ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ກອງທັບ ​​ອາກາດ ​ສືບສວນເບິ່ງວ່າ ເປັນຫຍັງ ປະຫວັດ ອາຊະຍາກຳ ຂອງມືປືນ ຈຶ່ງບໍ່ສົ່ງໃຫ້ FBI


ພວກທີ່ເສົ້າໂສກເສຍໃຈ ພາກັນໄວ້ອາໄລ ເພື່ອລະລຶກເຖິງພວກ
ເຄາະຮ້າຍ ທີ່ໂບດ First Baptist ໃນເມືອງ Sutherland, ລັດ Texas, 6 ພະຈິກ 2017.
ພວກທີ່ເສົ້າໂສກເສຍໃຈ ພາກັນໄວ້ອາໄລ ເພື່ອລະລຶກເຖິງພວກ ເຄາະຮ້າຍ ທີ່ໂບດ First Baptist ໃນເມືອງ Sutherland, ລັດ Texas, 6 ພະຈິກ 2017.

ກອງທັບອາກາດ​ສະຫະລັດ ກຳລັງ​ສືບສວນ​ເບິ່ງເບິ່ງວ່າເປັນຫຍັງ​ມື​ປືນ​ທີ່ຍິງ​ສັງຫານ
ຜູ້ຄົນທີ່​ໂບດ​ໃນ​ລັດ Texas ທີ່​ຕ້ອງໂທດຄວາມ​ຮຸນ​ແຮງ​ພາຍ​ໃນຄອບຄົວ ທີ່​ເຮັດໃຫ້
ຜູ້ກ່ຽວ​ຕິດ​ຄຸກ ​ແລະ​ຖືກ​ໄລ່​ອອກ​ຈາກ​ກອງທັບ​ອາກາດນັ້ນ ​ຈຶ່ງບໍ່​ໄດ້ຈົດ​ບັນ​ທຶກໄວ້ໃນ​
ຂໍ້​ມູນ​ລົງ​ຂອງ​ອົງການສັນຕິ​ບານ​ກາງຫຼື FBI ຂອງສະຫະລັດ.

ຖ້າ​ຫາກ​ວ່າ​ໄດ້​ມີການຈົດ​ບັນທຶກ​ໄວ້​ ທ້າວ Devin Kelley ກໍ​ຕ້ອງ​ໄດ້​ຖືກ​ຫ້າມ​ຈາກ​
ການຊື້​ປືນຍາວໄດ້ຢ່າງຖືກຕ້ອງຕາມກົດໝາຍ ​ແລະ​ລາວ​ອາດ​ຈະ​ບໍ່​ສາມາດ​ສັງຫານ
26 ຄົນ ​ໃນ​ວັນ​ອາທິດແລ້ວ ​ທີ່ເມືອງ Sutherland Springs ​ຊຶ່ງເປັນເມືອງນ້ອຍໆ
ນັ້ນໄດ້.

ເຊີນຊົມ: ເບື້ອງຫຼັງຄວາມເປັນມາຂອງມືປືນຊາວ Texas?

Who Was the Texas Shooter?
please wait

No media source currently available

0:00 0:01:29 0:00

ທ້າວ Kelley ​ແມ່ນ​ທະຫານ​ອາກາດ ແຕ່​ປີ 2010 ຫາ​ປີ 2014. ​ໂຄສົກ​ກອງທັບ​ອາກາດ
ທ່ານ​ນາງ Ann Stefanek ກ່າວ​ວ່າ ລາວ​ໄດ້​ຖືກນຳ​ຂຶ້ນ​ສານ​ທະຫານ ໃນ​ປີ 2012 ​
ໃນ​ຖານ​ທຸບຕີພັນ​ລະ​ຍາແລະ​ລູກລ້ຽງຂອງ​ລາວ. ລາວ​ໄດ້​ຖືກ​ປົດອອກຈາກໜ້າທີ່​ໃນ
​ການ​ປະພຶດ​ປະຕິບັດ​ບໍ່​ດີ ໂດຍຖືກ​ຫຼຸດ​ຊັ້ນ​ລົງ ​ແລະ​ຖືກ​ຈຳ​ຄຸກ​ນຳ.

ຍ້ອນເຫດຜົນ​ທີ່​ຍັງ​ບໍ່​ທັນຈະ​ແຈ້ງເທື່ອ​ນັ້ນ ຫ້ອງການ​ສືບສວນ​ພິ​ເສດ​ຂອງກອງທັບ​ອາກາດ ທີ່ຖານທັບ Holloman ບໍ່​ໄດ້​ປະຕິບັດ​ຕາມ​ກົດ​ລະບຽບ​ການ​ຂອງ​ທຳນຽບຫ້າ​ແຈຢ່າງ
ຖືກຕ້ອງ ​ແລະ​ສົ່ງ​ຂໍ້​ມູນ​ໄປ​ໃຫ້ສູນກາງ​ຂໍ້ມູນ​ທາງ​ອາຍາ​ແຫ່ງ​ຊາດ​ຂອງ​ອົງການ​ FBI.

ເຮືອບິນເຮຣິຄອບເຕີ ບິນຂ້າມສະຖານທີ່ ໃກ້ໆກັບເຫດການຍິງສັງຫານໝູ່ ໃນໂບດ First Baptist ທີ່ເມືອງ Sutherland Springs ໃນ Sutherland Springs, Texas, 6 ພະຈິກ 2017.
ເຮືອບິນເຮຣິຄອບເຕີ ບິນຂ້າມສະຖານທີ່ ໃກ້ໆກັບເຫດການຍິງສັງຫານໝູ່ ໃນໂບດ First Baptist ທີ່ເມືອງ Sutherland Springs ໃນ Sutherland Springs, Texas, 6 ພະຈິກ 2017.

ກອງທັບ​ທະຫານ​ອາກາດ ​ໄດ້ສັ່ງ​ໃຫ້​ທົບທວນເບິ່ງ​ຄະດີ​ຂອງ​ທ້າວ Kelley ​ແລະ​ວ່າ
ຕົນ​ຈະ​ໃຫ້ການຄ້ຳປະກັນວ່າ ຄະດີ​ແບບ​ນີ້​ທັງ​ໝົດ ຈະຖືກລາຍງານ.

ເຈົ້າ​ໜ້າ​ທີ່ອົງການ FBI ທີ່​ກຳກັບ​ນຳການ​ສືບສວນດັ່ງກ່າວ ​ໃນ​ລັດ Texas ກໍ​ຄື ທ່ານ Christopher Combs ກ່າວ​ວ່າ ຕົນ​ບໍ່​ມີ​ຂໍ້​ມູນ​ໃດ​ໆໃນລະບົບບັນຊີ​ຂອງ​ຕົນທີ່​ສັ່ງ​ຫ້າມ
​ບໍ່​ໃຫ້ທ້າວ Kelley ​ຊື້​ອາວຸດ​ໄດ້ ເວລາມີການກວດເບິ່ງປະຫວັດ​ຄວາມ​ເປັນ​ມາ​ຂອງ
​ຜູ້ກ່ຽວ​.

ເຊີນຊົມ: ທ່ານ ທຣຳ ກ່າວເຖິງການຍິງສັງຫານໝູ່ໃນໂບດລັດ Texas

Trump on Texas Church Shooting
please wait

No media source currently available

0:00 0:00:44 0:00

​ທ້າວ Kelley ໄດ້ຜ່ານ​ການກວດກາ​ເບິ່ງ​ປະຫວັດຂອງລັດຖະບານກາງ, ​ແຕ່ລັດ Texas
​ໄດ້​ປະຕິ​ເສດ ​ໃນການອະນຸຍາດໃຫ້ລາວຖື​ປືນ.

ໃນ​ກອງ​ປະຊຸມ​ຖະ​ແຫຼງ​ຂ່າວແລງວັນຈັນວານນີ້ ທ່ານ Combs ​ໄດ້​ປະຕິ​ເສດ ​ທີ່​ຈະ​ເອີ້ນ​ຊື່​
ຂອງ​ທ້າວ Kelley ໂດຍ​ກ່າວ​ວ່າ ທ່ານ​ບໍ່​ຢາກ​ຈະ​ເຮັດ​ໃຫ້​ລາວ​ມີ​ຊື່​ສຽງ​ໂດ່ງດັງ ຊຶ່ງ​ທ່ານ
Combs ​ເອີ້ນ​ລາວແຕ່ພຽງວ່າ “​ມື​ປືນ” ​ເທົ່າ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ປິຕິກິລີຍາ ຕໍ່ເຫດການ ໃນລັດ Texas

Sutherland Springs Community Begins Process of Healing
please wait

No media source currently available

0:00 0:01:46 0:00
XS
SM
MD
LG