ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ທາງອາກາດ ໃນໂຊມາເລຍ ໄດ້ສັງຫານ ພວກຫົວຮຸນແຮງ Al-Shabab 4 ຄົນ


ກູ່ມ Al-shabab ທີ່ຕິດອາວຸດ ຕຽມຕົວເດີນທາງ ໂດຍລົດກະບະ ຢູ່ນອກນະຄອນຫຼວງ Mogadishu ໃນ Somalia.
ກູ່ມ Al-shabab ທີ່ຕິດອາວຸດ ຕຽມຕົວເດີນທາງ ໂດຍລົດກະບະ ຢູ່ນອກນະຄອນຫຼວງ Mogadishu ໃນ Somalia.

ເຈົ້າ​ໜ້າ​ທີ່ໂຊ​ມາ​ເລຍ ກ່າວ​ວ່າການ​ໂຈມ​ຕີ​ທາງ​ອາກາດ ໄດ້ສັງຫານພວກ​ຫົວ​ຮຸນ​ແຮງກຸ່ມ ​
Al-Shabab 4 ຄົນ ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມກໍ່​ການ​ຮ້າຍ​ Al-Qaida ​ໃນ​ພາກໃຕ້​ຂອງ​
ໂຊ​ມາ​ເລຍ.

ເຈົ້າ​ໜ້າ​ທີ່​ກ່າວ​ຕື່ມ​ອີກ​ວ່າ ຜູ້​ບັນຊາ​ການ​ຂອງກຸ່ມ Al-Shabab ​ແມ່ນ​ຜູ້​ນຶ່ງ​ຢູ່ໃນ​ຈໍານວນ
ທີ່​ຖືກ​ຂ້າ​ຕາຍ ໃນ​ຕອນ​ເຊົ້າ​ວັນ​ສຸກມື້ນີ້ ​ເວລາ​ລູກ​ສອນ​ໄຟ​ທີ່ຍິງຈາກ​ເຮື​ອບິນ​ບໍ່​ຊາບ​ຝ່າຍ
ໄດ້​ຖືກ​ລົດຄັນ​ນຶ່ງຢູ່ໃນ​ເຂດ ​Lower Shabelle ຂອງ​ໂຊ​ມາ​ເລຍ. ​ເຂົາ​ເຈົ້າກ່າວ​ວ່າພວກ​
ທີ່​ຖືກ​ຂ້າຕາຍ​ນັ້ນຄົງ​ຈະ​ແມ່ນນັກ​ລົບ​ຕ່າງ​ດ້າວ.

ການ​ໂຈມ​ຕີ​ໄດ້ເກີດ​ຂື້ນ​ມື້​ນຶ່ງ​ຫລັງ​ຈາກທີ່​ຜູ້​ນໍາ​ຂອງ​ໂລກ ​ພາກັນ​ເຕົ້າ​ໂຮມ​ກັນ​ຢູ່ທີ່ກຸງລອນ
ດອນ ໃຫ້​ຄຳ​ໝັ້ນສັນຍາ​ທີ່​ຈະ​ຊ່ວຍ​ເຫລືອ​ໂຊ​ມາ​ເລຍເພື່ອເອົາ​ໄຊຊະນະ​ພວກ​ກໍ່​ການ​ຮ້າຍ ​
ແລະ​ນໍາ​ເອົາສະຖຽນ​ລະ​ພາບ​ມາສູ່ປະ​ເທດ​ໂຊ​ມາ​ເລຍທີ່​ປະສົບ​ກັບ​ໄພສົງ​ຄາມຕັ້ງຢູ່​ແຫລມ
ຂອງອາຟຣິການັ້ນ.

ແຜນທີ່ໂຊມາເລຍ
ແຜນທີ່ໂຊມາເລຍ

ກຸ່ມ Al-Shabab ກໍາ​ລັງ​ຕໍ່ສູ້​ກັບ​
ລັດຖະບານ​ຊົ່ວ​ຄາວ​ ທີ່​ອ່ອນ​ແອ
ຂອງ​ໂຊ​ມາ​ເລຍໃນ​ຄວາມ​ພະຍາ
ຍາມ​ເພື່ອ​ຈະ​ບັງ​ຄັບ​ໃຫ້​ມີ​ການ​ນຳ​
ໃຊ້ກົດ​ໝາຍທີ່​ເຂັ່ງຄັດ​ຂອງສາສະ
ໜາອິສລາມໃນ​ປະ​ເທດດັ່ງກ່າວ.

ພວກ​ກະບົດ Al-Shabab
ຄວບ​ຄຸມພື້ນທີ່​ສ່ວນ​ໃຫ່ຍໃນ​ເຂດ​
ພາກ​ໃຕ້ ແລະ​ພາກ​ກາງຂອງ​ໂຊ​
ມາເລຍ ​ແຕ່​ວ່າ ຫວ່າງ​ມໍໆ​ມາ​ນີ້
ໄດ້​ສູນ​ເສຍ​ພື້ນ​ທີ່​ໃນ​ການ​ປະ​ເຊີນ
ກັບ​ການ​ບຸກໂຈມ​ຕີຈາກ​ເອທິໂອ​
ເປຍ ​ເຄັນ​ຢາ​ແລະ​ກອງ​ທະຫານ
ສະຫະພາບອາຟຣິກາ.

ໃນ​ຕົ້ນ​ເດືອນ​ນີ້ກຸ່ມ Al-Qaida ​ໄດ້​ປະກາດຢ່າງ​ເປັນ​ທາງ​ການ​ວ່າ​ ເຂົາ​ເຈົ້າ​ໄດ້​ເປັນ​ພັນທະ​ມິດ​
ກັບກຸ່ມ Al-Shabab ​ເຖິງ​ແມ່ນ​ວ່າ​ກຸ່ມ​ທັງ​ສອງ​ນີ້​ ເຊື່ອ​ກັນ​ວ່າ​ໄດ້​ມີ​ຄວາມ​ສຳພັນ​ແບບ​ບໍ່​ເປັນ​
ທາງ​ການມາ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ.

XS
SM
MD
LG