ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຄື່ອງບັນທຶກສຽງ ແລະຂໍ້ມູນ ຂອງ AirAsia ຖືກສົ່ງໄປ ຈາກາຕ້າ


Indonesia Planes SOTVO
please wait

No media source currently available

0:00 0:00:46 0:00

ພວກ​ນັກ​ດຳ​ນ້ຳ​ຊາວ​ອິນ​ໂດ​ເນ​ເຊຍ ​ເວລານີ້ໄດ້ກູ້ເອົາເຄື່ອງບັນທຶກ
ທັງສອງ ຫລືຫີບດຳ ຂຶ້ນ ມາແລ້ວ ຈາກ​ເຮືອບິນສາຍ​ກາ​ຍບິນ
AirAsia ​ໃນ​ທະ​ເລ​ຈາ​ວາ ​ໃນ​ເດືອນ​ແລ້ວ​ນີ້ ທີ່​ສັງຫານ​ທັງ​ໝົດ
162 ຄົນ​ນ້ັນ.

ພວກ​ນັກ​ດຳ​ນ້ຳ​ ​ໄດ້ກູ້​ເອົາ​ຫີບ​ດຳ​ ອັນ​ທີ 2 ຊຶ່ງເປັນເຄື່ອງບັນທຶກ
ສຽງຈາກຫ້ອງ​ຄົນ​ຂັບ​ເຮືອ​ບິນ ຂຶ້ນມາແລ້ວ ​ໃນເຊົ້າ​ວັນ​ອັງ​ຄານ
​ມື້​ນີ້ ນຶ່ງ​ມື້ ຫຼັງຈາກທີ່​ໄດ້​ພົບ​ເຫັນ ແລະກູ້ເອົາເຄື່ອງບັນທຶກຂໍ້​ມູນ​
ຕ່າງໆ​ຂອງ​ເຮືອບິນຂຶ້ນມາ. ທັງ​ສອງ​ຫີບ​ດັ່ງກ່າວ​ນີ້ ຈະ​ຊ່ອຍ​
ພວກ​ນັກວິ​ເຄາະ​ໃນ​ນະ ຄອນຫຼວງ​ຈາ​ກາ​ຕາ ທີ່​ຄາດ​ກັນ​ວ່າ​
ຈະ​ໃຫ້​ບົດ​ສະຫຼຸບ​ທີ່​ເປັນ​ຮູບຮ່າງ​ຢ່າງ​ລະອຽດຫຼາຍຂຶ້ນຂອງ
​ສ​າ​ເຫດ ທີ່ພາໃຫ້ເຮືອບິນ​ສາຍ​ການບິນ AirAsia ຖ້ຽວ​ບິນ 8510 ໄດ້​ຕົກ ​ໃນ​ວັນ​ທີ 28 ທັນວາ ຜ່ານມານັ້ນ.

​ໃນ​ປະ​ຈຸ​ບັນ​ນີ້ ພວກ​ນັກ​ສືບສວນ ​ເຊື່ອ​ວ່າ ພວກ​ນັກ​ບິນໄດ້​ບິນ​ຕ່ຳລົງ​ເພື່ອ​ຫຼີກ​ພາຍຸ ​ໃນ​ຖ້ຽວບິນ ​ຈາກ​ເມືອງ Surabaya ​ໄປຫາ Singapore.

​ເຮືອບິນ Airbus ລຳນີ້ ​ໄດ້​ຫາຍ​ໄປ​ຈາກ​ຈໍເຣດາ ໃນພາກເໜືອ​ຂອງ​ທະ​ເລ​ຈາ​ວາ ຍັງບໍ່ຮອດ​ເຄິ່ງ​ທາງ​ບິນ ຂອງ​ການ​ເດີນທາງເປັນເວລາ 2 ຊົ່ວ​ໂມງ​ນັ້ນ.

​ເຮືອບິນ ​ໄດ້​ບັນຈຸທັງໝົດຜູ້ໂດຍສານແລະພະນັກງານ 162 ຄົນ. ​ຈົນ​ເທົ່າ​ເຖີີງປະຈຸ​ບັນ​ນີ້ ມີພຽງ 48 ສົບ​ເທົ່າ​ນັ້ນ​ທີ່​ໄດ້​ຄົ້ນ​ພົບແລະກູ້ຂຶ້ນມາ.

​ເຈົ້າ​ໜ້າ​ທີ່​ຄາດ​ຫວັງ​ວ່າ​ພວກ​ເຄາະ​ຮ້າຍ​ທີ່​ຍັງ​ເຫຼືອ​ນັ້ນ ສາມາດ​ຈະ​ຄົ້ນ​ພົບ​ໄດ້​ອີກ​ຈາກຊາກ
ສ່ວນ​ໃຫຍ່ໆທີ່​ຫັກ​ພັງ​ຂອງ​ເຮືອບິນ ທີ່​ໄດ້​ພົບ​ເຫັນ​ໃນ​ໃຕ້​ພື້ນນ້ຳ​ທະ​ເລ ນັ້ນ.

ບໍ່​ມີ​ຜູ້​ໃດ​ລອດ​ຊີວິດ​ມາ​ໄດ້ ຈັກ​ຄົນ ໃນອຸບັດເຫດດັ່ງກ່າວນີ້.

XS
SM
MD
LG