ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະນັກງານ ສາຍການບິນ ລັກເອົາ ເຮືອບິນ ຂຶ້ນຂັບ ແລ້ວກໍຕົກໃກ້ໆ ນະຄອນຊີອາໂຕ້


ເຮືອບິນໂດຍສານ ຂອງສາຍການບິນອາລາສກ້າ ຈອດລຽນກັນ ຢູ່ທີ່ສະໜາມບິນສາກົນ ຊິອາໂຕ້-ຕາໂຄມາ. (ວັນທີ 10 ສິງຫາ 2018)
ເຮືອບິນໂດຍສານ ຂອງສາຍການບິນອາລາສກ້າ ຈອດລຽນກັນ ຢູ່ທີ່ສະໜາມບິນສາກົນ ຊິອາໂຕ້-ຕາໂຄມາ. (ວັນທີ 10 ສິງຫາ 2018)

ພະນັກງານສາຍການບິນຄົນນຶ່ງ ໃນນະຄອນຊີອາໂຕ້ ລັດວໍຊິງຕັນ ໄດ້ລັກເອົາເຮືອບິນ
ແລ້ວກໍຂັບໃຫ້ບິນຂຶ້ນ ພ້ອມທັງທຳການສະແດງແບບໂລດໂຜນ ກ່ອນທີ່ຈະຕົກ ຢູ່ເກາະ
ຄີຕຣອນ ໃນເຂດພູເກັດຊາວດ໌ໃຕ້ ເມື່ອຄືນແລ້ວນີ້.

ຫ້ອງການເຈົ້າເມືອງ ໃນເຂດເມືອງພີອຽດສ໌ (Pierce) ກ່າວຜ່່ານທາງທວີດເຕີ້ວ່າ ນາຍ
ຊ່າງແປງເຮືອບິນອາຍຸ 29 ປີໄດ້ລັກເອົາເຮືອບິນ Q400 ຂອງສາຍການບິນຮໍຣາຍເຊິນ
ແອ ຈາກສະໜາມບິນສາກົນ ຊິອາໂຕ້-ຕາໂຄມາ.

ເຈົ້າໜ້າທີ່ຫໍຄວບຄຸມ ການສັນຈອນທາງອາກາດ ສາມາດໄດ້ຍິນສຽງ ທີ່ບັນທຶກໄວ້ ຊຶ່ງ
ໄດ້ຊັກຊວນໃຫ້ຊາຍຄົນດັ່ງກ່າວທີ່ເຂົາເຈົ້າເອີ້ນຊື່ລາວວ່າ “ຣິສ” ໃຫ້ນຳເອົາເຮືອບິນລົງ
ຈອດ.

ໃນເວລາຕໍ່ມາ ຜູ້ຊາຍຄົນນັ້ນ ກໍເວົ້າຂຶ້ນວ່າ “... ເປັນຄົນ ທີ່ມີຄວາມວຸ້ນວາຍ ໃນຊີວິດ
ໄດ້ເຮັດຜິດໄປ ໃນບາງສິ່ງບາງຢ່າງ ຂ້ອຍຄິດວ່າ.”

ທ່ານຄອນສແຕັນ ວອນ ມູເລັນ ຫົວໜ້າບໍລິຫານຂອງສາຍການບິນຮໍຣາຍເຊິນກ່າວຢູ່
ໃນວີດີໂອທີ່ນຳອອກເຜີຍແຜ່ທາງທວີດເຕີ້ທີ່ເວົ້າວ່າ “ຫົວໃຈຂອງພວກເຮົາແມ່ນຢູ່ກັບ
ຄອບຄົວຂອງບຸກຄົນ ທີ່ຢູ່ເທິງເຮືອບິນ ພ້ອມກັບພະນັກງານທຸກໆຄົນ ຂອງສາຍການ
ບິນອາລາສກ້າ ແລະ ສາຍການບິນຮໍຣາຍເຊິນ. ຮໍຣາຍເຊີນ ແມ່ນເປັນສ່ວນນຶ່ງ ຂອງ
ສາຍການບິນອາລາສກ້າ.

ສາຍການບິນຮໍຣາຍເຊີນບໍ່ໄດ້ເປີດເຜີຍຊື່ຂອງນາຍຊ່າງຄົນດັ່ງກ່າວແຕ່ຢ່າງໃດ. ເຈົ້າ
ເມືອງກ່າວວ່າ ເຮືອບິນລົບ ແອັຟ 15 ຂອງກອງທັບ 2 ລຳ ໄດ້ບິນຂຶ້ນໄປປະຕິບັດງານ
ເພື່ອຕາມລ່າເຮືອບິນທີ່ຖືກລັກ ແຕ່ເຮືອບິນລົບທັງສອງ ບໍ່ໄດ້ພົວພັນກັບການຕົກຂອງ
ເຮືອບິນລຳນັ້ນ.

ການຕົກຂອງເຮືອບິນດັ່ງກ່າວນີ້ ບໍ່ໄດ້ພົວພັນກັບການກໍ່ການຮ້າຍ ອີງຕາມຄຳເວົ້າຈາກ
ຫ້ອງການເຈົ້າເມືອງທີ່ກ່າວເຖິງຜູ້ຊາຍຄົນນີ້ວ່າ “ເປັນຜູ້ຊາຍທີ່ຂ້າໂຕຕາຍ.”

ບໍ່ມີຜູ້ໂດຍສານ ຢູ່ເທິງເຮືອບິນໂດຍສານທີ່ຕົກ.

ສະໜາມບິນສາກົນຊິອາໂຕ້-ຕາໂຄມາ ໄດ້ອັດລົງເປັນເວລາສັ້ນໆ ຂະນະທີ່ເຫດການ
ດັ່ງກ່າວກຳລັງເກີດຂຶ້ນນັ້ນ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG