊີເຣຍ. 28 ຕຸລາ 2016.
ແປວໄຟກະຈາຍຂຶ້ນສູ່ທ້ອງຟ້າຈາກລົດທີ່ບັນຈຸລະເບີດ ທີ່ໄດ້ແນເປົ້າໝາຍໂຈມຕີໃສ່ຕຳແໜ່ງຂອງລັດຖະບານ ຊີເຣຍ, ໃນພາກຕາເວັນຕົກສຽງໃຕ້ຂອງເມືອງ Aleppo, ຊີເຣຍ. 28 ຕຸລາ 2016.

ກອງກຳລັງລັດຖະບານ ຊີເຣຍ ແລະ ພັນທະມິດຂອງພວກເຂົາເຈົ້າໄດ້ເປີດການໂຈມຕີ ຕອບໂຕ້ໃນວັນເສົາວານນີ້ ພາຍໃຕ້ການຄຸ້ມກັນຂອງການໂຈມຕີທາງອາກາດ ທີ່ພະຍາ ຍາມຈະຍຶດຄືນການຄວບຄຸມຂົງເຂດຕ່າງໆທີ່ພວກເຂົາເຈົ້າໄດ້ສູນເສຍ ໃຫ້ກັບພວກຕໍ່ ຕ້ານລັດຖະບານມື້ ກ່ອນນີ້ໃນເມືອງ Aleppo ທີ່ຕັ້ງຢູ່ພາກເໜືອຂອງປະເທດ ອີງຕາມ ການກ່າວຂອງພວກນັກເຄື່ອນໄຫວ ແລະ ສື່ມວນຊົນລັດຖະບານ.

ລັດຖະບານໄດ້ລາຍງານວ່າ ພວກເຂົາເຈົ້າໄດ້ໂຕ້ຕອບການໂຈມຕີຄັ້ງໃຫຍ່ໃນເມືອງທີ່ຕັ້ງ ຢູ່ພາກຕາເວັນອອກ ແລະ ຕາເວັນຕົກ, ແຕ່ພວກກະບົດ ແລະ ອົງການສິ້ງຊອມສິດທິມະ ນຸດໃນ ຊີເຣຍ ທີ່ມີຫ້ອງການຕັ້ງຢູ່ປະເທດ ອັງກິດ, ເຊິ່ງເປັນກຸ່ມຕິດຕາມສະຖານະການໄດ້ ກ່າວວ່າ ພວກຕໍ່ຕ້ານລັດຖະບານ ໄດ້ຄວບຄຸມເຂດນອກເມືອງທັງໝົດໃນມຸມພາກຕາເວັນ ຕົກສຽງໃຕ້ຂອງເມືອງ.

ກຸ່ມກະບົດ ຊີເຣຍ ໄດ້ສືບຕໍ່ຄວາມພະຍາຍາມຂອງພວກເຂົາເຈົ້າໃນວັນເສົາວານນີ້ ເພື່ອ ປົດປ່ອຍເມືອງ Aleppo ຈາກການຍຶດຄອງຂອງລັດຖະບານ, ໃນຂະນະທີ່ການໂຈມຕີ ທາງອາກາດຫຼາຍຄັ້ງໄດ້ຍິງໃສ່ເຂດຊາຍແດນຕ່າງໆ ຂອງເມືອງທີ່ໄດ້ຖືກແບ່ງແຍກນັ້ນ.

ຜູ້ບັນຊາການຂອງພວກກະບົດ ທ້າວ Abu Mustafa ໄດ້ກ່າວຕໍ່ອົງການຂ່າວ ຝຣັ່ງ ວ່າ “ໃນພຽງສອງສາມມື້, ພວກເຮົາຈະເປີດທາງໃຫ້ກັບອ້າຍນ້ອງທີ່ຖືກປິດລ້ອມຂອງ ພວກເຮົາ.”

ອົງການສິ້ງຊອມໄດ້ກ່າວໃນວັນສຸກທີ່ຜ່ານມາວ່າ ການລະດົມຍິງຂອງພວກກະບົດໃນ ພາກ ຕາເວັນຕົກຂອງເມືອງ Aleppo ໄດ້ຂ້າພົນລະເຮືອນ 15 ຄົນ ແລະ ບາດເຈັບ 100 ຄົນ.

ໃນວັນພະຫັດທີ່ຜ່ານມາ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki- moon ໄດ້ຮຽກຮ້ອງໃຫ້ມີການສືບສວນສອບສວນໃນການໂຈມຕີທາງອາກາດໃສ່ໂຮງ ຮຽນແຫ່ງໜຶ່ງໃນ ຊີເຣຍ ທີ່ໄດ້ເຮັດໃຫ້ມີຄົນເສຍຊີວິດ 30 ຄົນ, ສ່ວນໃຫຍ່ແມ່ນນັກຮຽນ.

ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ທ່ານ Ban Ki-moon.
ເລຂາທິການໃຫຍ່ອົງການ ສະຫະປະຊາຊາດ ທ່ານ Ban Ki-moon.

ຫ້ອງການຂອງທ່ານ Ban ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ຖ້າມັນແມ່ນຄວາມ ເຈຕະນາ, ການໂຈມຕີນີ້ສາມາດຍົກໃຫ້ເປັນອາຊະຍາກຳສົງຄາມ.”

ອະດີດນາຍົກລັດຖະມົນຕີ ອັງກິດ ທ່ານ Gordon Brown ຜູ້ທີ່ເປັນທູດພິເສດດ້ານການ ສຶກສາສຳລັບອົງການ UN ກໍຍັງໄດ້ຮຽກຮ້ອງໃຫ້ມີການສືບສວນສອບສວນ ສຳລັບການກໍ່ ອາຊະຍາກຳສົງຄາມຂອງເຫດ ການດັ່ງກ່າວ.

ທ່ານ Brown ໄດ້ກ່າວໃນການສຳພາດກັບວີໂອເອວ່າ “ຕອນນີ້ມັນເປັນພາລະຂອງສະ ພາຄວາມໝັ້ນຄົງ ທີ່ຈະສືບສວນສອບສວນເຫດ ການນີ້, ເພື່ອຕຳເນີນຄະດີຕໍ່ຜູ້ກະທຳ ຜິດຖ້າມີການກໍ່ອາຊະຍາກຳສົງຄາມ, ເພື່ອໃຫ້ສານອາຍາສາກົນເປັນຜູ້ດຳເນີນການ ກັບເຫດການນີ້, ແລະ ໃຫ້ມີການສືບສວນສອບສວນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG