ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ການ​ໂຈມ​ຕີ​ທາງ​ອາ​ກາດ ໃນ​ມຽນ​ມາ ສັງ​ຫານ 17 ຄົນ ຮວມ​ທັງ​​ເດັກ​ນ້ອຍ ແຕ່​ທະ​ຫານ​ໄດ້​ປະ​ຕິ​ເສດ ບໍ່​ຮັບ​ຜິ​ດ​ຊອບ


​ຜູ້​ຄົນ​ໄປ​ຮ່ວມ​ພິ​ທີ​ເກັບ​ສົບ​ຜູ້​ເຄາະ​ຮ້າຍ​ ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາດ ທີ່​ຫໍ່​ດ້ວຍ​ຜ້າ​ຫົ່ມ ຢູ່​ອາ​ຄານ​ຫຼັງ​ນຶ່ງ​ໃນ​ບ້ານ​ກາ​ນັນ ເມືອງ​ຄຳ​ພາດ ໃນ​ເຂດ​ຊາ​ແກັງ ເມື່ອ​ວັນ​ທີ 7 ມັງ​ກອນ 2024.
​ຜູ້​ຄົນ​ໄປ​ຮ່ວມ​ພິ​ທີ​ເກັບ​ສົບ​ຜູ້​ເຄາະ​ຮ້າຍ​ ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາດ ທີ່​ຫໍ່​ດ້ວຍ​ຜ້າ​ຫົ່ມ ຢູ່​ອາ​ຄານ​ຫຼັງ​ນຶ່ງ​ໃນ​ບ້ານ​ກາ​ນັນ ເມືອງ​ຄຳ​ພາດ ໃນ​ເຂດ​ຊາ​ແກັງ ເມື່ອ​ວັນ​ທີ 7 ມັງ​ກອນ 2024.

ການ​ໂຈມ​ຕີ​ທາງ​ອາ​ກາດ ​ຂອງ​ພວກ​ທະ​ຫານ​ມຽນ​ມາ ຕໍ່​ບ້ານ​ແຫ່ງ​ນຶ່ງ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ ​ຂອງ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ ທີ່​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ ມີ​ລາຍ​ງານ​ວ່າ ໄດ້​ສັງ​ຫານ​ພົນ​ລະ​ເຮືອນ​ຢ່າງ​ໜ້ອຍ 17 ຄົນ ຮວມ​ທັງ​ພວກ​ເດັກ​ນ້ອຍ 9 ຄົນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ປະ​ຊາ​ຊົນໃນ​ທ້ອງ​ຖິ່ນ ແລະ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ກ່າວວ່າ ການ​ໂຈມ​ຕີ​ທາງ​ອາ​ກາດ ໃນຕອນ​ເຊົ້າວັນ​ອາ​ທິດ​ວານນີ້​ ຕໍ່​ບ້ານ​ກາ​ນັນ (Kanan) ເມືອງຄຳ​ພາດ (Khampat) ​ໃນ​ເຂດຊາ​ແກັງ (Sagaing) ທີ່​ຢູ່​ທາງ​ໃຕ້​ຂອງ​ຊາຍ​ແດນ​ອິນ​ເດຍ​ລົງ​ມາ​ພຽງ​ໜ້ອຍ​ດຽວ ຍັງ​ໄດ້​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 20 ຄົນ.

ລັດ​ຖະ​ບານ​ທະ​ຫານ​ ໄດ້​ປະ​ຕິ​ເສດ​ວ່າ ຕົນ​ບໍ່​ມີ​ສ່ວນ​ຮັບ​ຜິດ​ຊອບ​ໃດໆ​ ກ່ຽວ​ກັບ​ການ​ໂຈມ​ຕີ​ດັ່ງ​ກ່າວ.

ມຽນ​ມາ​ໄດ້​ຮັບ​ຄວາມ​ເສຍ​ຫາຍຈາກ​ຄວາມ​ຮຸນແຮງ​ທີ່​ເລີ້ມ​ຂຶ້ນ​ລຸນ​ຫຼັງ​ຈາກກອງ​ທັບ​ໄດ້​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຂອງ​ທ່ານ​ນາງ​ອອງ​ຊານ ຊູ​ຈີ ໃນ​ປີ 2021 ແລະ​ເວ​ລານີ້ ພວມ​ເກີດ​ສົງ​ຄາມ​ກາງ​ເມືອງ.

​ລັດ​ຖະ​ບານ​ທະ​ຫານ ​ໃນ​ຮອບ​ສອງ​ປີ​ທີ່​ຜ່ານ​ມານີ້ ໄດ້​ເພີ້ມ​ການ​ໂຈມ​ຕີ​ທາງ​ອາ​ກາດ ຮວມ​ທັງ​ຕໍ່​ເຂດ​ຊາ​ແກັງ ຊຶ່ງ​ເປັນ​ທີ່​ໝັ້ນ​ອັນ​ແຂ່ງ​ແກ່ນ ​ຂອງພວກ​ຕໍ່​ຕ້ານ ທີ່​ປະ​ກອບ​ອາ​ວຸດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG