ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ດິນຟ້າອາກາດບໍ່ດີ ຍັງເປັນອຸບປະສັກ ຕໍ່ການຊອກຫາ ເຮືອບິນ AirAsia


ພວກພະນັກງານຊອກຄົ້ນແລະກູ້ໄພ ພາກັນຂົນຊິ້ນສ່ວນ ຂອງເຮືອບິນ ທີ່ເຮືອບິນເຮລີຄອບເຕີຂົນເຂົ້າມາຝັ່ງທະເລ ທີ່ຖານທັບ Pangkalan Bun, ພາກກາງ Kalimantan, ວັນທີ 4 ມັງກອນ 2015.
ພວກພະນັກງານຊອກຄົ້ນແລະກູ້ໄພ ພາກັນຂົນຊິ້ນສ່ວນ ຂອງເຮືອບິນ ທີ່ເຮືອບິນເຮລີຄອບເຕີຂົນເຂົ້າມາຝັ່ງທະເລ ທີ່ຖານທັບ Pangkalan Bun, ພາກກາງ Kalimantan, ວັນທີ 4 ມັງກອນ 2015.

ບັນດາ​ທີ​ມຊອກ​ຄົ້ນ ​ແລະ​ກູ້​ໄພ​ອິນ​ໂດ​ເນ​ເຊຍ ​ໄດ້​ຟື້ນ​ການ​
ຊອກ​ຫາ​ຊາກຫັກ​ພັງ​ຂອງ​ເຮືອບິນ​ໄອ​ພົ່ນ​ໂດຍສານ​ຂອງ​ສາຍ
​ການບິນ Air Asia ທີ່​ໄດ້​ຫາຍ​ສາບ​ສູນ​ໄປ​ໃນ​ວັນ​ອາທິດ​ແລ້ວ
​ນີ້ ຫຼັງ​ຈາກ​ໄດ້​ພົບ​ເຫັນ “ຊິ້ນ​ສ່ວນ​ໃຫຍ່ໆ 5 ​ຊິ້ນ” ​ໃນ​ທະ​ເລ
Java ນັ້ນ.

​ເຖິງ​ຢ່າງ​ໃດ​ກໍ​ດີ ການ​ຊອກ​ຄົ້ນ​ຍັງ​ສືບ​ຕໍ່​ ໄດ້​ຮັບ​ອຸບປະສັກ​ຕ່າງໆ
​ຍ້ອນດິນ​ຟ້າ​ອາກາດ​ບໍ່​ດີ. ພວກ​ດຳ​ນ້ຳ​ຈຳ​ເປັນ​ຕ້ອງ​ຖອຍ​ກັບ​ ໃນ
​ວັນ​ອາທິດມື້​ນີ້ ຫຼັງ​ຈາກ​ດຳລົງ​ໄປເກືອບ​ຮອດ​ບ່ອນ​ທີ່​ສົງ​ໄສ​ວ່າ
​ເຮືອບິນ​ລຳ​ນີ້​ຕົກລົງ​ນັ້ນ.

ຄວາມ​ພະຍາຍາມ​ໃນ​ການ​ຊອກ​ຄົ້ນ​ແລະ​ກູ້​ໄພ ​ໄດ້​ຊັກຊ້າ​ລົງ​ຢ່າງ​ຫຼວງ​ຫຼາຍ​ໃນ​ຫວ່າງ​ສອງ​
ສາມ​ມື້​ຜ່ານ​ມາ​ນີ້ ຍ້ອນ​ຝົນ​ຕົນ​ໜັກ ​ແລະ​ລົມ​ແຮງ ທີ່​ພາ​ໃຫ້ເກີດຄື້ນຟອງ​ສູງ ​ແລະ​ກະ​ແສ​
ນ້ຳ​ໄຫລ​ແຮງ.

ພວກ​ທີ​ມກູ້​ໄພຫວັງ​ວ່າ ຈະໄປ​ຮອດ​ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ​ເປັນ​ລຳ​ໂຕ​ເຮືອບິນ ​ເພື່ອ
ນຳ​ເອົາຊາກ​ສົບ​ພວກ​ທີ່​ເສຍ​ຊີວິດ​ອອກ​ມາ ​ແລະ​ເອົາ​ເຄື່ອງ​ບັນທຶກ​ສຽງ​ຖ້ຽວ​ບິນ​ ອັນ​ທີ່​ເອີ້ນ​ວ່າ “black boxes “ ທີ່​ຕິດ​ຕັ້ງ​ໄວ້ ​ຢູ່​ທາງ​ຫາງ​ຂອງ​ເຮືອບິນ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ມາ​ຮອດ​ປັດຈຸບັນ​ນີ້ ​ໄດ້​ດຶງສົບ ຂຶ້ນ​ມາ​ໄດ້​ແລ້ວ 31 ສົບ ຫຼັງ​ຈາກ​ພົບ​ເຫັນ​ອີກ​ສົບ​ນຶ່ງ​ໃນ​ວັນ​ອາທິດ​ມື້​ນີ້.

asiamissingplane4january15
please wait

No media source currently available

0:00 0:02:20 0:00

XS
SM
MD
LG