ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະດັບມົນລະພິດ ໃນອາກາດ ພຸ່ງສູງຂຶ້ນ ໃນ ຕົວເມືອງຕ່າງໆ ທີ່ີທຸກຍາກ


ຄວັນທີ່ໜາແໜ້ນ ປົກຄຸມທ້ອງຟ້າ ທີ່ແນມເຫັນດວງຕາເວັນ ທີ່ ກຳລັງຕົກ ໃນຂະນະທີ່ເດັກນ້ອຍຄົນນຶ່ງ ກຳລັງຊອກເກັບສິ່ງ ເສດເຫຼືອຍັງໃຊ້ໄດ້ ຢູ່ບ່ອນຖິ້ມຂີ້ເຫຍື້ອ ໃນນະຄອນຫຼວງ New Delhi ຂອງອິນເດຍ, ວັນທີ 17 ຕຸລາ 2014.
ຄວັນທີ່ໜາແໜ້ນ ປົກຄຸມທ້ອງຟ້າ ທີ່ແນມເຫັນດວງຕາເວັນ ທີ່ ກຳລັງຕົກ ໃນຂະນະທີ່ເດັກນ້ອຍຄົນນຶ່ງ ກຳລັງຊອກເກັບສິ່ງ ເສດເຫຼືອຍັງໃຊ້ໄດ້ ຢູ່ບ່ອນຖິ້ມຂີ້ເຫຍື້ອ ໃນນະຄອນຫຼວງ New Delhi ຂອງອິນເດຍ, ວັນທີ 17 ຕຸລາ 2014.

ຫຼາຍກວ່າ 80 ເປີເຊັນ ຂອງພວກຄົນທີ່ອາໄສ ຢູ່ໃນ​ເຂດ​ເທດສະບານ ຂອງເມືອງຕ່າງໆ ແມ່ນໄດ້ຮັບຜົນກະທົບ ຈາກຄຸນ​ນະພາ​ບອາກາດ ທີ່ບໍ່ປອດໄພ ອິງຕາມບົດລາຍງານ ສະບັບນຶ່ງ ທີ່ໄດ້ຖືກເປີດເຜີຍ ໂດຍອົງການອານາໄມໂລກ ຫຼື WHO ໃນວັນພະຫັດມື້ນີ້.

ຜູ້ອຳນວຍການດ້ານສາທາລະນະ​ສຸກ ແລະ ນະໂຍບາຍສະພາບແວດລ້ອມ ຂອງ WHO Dr. Maria Neira ໄດ້ກ່າວຢູ່ໃນບົດລາຍງານວ່າ “ການປ່ອຍຄວັນພິດ ຢູ່ຕາມ​ເທດ​ສະ ບານຕ່າງ ຍັງສືບຕໍ່ສູງຂຶ້ນ ໃນລະ ດັບທີ່ໜ້າຕື່ນຕົກໃຈ ທີ່ກໍ່ໃຫ້ເກີດອັນຕະລາຍ ຕໍ່ສຸຂະ ພາບ ຂອງມວນມະນຸດ. ໃນຂະນະດຽວກັນ ການຕື່ນຕົວ ແມ່ນກຳລັງເພີ້ມຂຶ້ນ ແລະ ຫຼາຍໆເມືອງ ກຳລັງຕິດຕາມກວດກາເບິ່ງ ຄຸນນະພາບອາກາດ ຂອງພວກເຂົາເຈົ້າ.”

ໃນ​ໄລຍະສອງປີທີ່ຜ່ານມານີ້ ຖານຂໍ້ມູນຂອງ ການຕິດຕາມເບິ່ງມົນລະພິດ ໃນອາກາດ ຂອງອົງການ WHO ແມ່ນໄດ້ເພີ້ມຂຶ້ນສອງເທົ່າ ດຽວນີ້ ປົກຄຸມ 3000 ເມືອງ ຢູ່ໃນ 103 ປະເທດ.

ອົງການ WHO ໄດ້ເຕືອນຕໍ່ຜົນກະທົບທີ່ຮ້າຍແຮງ ຂອງຄຸນນະພາບ ອາກາດທີ່ຂີ້ຮ້າຍ ທີ່ອາດມີຕໍ່ສຸຂະພາບ ຂອງພວກຄົນທີ່ອາໄສຢູ່ໃນ​ເຂດ ​ເທດສະບານ ໂດຍເຊື່ອມໂຍງ​ໃສ່ຄວາມສ່ຽງຕໍ່​ການເປັນລົມ​ສາລະ​ບາດ ໂຣກຫົວໃຈ ມະເຮັງໃນປອດ ແລະ ໂຣກຊ້ຳເຮື້ອ ແລະ ພະຍາດຫຼອດລົມ​ທີ່​ຮ້າຍ​ແຮງ ລວມທັງ ໂຣກຫືດ.

ລາຍງານດັ່ງກ່າວ ຍັງໄດ້ສະແດງໃຫ້ເຫັນວ່າ ບັນດາປະເທດ ທີ່ພົນລະເມືອງມີລາຍໄດ້ຕ່ຳ ແລະ ປານກາງ ໂດຍທົ່ວໄປ ຈະມີຄຸນນະພາບ ຂອງອາກາດທີ່ຂີ້ຮ້າຍ. 98 ເປີເຊັນ ຂອງ ເມືອງຕ່າງໆ ທີ່ມີພົນລະເມືອງ ຈຳນວນ 100,000 ຄົນ ຫຼື ຫຼາຍກວ່ານັ້ນ ອາໄສຢູ່ໃນ ບັນດາປະເທດ ທີ່ພົນລະເມືອງມີລາຍໄດ້ ຕ່ຳ ແລະ ປານກາງ ແມ່ນບໍ່​ໄດ້ມາຕະຖານ ກ່ຽວກັບ ຄຸນນະພາບອາກາດ ຂອງ WHO ໃນຂະນະດຽວກັນ 56 ເປີເຊັນ ໃນບັນດາ ປະເທດທີ່ມີພົນລະເມືອງມີລາຍໄດ້ສູງແມ່ນ ຈະບໍ່ໄດ້ມາດຕະຖານເຊັ່ນກັນ.

WHO Air Pollution
please wait
Embed

No media source currently available

0:00 0:01:00 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG