ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສະຫະລັດ ໂຈມຕີ ຄ້າຍເຝິກແອບ ຂອງກຸ່ມລັດອິສລາມ ໃນ ລີເບຍ


ຮູບພາບນີ້ ສະແດງໃຫ້ເຫັນບ່ອນສະຫະລັດ ໂຈມຕີຄ້າຍເຝິກແອບ ຂອງກຸ່ມລັດອິສລາມ ຢູ່ໃນປະເທດລີເບຍ.
ຮູບພາບນີ້ ສະແດງໃຫ້ເຫັນບ່ອນສະຫະລັດ ໂຈມຕີຄ້າຍເຝິກແອບ ຂອງກຸ່ມລັດອິສລາມ ຢູ່ໃນປະເທດລີເບຍ.

ເຮືອບິນ​ລົບສະຫະລັດ​ ໄດ້​ໂຈມ​ຕີ​ຄ້າຍ​ເ​ຝິກ​ແອບ​ຂອງ​ລັດ​ອິສລາມ
ຢູ່ໃນພາກ​ຕາ​ເວັນ​ຕົກ​ຂອງ​ລີ​ເບຍ ​ໃນ​ວັນ​ສຸກ​ວານ​ນີ້ ​ໃກ້ກັບ​ຊາຍ
​ແດນຕູ​ນີ​ເຊຍ ຖື​ກ​ເປົ້າ​ໝາຍ​ທີ່ສຳຄັນ​ຂອງເຂົ້າ​ເຈົ້າ ແລະ​ເຮັດ​ໃຫ້
ພວກທີ່ຖືກ​ເກນ​ເປັນ​ຜູ້​ກໍ່​ການ​ຮ້າຍຫລາຍ​ສິບ ຄົນຖືກ​ຂ້າ​ຕາຍ.

ບັນດາ​ເຈົ້າ​ໜ້າ​ທີ່ກະຊວງ​ປ້ອງ​ກັນ​ປະ​ເທດ ທີ່ນະຄອນຫຼວງວໍ​ຊິງ
​ຕັນ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ ມີ​ທ່າ​ທາງ​ໄດ້​ສັງຫານ
ທ້າວ Noureddine Chou-chane ​ຜູ້ນຳ​ອະວຸໂສຂອງກຸ່ມລັດ​
ອິສລາມ.

ໂຄສົກທຳນຽບຫ້າ​ແຈ ທ່ານ Peter Cook ​ໄດ້ກ່າວ​ຕໍ່​ບັນດາ​ນັກ​
ຂ່າວ​ໃນ​ວັນ​ສຸກວານ​ນີ້​ວ່າ “ພວກ​ເຮົາ​ຮູ້ສຶກ​ໝັ້ນ​ໃຈ​ວ່ານີ້​ແມ່ນ​ການ​ໂຈມ​ຕີທີ່​ປະສົບ​ກັບ​ຄວາມ ​
ສຳ​ເລັດ​ທີ່​ສຸດ.”

ທ້າວ Chouchane ​ໄດ້​ພົວພັນ​ກັບການ​ໂຈມ​ຕີ​ສອງ​ຄັ້ງທີ່​ສຳຄັນ​ຂອງກຸ່ມ​ກໍ່​ການ​ຮ້າຍ ​ໃນ
ຕູ​ນີ​ເຊຍ ປີ​ແລ້ວ​ນີ້ ຄື​ການໂຈມຕີ​ຫໍພິພິດ​ທະພັນ​ໃນນະຄອນຕູ​ນີ​ສ ​ແລະ ​ຢູ່່​ຫາດ​ຊາຍ​ຕາກ​
ອາກາດ ນອກ​ນະຄອນຫຼວງ ຊຶ່ງ​ທັງ​ໝົດ​ໄດ້​ສັງຫານ​ຢ່າງ​ໜ້ອຍ 60 ຄົນ.

ການ​ໂຈມ​ຕີ​ຂອງ ສະຫະລັດ ​ໄດ້​ແນເປົ້າ​ໝາຍໃສ່ຖຽງນາ​ແຫ່ງ​ນຶ່ງ​ຢູ່​ນອກ​ເມືອງ
Sabratha ປະມານ 75 ກິ​ໂລ​ແມັດ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ນະຄອນຫລວງ Tripoli ທີ່
​ຕັ້ງຢູ່ແຄ​ມຝັ່ງ​ທະ​ເລ Mediterranean ຂອງລີ​ເບຍ.

ຮູບພາບເຜີຍແຜ່ໂດຍ ຫ້ອງການເມືອງ Sabratha ຢູ່ບ່ອນຖືກໂຈມຕີທາງອາກາດ ຂອງ ສະຫະລັດ
ຮູບພາບເຜີຍແຜ່ໂດຍ ຫ້ອງການເມືອງ Sabratha ຢູ່ບ່ອນຖືກໂຈມຕີທາງອາກາດ ຂອງ ສະຫະລັດ

ລາຍ​ງານຂ່າວ​ທ້ອງ​ຖິ່ນ​ແຈ້ງວ່າ ການ​ໂຈມ​ຕີ​ທາງ​ອາກາດດັ່ງກ່າວ ​ເລີ້ມ​ຂື້ນ​ໃນ​ຕອນ​ເຊົ້າ
ມືດ ຮຸ່ງ​ເຊົ້າ ດ້ວຍເຮືອບິນທີ່ມີ​ຄົນ​ຂັບ ​ແລະ​ບໍ່​ມີ​ຄົນ​ຂັບ ຊຶ່ງ​ໄດ້ສັງຫານ​ຢ່າງ​ໜ້ອຍ 40 ຄົນ.

​ອີງ​ຕາມທ່ານ Cook ​ແລ້ວ ທຳນຽບຫ້າ​ແຈໄດ້ຕິດຕາມ​ເບິ່ງ​ສະຖານ​ທີ່​ຂອງກຸ່ມ ລັດ​ອິສ
ລາມ ມາ​ເປັນ​ເວລາ​ຫລາຍ​ອາທິດ. ໃນບາງ​ໂອກາດ ສະຫະລັດໄດ້​ເຫັນ​ມີຫລາຍເຖິງ 60
ຄົນ ​ເຂົ້າຮ່ວມ​ເຝິກ​ແອບ​ຢູ່​ສະຖານ​ທີ່​ແຫ່ງ​ນີ້.

ຮູບພາບທີ່ສະແດງໃຫ້ເຫັນ ເມືອງໂບຮານ Sabratha.
ຮູບພາບທີ່ສະແດງໃຫ້ເຫັນ ເມືອງໂບຮານ Sabratha.

​ເຈົ້າ​ເມືອງ ​ເມືອງ Sabratha ກ່າວ​ວ່າ ຜູ້​ເສ​ຍຊີ​ວິດ​ຫລາຍ​ຄົນ​ເປັນ​ຊາວ​ຕູ​ນິ​ເຊຍ ທີ່​ຫາ​ກໍ່
​ເດີນທາງໄປຮອດ​ຄ້າຍ​ເຝິກແອບ.

ຢ່າງ​ໜ້ອຍ ມີຊາວ​ຈໍ​ແດນຄົນ​ໜຶ່ງ ຮວມຢູ່​ໃນ​ບັນດາ​ຜູ້​ເຄາະ​ຮ້າຍ ທ່ານ​ເຈົ້າ​ເມືອງ ​ໄດ້​ກ່າວ​
ຕໍ່​ບັນ​ດາ​ນັກ​ຂ່າວ ​ແລະ​ມີ​ຜູ້​ລອດ​ຊີວິດ​ຈຳນວນ​ໜຶ່ງ.

Libya Srikes
please wait
Embed

No media source currently available

0:00 0:00:24 0:00

XS
SM
MD
LG