ໃນຂະນະທີ່ການຍຸຕິຄວາມເປັນປໍລະປັກທີ່ມີອາຍຸ 2 ເດືອນຢູ່ໃນຊີເຣຍ ພວມແຕກຫັກລົງ ຢ່າງວ່ອງໄວນີ້ ສະຫະລັດໄດ້ພົບເຫັນຕົນເອງວ່າ ຕົກຢູ່ໃນທ່າທີທີ່ ບໍ່ສະບາຍເພີ້ມຂຶ້ນໂດຍ ພະຍາຍາມຂະຫຍາຍການຮ່ວມມືກັບຣັດເຊຍ ແຕ່ໃນຂະນະດຽວກັນກໍບໍ່ໃຫ້ຕົກເປັນເຄື່ອງ ມືຂອງຣັດເຊຍ.
ຕົວຢ່າງຫລ້າສຸດກໍແມ່ນຄວາມລັງເລໃຈຂອງວໍຊິງຕັນທີ່ສະແດງອອກໃຫ້ເຫັນໃນວັນສຸກ ວານນີ້ໃນຂະນະທີ່ເຈົ້າໜ້າທີ່ສະຫະລັດແລະຣັດເຊຍປະຕິບັດງານເພື່ອໃຫ້ການສະໜັບ ສະໜຸນການຢຸດຍິງໃນແຂວງ Latakia ແລະ Ghourta ຕາເວັນອອກ ຮວມທັງການເຈ ລະຈາລະຫວ່າງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ແລະ ລັດ ຖະມົນຕີການຕ່ງປະເທດຣັດເຊຍ ທ່ານ Sergei Lavrov.
ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງກະຊວງການຕ່າງປະເທດສະຫະລັດກ່າວໃນວັນສຸກວານນີ້ວ່ານີ້ບໍ່ແມ່ນເລື້ອງໃໝ່ແຕ່ເປັນຄວາມພະຍາຍາມທີ່ດຳເນີນມາແບບບໍ່ຢຸດຢ່ອນໃນພາກ ສ່ວນຂອງພວກເຮົາ ໂດຍສະເພາະ ກັບຝ່າຍຣັດເຊຍ ແລະກ່າວຕື່ມວ່າ ສະພາບການໃນເມືອງ Aleppo ໃນພາກເໜືອຂອງປະເທດ ກໍມີຄວາມເປັນຫ່ວງກັງວົນຢ່າງເລິກເຊິ່ງ.
ເຈົ້າໜ້າທີ່ທ່ານນີ້ກ່າວວ່າ ພວກເຮົາໄດ້ໂອ້ລົມກັບຣັດເຊຍຢ່າງເປັນການຮີບດ່ວນກ່ຽວກັບ ເງື່ອນໄຂໃນການຫລຸດຜ່ອນຄວາມເຄັ່ງຕຶງຢູ່ທີ່ນັ້ນ.
ການເຈລະຈາຫາລືປະສົບກັບຄວາມສຳເລັດຫລືບໍ່ໃນການຊ່ອຍຫຼີກລ່ຽງບໍ່ໃຫ້ເກີດວິກິດ ການດ້ານມະນຸດສະທຳ ທີ່ພວມຊຸດໂຊມລົງນັ້ນ ແມ່ນຕ້ອງໄດ້ລໍຖ້າເບິ່ງຕໍ່ໄປ. ແຕ່ກໍຍັງມີຄວາມສົງໄສບໍ່ແນ່ໃຈທີ່ສຳຄັນ ທີ່ວ່າມົສກູ ມີຄວາມສົນໃຈຫຍັງແທ້ໃນການເຈລະຈາກັນ ຕື່ມນອກເໜືອໄປຈາກການເຈລະຈາແລ້ວ.
ເຈົ້າໜ້າທີ່ສືບລັບຄົນນຶ່ງກ່າວຕໍ່ວີໂອເອວ່າ ເຖິງແມ່ນໄດ້ມີການຢັບຢັ້ງໃນຂັ້ນຕົ້ນ ກໍຈິງແຕ່ກຳລັງຂອງຣັດເຊຍໃນການປະສານງານກັບກຳລັງຂອງປະທານາທິບໍດີຊີເຣຍ ທ່ານ Ba- shar al-Assad ແມ່ນລ່ວງລະເມີດຕໍ່ການຍຸຕິຄວາມເປັນປໍລະປັກກັນ.
ນອກນັ້ນແລ້ວ ເຈົ້າໜ້າທີ່ຄົນນີ້ ຍັງໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບຊະຕາກຳຂອງ ຫົວເມືອງທີ່ໃຫຍ່ສຸດຂອງຊີເຣຍໂດຍເວົ້າວ່າຣັດເຊຍໄດ້ວາງພື້ນຖານການໂຄສະນາຊວນເຊື່ອ ໃນການໃຫ້ຄວາມສະໜັບສະໜຸນ ຕໍ່ກິດຈະກຳຕ່າງໆ ຂອງອຳນາດການປົກຄອງຊີເຣຍ ໃນບໍລິເວນອ້ອມແອ້ມເມືອງ Aleppo.