ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Air Asia ຈະມີຖ້ຽວບິນຈາກ Malaysia ​ເຖິງ Myanmar


ສາຍການບິນ Air Asia ລາຄາຖືກ
ສາຍການບິນ Air Asia ລາຄາຖືກ

ສາຍ​ການບິນ Air Asia ທີ່​ຂາຍ​ປີ້​ໃນ​ລາຄາ​ຖືກໆ​ນັ້ນ
ປະກາດ​ໃນ​ວັນ​ຈັນມື້ນີ້​ວ່າ ຕົນຈະເລີ່​ມຕົ້ນບໍລິການຖ້ຽວບິນ
ຈາກ Malaysia ​ເຖິງ Myanmar ນັບ​ຕັ້ງ​ແຕ່​ວັນ​ທີ່ 20
ເດືອນ​ກໍລະກົດ ​ເປັນ​ຕົ້ນໄປ ​ແລະ​ຈະບໍລິການ​ພວກ​ຜູ້​ໂດຍ
ສານຈາກ Kuala Lumpur ໄປ​ຍັງ ຢ່າງ​ກຸ້ງ.

ພ້ອມ​ກັບການ​ເປີ​ດ​ເສ້ນ​ທາງ​ບິນ​ສາຍ​ໃຫມ່​ທີ່ວ່ານີ້​ ສາຍ​
ການບິນ Air Asia ກໍ ຈະມີ​ຖ້ຽວ​ບິນບໍລິການ​ ຢູ່​ໃນທັງ
10 ປະ​ເທດສະມາຊິກ​ຂອງກຸ່ມ​ ASEAN.

ທາງ​ສາຍ​ການບິນ Air Asia ກ່າວວ່າ ຕົນຫວັງວ່າ
ການ​ບໍລິການ​ໄປ​ຍັງ​ໃນ​ມານັ້ນຈະສົ່ງເສີມການທ່ອງທ່ຽວໃນຂົງເຂດ ແລະ​ໄດ້​ປະກາດ
ການຫຼຸດລາຄາ ພິເສດນຳອີກ ໃນຊ່ວງໂຄສະນາການເປີດຖ້ຽວບິນສາຍໃຫມ່ນີ້.

XS
SM
MD
LG