ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ ​ທາງ​ອາ​ກາດ ໃສ່​ສູນ​ກັກ​ຂັງ ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ສັງ​ຫານ 40 ຄົນ


ພະ​ນັກ​ງານ​ອົງ​ການ​ວົງ​ເດືອນ​ແດງ ກອບ​ກູ້​ສົບ​ຂອງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ຫຼັງ​ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຢູ່​ສູນ​ກັກ​ຂັງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ໃນ​ເມືອງ ຕາ​ຈູ​ຣາ, ພາກ​ຕາ​ເວັນ​ອອກ​ຂອງ​ນະ​ຄອນຫຼວງ ທ​ຣິ​ໂປ​ລີ. 3 ກໍ​ລະ​ກົດ 2019.
ພະ​ນັກ​ງານ​ອົງ​ການ​ວົງ​ເດືອນ​ແດງ ກອບ​ກູ້​ສົບ​ຂອງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ຫຼັງ​ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຢູ່​ສູນ​ກັກ​ຂັງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ໃນ​ເມືອງ ຕາ​ຈູ​ຣາ, ພາກ​ຕາ​ເວັນ​ອອກ​ຂອງ​ນະ​ຄອນຫຼວງ ທ​ຣິ​ໂປ​ລີ. 3 ກໍ​ລະ​ກົດ 2019.

ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ສ່ວນ​ໃຫຍ່​ເປັນຄົນ ອາ​ຟ​ຣິ​ກາ ຢ່າງ​ໜ້ອຍ 40 ຄົນ ໄດ້​ເສຍ​ຊີ​ວິດ
ແລະ 80 ຄົນໄດ້ຮັບບາດເຈັບຈາກການໂຈມຕີທາງອາກາດໃສ່ສູນກັກຂັງຜູ້ຍົກຍ້າຍຖິ່ນ
ຖານ ໃນກັບນະຄອນຫຼວງ ຕຣິໂປລີ ໃນຕອນແລງວັນອັງຄານວານນີ້, ອີງຕາມລາຍ
ງານຂ່າວ.

ລັດ​ຖະ​ມົນ​ຕີ່​ຊ່ວຍ​ວ່າ​ການ​ກະ​ຊວງ​ພາຍ​ໃນ ລີ​ເບຍ ໄດ້​ກ່າວ​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ​ສູງ​
ສຸດແມ່ນສູງຫຼາຍກວ່ານັ້ນ ແຕ່ວ່າການກູ້ໄພ ແລະ ການຄົ້ນຫາແມ່ນກຳລັງດຳເນີນຢູ່.

ປະ​ມານ 200 ຄົນ​ແມ່ນ​ຢູ່​ໃນ​ສູນ​ດັ່ງ​ກ່າວ ໃນ​ເມືອງ ຕາ​ຈູ​ຣາ ເຊິ່ງ​ຕັ້ງ​ຢູ່ນອກ​ນະ​ຄອນຫຼວງ.

ການ​ຕໍ່​ສູ້​ເພື່ອ​ຄວບ​ຄຸມ​ນະ​ຄອນຫຼວງ ຕ​ຣິ​ໂປ​ລີ ລະ​ຫວ່າງ​ລັດ​ຖະ​ບານ​ ລີ​ເບຍ ທີ່ຖືກ​ຮັບ​ຮູ້​
ໂດຍສາກົນ ແລະ ກອງທັບແຫ່ງຊາດ ລີເບຍ ຫຼື LNA ຂອງລັດຖະບານຄູ່ແຂ່ງ ທີ່ນຳພາ
ໂດຍນາຍພົນ ຄາລີຟາ ຮັຟຕາ ໄດ້ມີຄວາມຮຸນແຮງ ມາ ເປັນເວລາຫຼາຍເດືອນ ຢູ່ເຂດ
ນອກຂອງນະຄອນຫຼວງ ຕຣິໂປລີ ພ້ອມກັບບໍ່ມີຄວາມກ້າວໜ້າຫຍັງຫຼາຍ.

ກອ​ງ​ທັບ LNA ໄດ້​ປະ​ຕິ​ເສດ​ຕໍ່​ຄວາມ​ຮັບ​ຜິດ​ຊອບ ສຳ​ລັບ​ການ​ໂຈມ​ຕີ​ໃນ​ວັນ​ອັງ​ຄານ​
ວານນີ້, ແລະ ໄດ້ຖິ້ມໂທດໃສ່ຜູ້ທີ່ພວກເຂົາເອີ້ນວ່າ ກຸ່ມທະຫານບ້ານທີ່ສະໜັບສະໜູນ
ລັດຖະບານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG