ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະຫະລັດ ​ຈະ​ລົດຈໍານວນ ​ຄົນ​ຕິ​ດ​ເຊື້ອ​ເອັຊ​ໄອ​ວີ ລາຍ​ໃໝ່ ລົງ​ໃຫ້​ໄດ້ 25% (ວີດີໂອກ່ຽວຂ້ອງ)


ກອງປະຊຸມໂຣກເອດສ໌ໂລກ ປີ 2012 ທີ່ນະຄອນຫຼວງວໍຊິງຕັນ ວັນທີ່ 22-27 ເດືອນນີ້
ກອງປະຊຸມໂຣກເອດສ໌ໂລກ ປີ 2012 ທີ່ນະຄອນຫຼວງວໍຊິງຕັນ ວັນທີ່ 22-27 ເດືອນນີ້

​ສະຫະລັດ​ວາງ​ເປົ້າໝາຍ ​ທີ່​ຈະ​ລົດຈໍານວນ​ ຄົນ​ຕິ​ດ​ເຊື້ອ​ເອັຊ​ໄອ​ວີລາຍ​ໃໝ່ ລົງ​ໃຫ້​ໄດ້ 25 ​ເປີ​ເຊັນ ພາຍ​ໃນ​ປີ 2015. Jerome Socolovsky ຜູ້ສື່​ຂ່າວ​ວີ​ໂອ​ເອ ລາຍ​ງາ​ນວ່າ ​ເຈົ້າໜ້າ​ທີ່​ສາທາ​ລະນະສຸກ​ລະດັບ​ສູງ​ຂອງ​ສະຫະລັດ​ຄົນ​ນຶ່ງ ​ໄດ້​ບອກ​ ​ກອງ​ປະ​ຊຸມ​​ໂຣກ​​ເອດ​ສ໌ນາໆຊາດ​ທີ່​ວໍ​ຊິງ​ຕັນ​ວ່າ ​ເປົ້າໝາຍ​ດັ່ງກ່າວ​ເປັນ​ພາກສ່ວນ​ນຶ່ງ​ຂອງຍຸ​ດທະສາດ​ການ​ປ້ອງ​ການ​ເຊື້ອ​ເອັຊ​ໄອ​ວີ​ແຫ່ງ​ຊາດ​ ທີ່​ບັນ​ດາ​ປະ​ເທດອື່ນໆຄວນ​ຈະ​ປະຕິບັດ​ຕາມ. ທອງ​ປານ ມີ​ເລຶ່ອງນີ້​ມາສະ​ເໜີ​ທ່ານ​.

ທ່ານ Howard Koh ລັດຖະມົນຕີ​ຊ່ວຍ​ກະຊວງສາທາລະນະ​ສຸກ​ຂອງສະຫະລັດ ​ໄດ້​ບອກ
​ຜູ້ຕາງໜ້າ​ຈາກ​ທົ່ວ​ໂລກ ທີ່​ມາ​ຮ່ວມກອງ​ປະຊຸມໂຣກ​ເອດ​ສ໌​ວ່າ ຍຸດ​ທະ​ສາດ​ລະດັບ​ຊາດ​ນັ້ນ
ຖື​ວ່າ​ສໍາຄັນ​ທີ່​ສຸດ​ຕໍ່​ການ​ລົດ​ຜ່ອນ​ການ​ແຜ່​ລາມ​ຂອງ​ໂຣກ​ເອດ​ສ໌. ທ່ານ​ກໍ ກ່າວ​ວ່າ:

“ຍຸດ​ທະ​ສາດ​ລະດັບຊາດ​ ​ແມ່ນສະ​ແດງ​ໂດຍ​ສັງ​ເຂ​ບ ເຖິງໂຄງຮ່າງປະຕິບັດ​ງານ​ສໍາລັບ
​ການ​ຮັບ​ມື​ກັບ​ໂຣກ​ເອດ​ສ໌​ ໃນວິທີ​ທາງ​ ທີ່​ສະທ້ອນ​ເຖິງ​ລັກສະນະ​ການລະບາດໂດຍ
ສະ​ເພາະ​ຂອງ​ປະ​ເທດ​ນັ້ນໆ ຕະຫລອດ​ທັງ ພາລະ​ຈາກ​ພະຍາດທີ່​ລະບາດແລະ​ທ່າ​
ອ່ຽງຂອງພະຍາດ​. ແລະ​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມສໍາຄັນ​ຂອງ​ການ​ເປັນ​ເຈົ້າຂອງ
ຍຸດ​ທະ​ສາດຂອງ​ປະ​ເທດ ​ແລະ​ຄວາມ​ຈໍາ​ເປັນທີ່​ຈ​ະ​ຕ້ອງເຮັດ​ໃຫ້​ໂຄງການ​ໂຣກ​ເອດ​ສ໌
ຕ່າງໆ​ນັ້ນ ປະຫຍັດ​ແລະມີ​ປະສິດທິ​ຜົນສູງ​ທີ່​ສຸດ.”

ທ່ານ Koh ກ່າວ​ອີກ​ວ່າ ສະຫະລັດ​ຈະ​ປະສົບ​ຜົນ​ສໍາ​ເລັດໃນ​ການ​ລົດ​ຜ່ອນ ຈໍານວນ​ຄົນ​ຕິ​ດ
​ເຊື້ອ​ເອັຊ​ໄອ​ວີ ລົງ​ໃຫ້​ໄດ້ 25 ​ເປີ​ເຊັນ ​ຕະຫຼອດ​ໄລຍະ​ສາມ​ປີຕໍ່​ໜ້ານີ້ ​ໂດຍການ​ປິ່ນປົວພວກ
​ຄົນ​ທີ່​ຕິ​ດ​ເ​ຊື້​ອ​ເອັຊ​ໄອ​ວີ​ແລ້ວ​ນັ້ນ ​ແລະ​ໂດຍ​ການ​ເພີ່ມ​ປະລິມານ​ສັດສ່ວນຂອງ​ພວກ​ທີ່​ຮູ້​ວ່າ​
ຕົນ​ມີ​ເຊື້ອ​ເອັຊ​ໄອ​ວີ. ມີ​ການ​ຕີ​ລາຄາ​ກັນ​ວ່າ ນຶ່ງ​ໃນຫ້າ​ຄົນ​ໃດ​ບໍ່​ຮູ້​ວ່າ​ຕົນ​ຕິດ​ເຊື້ອ​ໄວຣັສນີ້ຫຼືບໍ່.

ທ່ານ Koh ​ໄດ້​ອ້າງ​ເຖິງໂຄງການ​ນຶ່ງ ທີ່​ກົມ​ບໍລິການຍານຍົນ​ ໃນ​ນະຄອນຫຼວງວໍ​ຊິງ​ຕັນ
ວ່າ​ສາມາດ​ຊ່ວຍ​ໃນ​ເລື້ອງ​ນີ້​ໄດ້. ທ່ານ Koh ເວົ້າ​ວ່າ:

“ພວກ​ລູກ​ຄ້າ​ທີ່ກໍາລັງເຂົ້າ​ແຖວ​ລໍຖ້າ​ຮັບ​ໃບ​ຂັບ​ຂີ່​ໃໝ່​ ​ແລະ​ການ​ບໍລິການ​ອື່ນໆນັ້ນ
ກໍ​ສາມາດໄປຮັບ​ການ​ກວດ​ຫາ​ເຊື້ອ​ເອັຊ​ໄອ​ວີ​ໄດ້​ຟີ​ ນໍາ.”

ທ່ານ Koh ​ເວົ້າ​ອີກ​ວ່າ ປັດຈຸບັນ​ນີ້ ມີ​ຊາວ​ອາ​ເມຣິກັນ ນຶ່ງ​ລ້ານ​ນຶ່ງ​ແສນຄົນ​ ທີ່​ຕິດ​ເຊື້ອ​ເອັຊ​
ໄອ​ວີ ​ແລ​ະມີຜູ້​ຕິດ​ເຊື້ອ​ໄວຣັສນີ້​ລາຍ​ໃໝ່ໆ ປະມານ 50,000 ຄົນ​ໃນທຸກໆ​ປີ. ທ່ານ Koh
ກ່າວ​ວ່າ ​ພວກຜູ້​ຊາຍ​ຊາວ​ອາ​ເມຣິກັນ​ເຊື້ອສາຍອາ​ຟຣິກາ ​ແລະ​ເຊື້ອສາຍ​ສະ​ເປ​ນ ທີ່​ມີ​ເພດ​
ສໍາພັນ​ກັບເພດ​ດຽວ​ກັນ ຫລື​ກັບພວກ​ແມ່ຍິງຜິວດໍາ ​ແລະ​ພວກ​ຊົມ​ໃຊ້​ຢາ​ເສບ​ຕິດ​ຢູ່​ເ​ຂດຕົວ
​ເມືອງ ​ແມ່ນ​ໄດ້​ຮັບ​ຜົນ​ກະທົບ​ຫລາຍ​ທີ່​ສຸດ.

ພວກນັກຄົ້ນຄ້ວາກ່າວວ່າ ເຊື້ອເອັຊໄອວີໂຈມຕີສະໝອງແລະພາໃຫ້ສະໝອງເຊື່ອມ:

XS
SM
MD
LG