ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ທົບທວນ ການໂຈມຕີ ທາງອາກາດ ໃສ່ກຸ່ມ ລັດອິສລາມ ຢູ່ໃນຊີເຣຍ


ກອງທັບອາກາດສະຫະລັດ ກຳລັງທົບທວນເບິ່ງການໂຈມຕີທາງອາກາດ ໃນແຂວງ
ເດຍແອລຊົວ (Deir el-Zour) ທາງພາກຕາເວັນອອກ ຂອງຊີເຣຍ ຫຼັງຈາກກຸ່ມປົກ
ປ້ອງສິດທິມະນຸດກ່າວວ່າ ການໂຈມຕີທາງອາກາດຢູ່ທີ່ນັ້ນໄດ້ສັງຫານພົນລະເຮືອນ
ບໍ່ຕ່ຳກວ່າ 28 ຄົນ.

ພັນໂທຈອສ ແຈັກສ໌ ໂຄສົກຂອງກອງບັນຊາການກຳລັງສະຫະລັດໃນພາກຕາເວັນ
ອອກກາງ ກ່າວຕໍ່ວີໂອເອ ໃນວັນສຸກວານນີ້ວ່າ “ພວກເຮົາໄດ້ທຳການໂຈມຕີ ຢູ່ໃນບໍ
ລິເວນ ທາງພາກຕາເວັນອອກ ຂອງແຂວງເດຍແອລຊົວແທ້.”

ທ່ານກ່າວຕື່ມວ່າ ທາງຄະນະຈະທົບທວນເບິ່ງ ການໂຈມຕີ ດັ່ງທີ່ເຄີຍໄດ້ເຮັດມາໃນ
ການກ່າວຫາຕ່າງໆ ທີ່ມີພົນລະເຮືອນເສຍຊີວິດ ເພື່ອພິຈາລະນາເບິ່ງວ່າ ການກ່າວ
ຫານັ້ນເຊື່ອຖືໄດ້ຫລືບໍ່.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍທີ່ມີສຳນັກງານຕັ້ງຢູ່ລອນດອນກ່າວວ່າ ການໂຈມ
ຕີໃນຕອນແລງວັນພະຫັດຜ່ານມາ ໄດ້ຖືກໂຮງງານເຮັດນ້ຳກ້ອນ ໃກ້ຊາຍແດນອີຣັກ ໃນເຂດທີ່ຄວບຄຸມໂດຍກຸ່ມລັດອິສລາມ.

ກຸ່ມດັ່ງກ່າວເວົ້າວ່າ ການໂຈມຕີທີ່ວ່ານີ້ ຍັງໄດ້ສັງຫານ 54 ຄົນ ຮວມທັງພວກນັກລົບ
ຂອງກຸ່ມລັດອິສລາມ ແລະ ພົນລະເຮືອນ 28 ຄົນ. ພົນລະເຮືອນສ່ວນໃຫຍ່ແມ່ນເປັນ
ຊາວອີຣັກ.

ກຸ່ມປົກປ້ອງສິດທິມະນຸດໃນຊີເຣຍກ່າວວ່າ ຍັງບໍ່ທັນເປັນທີ່ຈະແຈ້ງໃນທັນທີເທື່ອວ່າ ເປັນຫຍັງເຮືອບິນຈາກອີຣັກຫຼືພວກແນວໂຮມທີ່ນຳພາໂດຍສະຫະລັດຕໍ່ຕ້ານກຸ່ມລັດ
ອິສລາມ ຈຶ່ງໄດ້ທຳການໂຈມຕີ.

ອົງການຂ່າວ SANA ຂອງທາງການຊີເຣຍ ໄດ້ຖິ້ມໂທດໃສ່ການໂຈມຕີທາງອາກາດ
ຂອງພວກແນວໂຮມທີ່ນຳພາໂດຍສະຫະລັດ ໂດຍເວົ້າວ່າ ໄດ້ສັງຫານ 30 ຄົນ ແລະ
ບາດເຈັບອີກຈຳນວນນຶ່ງ.

ຜ່ານມາ ພວກແນວໂຮມ ໄດ້ທຳການໂຈມຕີຕໍ່ເຂດຕ່າງໆ ທີ່ຄວບຄຸມໂດຍ ກຸ່ມລັດອິສ
ລາມຢູ່ໃນຊີເຣຍແລະໃຫ້ການສະໜັບສະໜຸນຕໍ່ພວກນັກລົບທີ່ນຳພາໂດຍກຳລັງຊາວ
ເຄີດ ທີ່ກຳລັງສູ້ລົບກັບພວກຫົວຮຸນແຮງຈັດ. ເມື່ອໄວໆມານີ້ ເຮືອບິນຂອງອີຣັກ ກໍໄດ້
ທຳການໂຈມຕີຢູ່ໃນພາກຕາເວັນອອກຂອງຊີເຣຍ.

ໃນຂະນະດຽວກັນ ກອງທັບສະຫະລັດກ່າວວ່າ ກຸ່ມມັກກາວີ ອາລ-ໂທຣາ ຊຶ່ງເປັນພັນ
ທະມິດໃນທ້ອງຖິ່ນ ໄດ້ຈັບພວກນັກລົບຂອງກຸ່ມລັດອິສລາມ 11 ຄົນທີ່ໄດ້ຜ່ານເຂົ້າໄປ
ໃນເຂດຫລຸດຜ່ອນຄວາມເຄັ່ງຕຶງ 55 ກິໂລແມັດຢູ່ໃນພາກໃຕ້ຂອງຊີເຣຍ.

ກຸ່ມມັກກາວີ ອາລ-ໂທຣາໄດ້ຈັບພວກນັກລົບຂອງກຸ່ມລັດອິສລາມໃນວັນອັງຄານຜ່ານ
ມາ 3 ມື້ຫລັງຈາກກຸ່ມດັ່ງກ່າວ ໄດ້ຈັບພວກນັກລົບຂອງກຸ່ມລັດອິສລາມອີກ 9 ຄົນໃນບໍ
ລິເວນດຽວກັນນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG