ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ ຄົນນຶ່ງ ທີ່ກ່ຽວພັນ ກັບການໂຈມຕີ ກົງສຸນ ສຫລ ໃນລີເບຍ ຖືກສັງຫານ


ແຜນທີ່ເຂດເມືອງ Mosul ຂອງປະເທດອີຣັກ
ແຜນທີ່ເຂດເມືອງ Mosul ຂອງປະເທດອີຣັກ

ສະຫະລັດ ກ່າວ​ໃນ​ວັນ​ຈັນ​ວານ​ນີ້ ວ່າ ການ​ໂຈມ​ຕີ​ທາງ​ອາກາດ
​ເມື່ອ​ອາທິດ​ແລ້ວ​ນີ້ ຢູ່​ໃນ​ພາກ​ເໜືອ ຂອງ​ອີຣັກນັ້ນ ​ໄດ້ສັງຫານ
ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ ​ລັດ​ອິສລາມ​ຄົນ​ນຶ່ງ ທີ່​ສົງ​ໄສ​ວ່າ ​ມີ​ສ່ວນ​
ພົວພັນ ​ໃນ​ການ​ໂຈມ​ຕີ ເມື່ອ​ປີ 2012 ຕໍ່​ກົງສຸນ​ສະຫະລັດ ​ໃນ
​ເມືອງ Benghazi ປະ​ເທດ​ລີ​ເບຍ ທີ່​ໄດ້​ເຮັດໃຫ້​ຊາວ​ອາ​ເມຣິກັນ
4 ຄົນ ເສຍຊີວິດ ລວມທັງ ​ເອກ​ອັກຄະ​ລັດຖະທູດ ທ່ານ
Christopher Stevens.

​ໂຄສົກ​ທຳ​ນຽບຫ້າ​ແຈ ພັນ​ເອກ Steve Warren ກ່າວ​ວ່າ
ການ​ໂຈມ​ຕີ​ທາງ​ອາກາດ​ໃນ​ວັນ​ທີ 15 ມິຖຸນາ ຜ່ານມາ ​ທີ່​ເມືອງ
Mosul ​ໄດ້​ສັງຫານ ນາຍ Ali Awni al-Harzi ຜູ້​ທີ່​ທຳ​ງານ​ໃກ້
ຊິດ​ກັບ​ພວກ​ຫົວ​ຮຸນ​ແຮງ​ຈັດ ທີ່​ເປັນ​ເຄືອ​ຂ່າຍ​ ຂອງ​ກຸ່ມລັດ​ອິສລາມ ຢູ່​ໃນເຂດອາ​ຟຣິກາ​ເໜືອ ​ແລະ ຕາ​ເວັນ​ອອກ​ກາງ. ​

ທ່ານ Warren ​ໄດ້ອະທິບາຍ​ວ່າ ນາຍ al-Harzi ​ເປັນ​ “ບຸ​ກຄົນທີອາດພົວພັນ” ​ ໃນ​ການ
ໂຈມ​ຕີຢູ່ເມືອງ Benghazi ໂດຍບໍ່ໄດ້​ໃຫ້​ລາຍ​ລະອຽດ​ໃດໆຕື່ມ ກ່ຽ​ວກັບ​ ​ການ​ສົງ​ໄສວ່າ
ຜູ້ກ່ຽວມີ​ສ່ວນ​ພົວພັນ​ຫຍັງ ແທ້ ແຕ່​ທ່ານກໍເວົ້າ​ວ່າ “ການ​ເສຍ​ຊີວິດ​ຂອງນາຍ al-Harzi ​
ໄດ້ຫລຸດຜ່ອນ​ຄວາມ​ອາດ​ສາມາດ ຂອງກຸ່ມ ISIL ທີ່​ຈະ​ເຊື່​ອມໂຍງ​ພວກ​ນັກ​ຕໍ່ສູ້​
ສົງຄາມ​ສັກສິດ​ ​ໃນອາ​ຟຣິກາ​ເໜືອ ​ເຂົ້າກັບ ​ການ​ສູ້​ລົບ​ຢູ່ ​ຊີ​ເຣຍ ​ແລະ ອີຣັກ ​ແລະ​
ກຳຈັດນັກ​ຕໍ່​ສູ້ສົງຄາມ​ສັກສິດ​ທາງສາສະໜາ ທີ່​ພົວພັນ​ກັບ​ການ​ກໍ່​ການ​ຮ້າຍ​ສາກົນ
ມາດົນນານແລ້ວນັ້ນ.”

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ແລະ ອົງການ​ສະຫະ​ປະຊາ​ຊາດ ​ໄດ້ລະບຸວ່າ ນາຍ
al-Harzi ​ເປັນ​ຜູ້​ກໍ່​ການ​ຮ້າຍ ​ເມື່ອ​ຕົ້ນປີນີ້. ພວກ​ເຂົາ​ເຈົ້າກ່າວ​ວ່າ ຜູ້ກ່ຽວ ​ໄດ້​ເຂົ້າຮ່ວມ ກຸ່ມ
Ansar al-Sharia ຢູ່​ໃນ ຕູ​ນີ​ເຊຍ ​ເມື່​ອປີ 2011 ​ແລະ ຕໍ່​ມາ​ໄດ້​ຊ່ວຍ​ເຫຼືອ ​ໃນ​ການເກນ​ນັກ
​ຕໍ່ສູ້ຫຼາຍຄົນ ​ແລະ ຈັດ​ແຈງ​ການ​ເດີນທາງໄປຍັງທັງ ​ຕູ​ນີ​ເຊຍ ​ແລະ ຊີ​ເຣຍ ໃຫ້​ແກ່​ພວກເຂົາ ​ໃນ​ຂະນະດຽວ​ກັນ ຍັງ​ໄດ້​ລັກລອບ​ເອົາ​ອາວຸດ​ຕ່າງໆ ​ເຂົ້າ​ໄປ​ໃນ​ປະ​ເທດ​ຕູ​ນີ​ເຊຍ​ນຳ​ດ້ວຍ.

XS
SM
MD
LG