ອົງການສະຫະປະຊາຊາດ ກ່າວວ່າ ຕົນກຳລັງສືບສວນສອບສວນການກ່າວຫາ ທີ່ວ່າ ການໂຈມຕີທາງອາກາດ ຂອງກອງທັບ ຢູ່ໃນພາກຕາເວັນອອກສຽງເໜືອ ອັຟການິສຖານ ໄດ້ສັງຫານພວກເດັກນ້ອຍ 12 ຄົນ ແລະອີກ 18 ຄົນ ໄດ້ຮັບບາດເຈັບ ຢູ່ທີ່ໂຮງຮຽນສາສະໜາແຫ່ງນຶ່ງ.
ການໂຈມຕີທີ່ຮ້າຍແຮງດັ່ງກ່າວເກີດຂຶ້ນໃນແຂວງຕັກກາ ນຶ່ງມື້ຫຼັງຈາກກຸ່ມຕາລີບານໄດ້ລອບດັກຍິງ ແລ້ວສັງຫານກອງກຳລັງຮັກສາຄວາມສະຫງົບຂອງອັຟການິສຖານ ເກືອບ 40 ຄົນຢູ່ທີ່ນັ້ນ.
ສຳນັກງານຂອງອົງການສະຫະປະຊາຊາດຢູ່ໃນນະຄອນຫຼວງກາບູລ ໄດ້ໃຫ້ຄຳໝັ້ນສັນຍາ ໃນການຂຽນຂໍ້ຄວາມລົງໃນທວິດເຕີ້ ເມື່ອວັນພະຫັດວານນີ້ວ່າ ຕົນຈະອອກຜົນການສືບສວນຂອງຕົນໃນການໂຈມຕີດັ່ງກ່າວ “ເມື່ອສຳເລັດແລ້ວ.”
https://twitter.com/unamanews/status/1319312293491081217?s=21
ກະຊວງປ້ອງກັນປະເທດຂອງອັຟການິສຖານ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ວ່າ ພວກຜູ້ເຄາະຮ້າຍ ຈາກການໂຈມຕີນັ້ນ ແມ່ນພວກກະບົດຕາລີບານ. ເຖິງຢ່າງໃດກໍຕາມ ທາງກະຊວງດັ່ງກ່າວ ໄດ້ຊີ້ແຈງວ່າ ທີມງານຂອງກະຊວງປ້ອງກັນປະເທດໄດ້ຖືກມອມໝາຍໃຫ້ “ຊັ່ງຊາເບິ່ງຂໍ້ກ່າວຫາ” ທີ່ວ່າມີການເສຍຊີວິດຂອງພົນລະເຮືອນ ທີ່ເປັນຜົນມາຈາກການປະຕິບັດການນັ້ນ.
ທ່ານອາຊາມ ອັຟຊາລີ (Azam Afzali) ສະມາຊິກຂອງສະພາ ແຂວງຕັກກາ ໄດ້ກ່າວຕໍ່ວີໂອເອວ່າ ກອງທັບອາກາດຂອງອັຟການິສຖານ ໄດ້ເຂົ້າໃຈຜິດວ່າ ວັດອິສລາມທີ່ເປັນໂຮງຮຽນສອນສາສະໜານັ້ນ ເປັນບ່ອນຫລົບລີ້ຂອງພວກຕາລີບານ. ທ່ານໄດ້ກ່າວວ່າ ພວກທີ່ຖືກຂ້າຕາຍແລະບາດເຈັບເຫຼົ່ານັ້ນ ແມ່ນເດັກ ນ້ອຍ ທີ່ໄດ້ເຂົ້າຮ່ຳຮຽນກ່ຽວກັບສາສະໜາອິສລາມ ຢູ່ສະຖານທີ່ແຫ່ງນັ້ນ.
ໃນອີກດ້ານນຶ່ງນັ້ນ ກຳລັງຂອງອົງການເນໂຕ້ ຢູ່ໃນອັຟການິສຖານ ໄດ້ໃຫ້ການຢືນຢັນ ໃນວັນພະຫັດວານນີ້ວ່າ ລະເບີດແຄມທາງທີ່ແຕກຂຶ້ນໃນແຂວງການດາຮາ ທາງພາກໃຕ້ຂອງປະເທດ ໄດ້ເຮັດໃຫ້ທະຫານຊາວໂຣເມເນຍ ໄດ້ຮັບບາດ ເຈັບສອງຄົນ. ພວກທະຫານດັ່ງກ່າວ ໄດ້ລາດຕະເວນໃນວັນພຸດມື້ກ່ອນເມື່ອວັດ ຖຸລະເບີດທີ່ເຮັດຂຶ້ນເອງ ໄດ້ແຕກໃສ່ຂະບວນລົດ ຂອງພວກເຂົາເຈົ້າ.
ກຸ່ມຕາລີບານ ໄດ້ທຳການບຸກໂຈມຕີຄັ້ງໃຫຍ່ຫຼາຍບັ້ນ ຢູ່ໃນອັຟການິສຖານເມື່ອບໍ່ເທົ່າໃດອາທິດຜ່ານມານີ້ ເຖິງແມ່ນວ່າ ຕົນໄດ້ເລີ້ມການເຈລະຈາສັນຕິພາບໂດຍກົງ ແບບບໍ່ເຄີຍມີມາກ່ອນ ກັບບັນດາຜູ້ຕາງໜ້າຂອງລັດຖະບານກາບູລ ຢູ່ໃນນະຄອນຫຼວງໂດຮາ ຂອງກາຕ້າ ເມື່ອເດືອນແລ້ວນີ້ ກໍຕາມ.
ສະຫະລັດ ໄດ້ເປັນຜູ້ໄກ່ເກ່ຍໃຫ້ມີການເຈລະຈາ ລະຫວ່າງພັກຝ່າຍຕ່າງໆພາຍໃນອັຟການິສຖານ ທີ່ເປັນປະຫວັດການ ເພື່ອຊ່ອຍໃນການເຈລະຈາຫາຂໍ້ຕົກລົງຕໍ່ບັນຫາຂັດແຍ້ງ ແລະສິ້ນສຸດການພົວພັນທາງທະຫານ ຂອງວໍຊິງຕັນຢູ່ໃນອັຟການິສຖານ ທີ່ແກ່ຍາວມາໄດ້ 19 ປີ ຊຶ່ງເປັນການພົວພັນທີ່ຍາວທີ່ສຸດຂອງອາເມຣິກາ.