ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຮືອບິນ AirAsia ປະສົບ ອຸປະຕິເຫດຕົກ ຍ້ອນບິນຂຶ້ນສູງ ໄວເກີນໄປ


ເຮືອບິນ Airbus A320
ເຮືອບິນ Airbus A320

ລັດຖະມົນຕີ​ຂົນສົ່ງອິນ​ໂດ​ເນ​ເຊຍ ກ່າວ​ວ່າ ​ສາຍ​ການບິນ Air-
Asia ທີ່​ປະສົບອຸປະຕິເຫດຕົກ ​ຢູ່​ໃນ​ທະ​ເລ Java ​ເມື່ອ​ເດືອນ
​ແລ້ວ​ນີ້ເກີດ​ຕິດຂັດເພາະວ່າບິນຂື້ນ​ໄວ​ເກີນໄປກວ່າທີ່ປີກ​ເຮືອ
ບິນຈະເຮັດໃຫ້ເກີດແຮງຍົກ​ໄດ້ພຽງພໍ.

ທ່ານ Ignasius Jonan ​ໄດ້​ກ່າວ​ຕໍ່​ບັນດາສະມາຊິກ​ສະພາ ​ໃນ​
ວັນ​ອັງຄານ​ວານ​ນີ້ວ່າ ຂໍ້​ມູນ​ຈາກ​ເຣດາສະ​ແດງ​ໃຫ້​ເຫັນ​ວ່າ ​ເຮືອ
ບິນ Airbus A320 ​ໄດ້​ປິນສູງຂຶ້ນ​ໃນ​ອັດຕາ​ຄວາມ​ໄວ​ປະມານ
1,800 ​ແມັດ​ຕໍ່​ນາທີ ກ່ອນ​ຈະປະສົບອຸປະຕິເຫດ​ຕົກ ​ໃນ​ວັນ​ທີ
28 ​ເດືອນ​ທັນ​ວາຜ່ານມາ. ທ່ານ​ກ່າວ​ວ່າ ຕາມປົກ​ກະຕິແລ້ວ
ອັດຕາ​ຄວາມ​ໄວຂອງເຮືອບິນໂດຍສານພານິດແມ່ນ​ປະມານ
300 ຫາ 600 ​ແມັດ​ຕໍ່​ນາ​ທີເທົ່ານັ້ນ.

ບັນດາ​ຜູ້​ໂດຍສານແລະພະນັກງານ 162 ຄົນ​ຢູ່​ໃນ​ເຮືອບິນ ບໍ່​ມີ​ໃຜ​ລອດ​ຊິວິດ ມາໄດ້.

​ເຮືອບິນ​ໄດ້ປະສົບອຸປະຕິເຫດຕົກ​ພາຍ​ໃຕ້ສະພາບ​ດິນ​ຟ້າ​ອາກາດ​ປັ່ນ​ປ່ວນ ໃນອັນທີ່
ຄວນເປັນ​ການ​ເດີນທາງ​ພຽງ​ລະຍະ​ສັ້ນໆຈາກ​ເມືອງ Surabaya ຂອງອິນ​ໂດ​ເນ​ເຊຍ ​
ໄປສູ່ປະ​ເທດ​ສິງກະ​ໂປ.

ອົງການ​ພະຍາກອນ​ອາກາດອິນ​ໂດ​ເນ​ເຊຍ ​ສະເໜີແນະວ່າ ອາກາດ​ປັ່ນ​ປ່ວນ​ອາດ​ເປັນ
ສາເຫດພາ​ໃຫ້​ເຮືອບິນ​ຕົກ.

ນັກ​ບິນໄດ້​ຂໍ​ອະນຸຍາດ​ໃນການ​ບິນສູງ​ຂື້ນ ​ເພື່ອ​ຫລີກ​ລ່ຽງຂີ້​ເຝື້ອ​ຂອງພາຍຸ ກ່ອນເກີດ
​ອຸປະຕິ​ເຫດຕົກ ​ແຕ່​ຫໍ​ບັງ​ຄັບ​ການບິນ​ໄດ້​ປະຕິ​ເສດ​ຕໍ່ຄຳຮ້ອງ​ຂໍດັ່ງກ່າວເພາະ ວ່າ​ມີ​ການ​
ສັນຈອນ​ຢ່າງ​ໜາແໜ້ນຢູ່ແລ້ວໃນມື້ເກີດເຫດ.

indonesiaplane15january15
please wait

No media source currently available

0:00 0:01:21 0:00

XS
SM
MD
LG