ການໂຈມຕີທາງອາກາດໃນວັນຈັນວານນີ້ ໄດ້ສັງຫານຫົວໜ້າອາວຸໂສຄົນໜຶ່ງຂອງກຸ່ມຫົວ ຮຸນແຮງອິສລາມ ຊີເຣຍ ທີ່ໄດ້ແຍກຕົວອອກຈາກພວກ al-Qaida ໃນຕົ້ນປີນີ້.
ກຸ່ມ Jabhat Fatah al-Sham ເຊິ່ງຮູ້ກັນ ໃນຊື່ຢ່າງເປັນທາງການຂອງພວກເຂົາວ່າ Jabhat al-Nusra ນັ້ນ ໄດ້ກ່າວວ່າ ທ້າວ Abu al-Farai al-Masri ໄດ້ຖືກຂ້າຕາຍໃນ ຂະນະທີ່ລົດຂອງລາວຖືກໂຈມຕີໃນແຂວງ Idlib ທີ່ຕັ້ງຢູ່ໃນພາກຕາເວັນຕົກສຽງເໜືອ ຂອງປະເທດ.
ກອງທັບ ສະຫະລັດ ກ່າວວ່າ ພວກເຂົາເຈົ້າເປັນຜູ້ທຳການໂຈມຕີທາງອາກາດໃນຂົງເຂດ ດັ່ງກ່າວ ໂດຍແນເປົ້າໃສ່ທ້າວ Masri, ແຕ່ບັນດາເຈົ້າໜ້າທີ່ ແມ່ນຍັງປະເມີນເບິ່ງຜົນຂອງ ການໂຈມຕີຢູ່.
ໂຄສົກທຳນຽບຫ້າແຈ ທ່ານ Peter Cook ໄດ້ກ່າວວ່າ ທ້າວ Masri ທີ່ມີສັນຊາດ ອີຈິບ ເຄີຍມີສາຍພົວພັນກັບຫົວໜ້າກຸ່ມ al-Qaida ທ້າວ ໂອຊາມະ ບິນ ລາເດັນ, ຜູ້ທີ່ຖືກຂ້າ ຕາຍໂດຍກອງກຳລັງພິເສດ ສະຫະລັດ ໃນ ປາກິສຖານ ເມື່ອປີ 2011. ທ້າວ Masri ແມ່ນ ເພື່ອນສະຫາຍຂອງທ້າວ Ayman al-Zawahri ຫົວໜ້າກຸ່ມ al-Qaida ທີ່ຕອນນີ້ໄດ້ເສຍ ຊີວິດໄປແລ້ວ.
ທ່ານ Cook ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ການຕາຍຂອງລາວ, ຖ້າໄດ້ຮັບການຢືນຢັນ, ຈະເປັນການລົບກວນ ແລະ ຫຼຸດການປະສານງານກັນລະຫວ່າງ ຫົວໜ້າ ອາວຸໂສຂອງກຸ່ມ al-Qaida ແລະ ພວກຫົວຮຸນແຮງຕ່າງໆ.”