ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ລະບຸຕົວ ພະນັກງານ ທີ່ລັກເຮືອບິນ ແລະ ຂັບມັນຕົກ


ສະຖານທີ່ໃນເກາະ ເຄຕຣັອນ, ລັດ ວໍຊິງຕັນ. ບ່ອນທີ່ເຮືອບິນໃບພັດ ຂອງສາຍການບິນ ຮໍຣາຍເຊິນ ໄດ້ຕົກ ຈາກການຖືກລັກ ຢູ່ສະໜາມບິນສາກົນ ຕາໂຄມາ ນະຄອນ ຊີອາໂຕ. 11 ສິງຫາ, 2018.
ສະຖານທີ່ໃນເກາະ ເຄຕຣັອນ, ລັດ ວໍຊິງຕັນ. ບ່ອນທີ່ເຮືອບິນໃບພັດ ຂອງສາຍການບິນ ຮໍຣາຍເຊິນ ໄດ້ຕົກ ຈາກການຖືກລັກ ຢູ່ສະໜາມບິນສາກົນ ຕາໂຄມາ ນະຄອນ ຊີອາໂຕ. 11 ສິງຫາ, 2018.

ຜູ້ຊາຍທີ່ບັນດາເຈົ້າໜ້າທີ່ເວົ້າວ່າ ໄດ້ລັກເອົາເຮືອບິນຂອງສາຍການບິນພານິດບໍລິສັດ
ນຶ່ງໃນລັດ ວໍຊິງຕັນ ເມື່ອວັນສຸກທີ່ຜ່ານມາມີຊື່ວ່າທ້າວ ຣິເຈີດ ຣັສໂຊລ.

ຜູ້ຊາຍອາຍຸ 29 ປີຄົນດັ່ງກ່າວ ໄດ້ເຮັດວຽກໃຫ້ສາຍການບິນ ຮໍຣາຍເຊິນ, ເປັນຜູ້ຊ່ວຍ
ຂົນຫີບ ແລະ ຂັບລົດແກ່ເຮືອບິນ. ບັນດາເຈົ້າໜ້າທີ່ເວົ້າວ່າ ລາວໄດ້ໄປເຮັດວຽກເມື່ອ
ວັນສຸກທີ່ຜ່ານມາ, ແລະ ໃສ່ເຄື່ອງແບບ ໃນເວລາທີ່ລາວໄດ້ເຂົ້າໄປໃນຫ້ອງຄົນຂັບຂອງ
ເຮືອບິນ ບັອມບາດີເອີ Q400 ຂອງສາຍການບິນ ຮໍຣາຍເຊິນ ແລະ ຂັບເຮືອບິນຂຶ້ນ.

ຜູ້ຊາຍຄົນດັ່ງກ່າວ ເຊື່ອວ່າໄດ້ເສຍຊີວິດໃນເວລາທີ່ເຮືອບິນໄດ້ຕົກໃນເກາະ ຄີຕຣັອນ
(Ketron), ປະມານ 48 ກິໂລແມັດທາງທິດໃຕ້ຂອງສະໜາມບິນ ຕາໂຄມາ, ນະຄອນ
ຊີອາໂຕ, ເຮັດໃຫ້ເກີດໄຟໄໝ້ປ່າເປັນບໍລິເວນກວ້າງ. ບັນດາເຈົ້າໜ້າທີ່ເວົ້າວ່າລາວໄດ້
ຂ້າຕົວເອງຕາຍ.

ໝູ່ຄົນນຶ່ງຂອງຄອບຄົວລາວ ໄດ້ອ່ານຖະແຫຼງການຈາກຄອບຄົວຂອງທ້າວ ຣັສໂຊລ
ເມື່ອວັນເສົາວານນີ້ວ່າ ເຂົາເຈົ້າຕົກໃຈ ແລະ ເສຍໃຈ. ຖະແຫຼງການໄດ້ກ່າວວ່າ “ມັນ
ອາດເບິ່ງຄືວ່າ ຍາກສຳລັບຄົນທີ່ເບິ່ງຢູ່ບ້ານນັ້ນຈະເຊື່ອ, ແຕ່ທ້າວ ຣັສໂຊລ ແມ່ນຜູ້ຊາຍ
ທີ່ອົບອຸ່ນ, ມີຄວາມກະຕືລືລົ້ນ, ເປັນສາມີທີ່ຊື່ສັດ, ມີລູກຊາຍທີ່ໜ້າຮັກ ແລະ ເປັນເພື່ອນ
ທີ່ດີ, ເປັນທີ່ຮັກໂດຍທຸກຄົນຍ້ອນວ່າ ລາວເປັນຄົນໃຈດີ ແລະ ສຸພາບຕໍ່ທຸກຄົນທີ່ລາວ
ໄດ້ພົບ.”

ໃນວັນເສົາວານນີ້, ບັນດານັກສືບສວນສອບສວນລັດຖະບານກາງ ສະຫະລັດ ໄດ້ເລີ່ມ
ສອບສວນການລັກເຮືອບິນ ແລະ ເຮັດໃຫ້ມັນຕົກ ໃນຕອນແລງຂອງວັນສຸກທີ່ຜ່ານມາ
ໃນນະຄອນ ຊີອາໂຕ.

ຫໍຄວບຄຸມການບິນເວົ້າວ່າ ເຂົາເຈົ້າສາມາດໄດ້ຍິນບັນທຶກສຽງທີ່ພະຍາຍາມຈະເກ້ຍ
ກ່ອມທ້າວ ຣັສໂຊລ ໃຫ້ນຳເຮືອບິນລົງຈອດ. ຫໍຄວບຄຸມການບິນໄດ້ເວົ້າ ໂດຍອ້າງເຖິງ
ສະໜາມບິນ ທີ່ຖານທັບຮ່ວມ ລູວິສ-ແມັກຂອດ (Lewis McChord) ວ່າ “ມັນມີທາງ
ລົງຢູ່ບໍ່ໄກ ຈາກກໍ້າຂວາຂອງເຈົ້າປະມານ 1 ໄມ.

ທ້າວ ຣັສໂຊລ ໄດ້ຕອບວ່າ “ໂອຕາຍ. ຄົນພວກນັ້ນ ຄືຊິກຸມຈັບຂ້ອຍຢ່າງຕາຍ ຖ້າຂ້ອຍ
ພະຍາຍາມລົງຈອດຢູ່ຫັ້ນ.” ຕໍ່ມາລາວໄດ້ເວົ້າຕື່ມວ່າ, “ນີ້ຄົງໝາຍຄວາມວ່າ ຖືກຂັງຄຸກ
ຕະຫຼອດຊີວິດແມ່ນບໍ່?”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG