ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມແນວໂຮມນາໆຊາດ ໂຈມຕີ ໂຮງກັ່ນນ້ຳມັນ ໃນຊີເຣຍ


ເຮືອບິນລົບສະຫະລັດ 2 ລຳ ບິນຂ້າມພາກເໜືອຂອງອີຣັກ ຫຼັງຈາກທຳການໂຈມຕີ ໃນຊີເຣຍ, ວັນທີ 23 ກັນຍາ 2014.
ເຮືອບິນລົບສະຫະລັດ 2 ລຳ ບິນຂ້າມພາກເໜືອຂອງອີຣັກ ຫຼັງຈາກທຳການໂຈມຕີ ໃນຊີເຣຍ, ວັນທີ 23 ກັນຍາ 2014.

ກຸ່ມ​ສິ້ງ​ຊອມ​ດ້ານ​ສິດທິ​ມະນຸດ​ກຸ່ມ​ນຶ່ງ ກ່າວ​ວ່າ ກຳລັງ​ປະສົມ​
ພາຍ​ໃຕ້ການ​ນຳພາ​ຂອງ​ສະຫະລັດ ​ໄດ້​ໂຈມ​ຕີ​ໂຮງ​ກັ່ນ​ນ້ຳ
ມັນ​ຫຼາຍ​ແຫ່ງ​ໃນ​ຊີ​ເຣຍ​ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້ ​ໃນ​ການສືບ
​ຕໍ່ປະຕິບັດ​ງານ​ໂຈມ​ຕີ​ພວກ​ນັກ​ຕໍ່ສູ້​ຫົວຮຸນ​ແຮງ​ກຸມ​ລັດ​ອິສ
ລາມ​ ຢູ່ໃນ​ຊີ​ເຣຍ ​ແລະໃນ​ອີຣັກ.

ລາຍ​ງານ​ທີ່​ບໍ່​ໄດ້​ຮັບ​ການ​ຢືນຢັນ ​ໂດຍ​ກຸ່ມ​ສິ້ງ​ຊອມ​ດ້ານ​ສິດ
ທິ​ມະນຸດ Syrian Observatory ທີ່​ມີ​ຫ້ອງການ​ຕັ້ງ​ຢູ​ໃນ​
ອັງກິດ ກ່າວ​ວ່າ ການ​ໂຈມ​ຕີ​ໄດ້​ຖືກ​ເປົ້າ​ໝາຍໂຮງ​ກັ່ນ​ນ້ຳ
ມັນ​ຊົ່ວຄາວ 3 ​ແຫ່ງ ​ໃກ້ໆ​ກັບ​ຊາຍແດນ​ເທີ​ກີ.

ກ່ອນ​ໜ້າ​ນີ້ ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ວ່າ​ໃນ​ວັນ​ເສົາວານ​ນີ້ ພວກເຮືອບິນ​ລົບຂອງຝ່າຍ​ແນວ​ໂຮມ​ໄດ້​ໂຈມ​ຕີ​ເມືອງ​ນຶ່ງ​ໃນ​ພາກ​ເໜືອ​ຂອງຊີ​ເຣຍ ທີ່​ໄດ້​ຖືກ​ພວກ​ຫົວ
​ຮຸນ​ແຮງ​ປິດ​ລ້ອມ​ໄວ້ ເກືອບ​ສອງ​ອາທິດ ມາແລ້ວ​ນັ້ນ.

ບັນດາ​ນັກ​ເຄື່ອນ​ໄຫວ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ​ຊາວ​ເຄີ​ດສ໌ ກ່າວ​ວ່າ ພວກ​ນັກລົບ​ກຸ່ມ​ລັດ​ອິສລາມ ​ໄດ້​ຍິງ​ຈະ​ຫຼວດ​ໃສ່​ເມືອງ​ດັ່ງກ່າວ ທີ່ມີສອງ​ຊື່​ວ່າ ​ເມືອງ Kobane ກັບ​ເມືອງ Ain al-Arab. ມີ​ລາຍງານ​ ວ່າ ຢ່າງ​ໜ້ອຍ​ປະຊາຊົນ 12 ຄົນ​ໄດ້​ຮັບ​ບາດ​ເຈັບຈາກ​ການ​ໂຈມ
​ຕີ​ດ້ວຍ​ຈະ​ຫຼວດນີ້ ​ແຕ່​ໃນ​ເວລາ​ນີ້​ຍັງ​ບໍ່​ທັນ​ມີ​ການ​ກະ​ປະມານ​ຈຳນວນ​ຜູ້​ບາດ​ເຈັບ​ແລະ
​ລົ້ມ​ຕາຍ​ ຈາກ​ຝ່າຍ​ແນວ​ໂຮມເທື່ອ.

ສູນ​ບັນຊາ​ການສຳລັບ​ພາກ​ຕາ​ເວັນ​ອອກ​ກາງ​ຂອງ​ສະຫະລັດ ກ່າວ​ວ່າ Saudi Arabia
ຈໍ​ແດນ ​ແລະ​ສະຫະລັດ​ອາຫຣັບ​ເອມີ​ເຣັສ ​ໄດ້​ປະກອບສ່ວນ​ໃນ​ການ​ໂຈມ​ຕີ 7 ຮອບ​ດ້ວຍ​ກັນ​ໃນ​ມື້ວານ​ນີ້.

ການປິດ​ລ້ອມເມືອງ Kobane ຂອງ​ກຸ່ມ​ລັດ​ອິສລາມ ​ໄດ້ເຮັດ​ໃຫ້​ພວກອົບ​ພະຍົບຈຳນວນ 160 ພັນ​ຄົນ​ ລຸ​ຫລັ່ງ​ເຂົ້າ​ໄປ​ອາ​ໄສ​ຢູ່​ໃນ​ເທີ​ກີ ​ໃນ​ຂະນະ​ທີ່​ພວກ​ນັກ​ຕໍ່ສູ້​ຊາວ​ເຄີ​ດສ໌ຫຼາຍ​ຮ້ອຍ​ຄົນ​ຢູ່​ໃນ​ເທີ​ກີ ​ໄດ້​ພາກັນຫ​ລັ່ງ​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ​ຊີ​ເຣຍ​ ເພື່ອຊ່ວຍ​ປ້ອງ​ກັນ​ເມືອງ.

ສະພາອັງກິດອະນຸມັດ ໃຫ້ຮ່ວມໂຈມຕີພວກລັດອິສລາມ ກັບແນວໂຮມນາໆຊາດ:

British Lawmakers Vote to Join U.S.-Led Airstrikes on Islamic State
please wait

No media source currently available

0:00 0:02:57 0:00

XS
SM
MD
LG