ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາຂັ້ນສູງ ຂອງກຸ່ມ al-Qaida ຖືກສັງຫານ ຢູ່ ອັຟການິສຖານ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ

ກອງທັບອັຟ​ການິສຖານແລະ​ກໍາລັງ​ປະສົມກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ໄດ້​ສັງຫານ
​ຜູ້​ນໍາຂັ້ນ​ສູງ​ລະດັບ​ສອງຂອງກຸ່ມ​ກໍ່​ການ​ຮ້າຍ al-Qaida ​ໃນ​ອັ​ຟກາ​ນິສຖານ.

​ໃນ​ຖະ​ແຫຼງຂ່າວ​ສະບັບ​ນຶ່ງ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ອັງຄານ​ມື້ນີ້ ກຳລັງ​ປະສົມລະບຸ​ຊື່
​ຜູ້ນຳ​ກຸ່ມ​ກໍ່​ການ​ຮ້າຍ​ຄົນ​ນີ້ວ່າ Sakh al-Taifi ຊຶ່ງ​ເປັນ​ຄົນ​ຊາ​ອຸ​ດີ​ ແລະນອກ​ນັ້ນ ຍັງ​
ມີ​ຄົນ​ຮ້ອງ​ລາວ​ວ່າ Musthag ​ແລະ Nasim ນຳ​ດ້ວຍ.

​NATO ກ່າວ​ວ່າ​ ລາວ​ເປັນ​ຜູ້​ສັ່ງ​ການ​ໂດຍ​ຕົງ​ໃນ​ການ​ໂຈມ​ຕີ​ກໍາລັງ​ປະສົມ ​ແລະ​ກໍາລັງ​
ຂອງອັຟກາ​ນິສຖານ ມັກ​ເດີນທາງ​ເລື້ອຍໆ​ລະຫວ່າງອັ​ຟກາ​ນິສຖານ ​ແລະປາ​ກິ​ສຖານ ​
ເພື່ອ​ປະຕິບັດ​ຕາມ​ຄຳ​ສັ່ງ​ພວກ​ຜູ້​ນໍາ​ລະດັບ​ສູງ​ຂອງກຸ່ມ​ກໍ່​ການຮ້າຍ al-Qaida ​ແລະ
ເປັນ​ຜູ້ສົ່ງ​ອາວຸດ​ຍຸດທະ​ພັນ​ພ້ອມ​ທັງອຸປະກອນ​ໃຫ້ພວກກະບົດ​ໃນພາກ​ຕາ​ເວັນ​ອອກ
​ຂອງອັຟກາ​ນິສຖານ.

ຖະ​ແຫຼງການ​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດທີ່​ວ່າ​ນີ້ ໄດ້​ມີຂື້ນ​ໃນ​ວັນ​ອາທິດຜ່ານ​ມາ
ທີ່ແຂ​ວງ Kunar ​ແລະ​ພ້ອມ​ນີ້ຍັງໄດ້​ສັງຫານ​ຜູ້​ກໍ່​ການ​ຮ້າຍ al-Qaida ອີກ​ຄົນ​ນຶ່ງ.

XS
SM
MD
LG