ທ່ານນາງລັດຖະມົນຕີຕ່າງປະເທດສະຫະລັດ ຮິລແລຣີ ຄລິນຕັນ
ໄດ້ຮຽກຮ້ອງໃຫ້ທໍາຄວາມໝາຍໝັ້ນຕໍ່ການປ້ອງກັນເຊື້ອເອັຈໄອ
ວີໂຣກເອດສ໌ຄືນໃໝ່ ໃນລະຫວ່າງການຢ້ຽມຢາມຂົງເຂດອາຟຣິ
ກາຂອງທ່ານນາງໃນເດືອນນີ້.
ທ່ານນາງໄດ້ໄປຢ້ຽມສູນກາງກວດຫາເຊື້ອເອັຈໄອວີປະເທດມາ
ລາວີ ສະຖານຈ່າຍຢາ ARV ປ້ອງກັນເຊື້ອໄວຣັສ ບໍ່ໃຫ້ຄືນມາ
ໃໝ່ໃນອາຟຣິກາໃຕ້ ແລະສຸກສາລາແຫ່ງນຶ່ງໃນປະເທດຢູການ
ດາ ຊຶ່ງທັງສາມແຫ່ງນີ້ແມ່ນເປັນໂຄງການລິເລີ່ມ ທີ່ໄດ້ຮັບການ
ສະໜັບສະໜຸນຈາກສະຫະລັດ.
ຂົງເຂດອາຟຣິກາ ໂດຍສະເພາະ ພາກກາງ ແລະພາກໃຕ້ນັ້ນ
ຍັງຄົງເປັນເຂດ ທີ່ມີຄົນຕິດເຊື້ອເອັຈໄອວີໂຣກເອດສ໌ກັນຫຼາຍ
ກ່ວາໃນເຂດອື່ນໆເຖິງແມ່ນມີໂອກາດໄດ້ຮັບການປິ່ນປົວຫຼາຍ
ຂຶ້ນ ແລະອັດຕາການຕິດເຊື້ອລາຍໃໝ່ ໂດຍລວມແລ້ວ ແມ່ນ
ໄດ້ລຸດຕໍ່າລົງກໍຕາມ.
ທ່ານນາງຄລິນຕັນໄດ້ກ່າວຊົມເຊີຍການທໍາຄວາມກ້າວໜ້າ
ໃນເລຶ່ອງນີ້ຢູ່ໃນປະເທດອາຟຣິກາໃຕ້ ບ່ອນທີ່ສະຫະລັດໄດ້
ໃຫ້ງົບປະມານເພື່ອປາບປາມເຊື້ອເອັຈໄອວີໂຣກເອດສ໌ນີ້ຈໍາ
ນວນ 3200 ລ້ານໂດລາ ນັບຕັ້ງແຕ່ປີ 2004 ເປັນຕົ້ນມາ.
ທ່ານນາງກ່າວຕໍ່ໄປວ່າ ຍ້ອນການດໍາເນີນຄວາມພະຍາຍາມ
ຮ່ວມກັນແບບນີ້ ຫຼາຍລ້ານຄົນ ຈຶ່ງໄດ້ຮັບການປິ່ນປົວ ແລະ
ການກວດຫາເຊື້ອ ແລະອັດຕາກໍລະນີລູກຕິດເຊື້ອຈາກ
ແມ່ນັ້ນ ກໍລຸດຕໍ່າລົງຢ່າງຫຼວງຫຼາຍ. ທ່ານນາງກ່າວຕື່ມວ່າ:
“ຖ້າພວກເຮົາຍ້ອນຫຼັງຄືນໄປເບິ່ງຕອນທີ່ປະເທດອາຟຣິກາໃຕ້ເປັນຢູ່ ເມື່ອສິບປີກ່ອນນີ້ແລ້ວ ກໍຈະເຫັນວ່າ ຕົວເລກເຫຼົ່ານີ້ ແມ່ນສະແດງໃຫ້ເຫັນເຖິງຄວາມ ກ້າວໜ້າທີ່ໂດດເດັ່ນ. ໂຣກເອດສ໌ໃນຕອນນັ້ນ ຖືວ່າເປັນສະພາວະສຸກເສີນລະດັບຊາດຢ່າງນຶ່ງ ທີ່ບໍ່ເຄີຍມີມາກ່ອນ ແລະພວກເຮົາໄດ້ມີຄວາມຈໍາເປັນຕ້ອງ ເພີ່ມການປິ່ນປົວໃຫ້ຫຼາຍຂຶ້ນແລະເບິ່ງແຍງສຸຂະພາບແກ່ປະຊາຊົນຫຼາຍລ້ານ
ຄົນໃຫ້ໄວເທົ່າທີ່ຈະໄວໄດ້. ນັ້ນຫຼະຄືສິ່ງທີ່ພວກເຮົາໄດ້ເຮັດໄດ້ກະທໍາຮ່ວມກັນ.
ແຕ່ມາເວົ້າກັນຢ່າງຊື່ສັດເຖາະ ພະຍາດນີ້ຍັງອັນຕະລາຍທີ່ສຸດ ແລະກໍຍັງຕ້ອງ ການຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງພວກເຮົາຢູ່.”
ເຖິງແມ່ນອາຟຣິກາໃຕ້ໄດ້ສ້າງຄວາມກ້າວໜ້າໃນການລຸດອັດຕາຄົນຕິດເຊື້ອລົງໄປກໍຕາມ ແຕ່ກໍຍັງມີຊາວອາຟຣິກາໃຕ້ ເຖິງ 17.8 ເປີເຊັນ ທີ່ກວດພົບວ່າຕິດເຊື້ອເອັຈໄອວີ. ຕາມທີ່ອົງການສະຫະປະຊາຊາດເວົ້ານັ້ນ ກໍແມ່ນວ່າ ອາຟຣິກາໃຕ້ເປັນແຫຼ່ງການແຜ່ລະບາດຂອງເຊື້ອເອັຈໄອວີທີ່ກວ້າງຂວາງທີ່ສຸດ ຄືມີປະຊາຊົນເຖິງ 5.6 ລ້ານຄົນ ຕິດເຊື້ອໂຣກນີ້.
ສະຫະລັດໄດ້ຈໍາກັດ ການໃຫ້ເງິນທຶນຊ່ວຍເຫລືອໃນການປາບປາມເຊື້ອເອັຈໄອວີໂຣກເອດສ໌ແກ່ລັດຖະບານອາຟຣິກາໃຕ້ ໃນສະໄໝການປົກຄອງ ຂອງອະດີດປະທານາທິບໍດີ Thabo Mbeki ທີ່ບໍ່ຍອມເຊື່ອວ່າເຊື້ອເອັຈໄອວີກັບໂຣກເອດສ໌ມີຄວາມກ່ຽວພັນກັນແລະ ກໍບໍ່ຍອມຮັບເອົາວິທີການປິ່ນປົວພະຍາດດັ່ງກ່າວ ທີ່ສາກົນຮັບຮູ້ນັ້ນເລີຍ.
ການເຂົ້າຫາເຂົ້າເຖິງການປິ່ນປົດການຕິດເຊື້ອໄວຣັສນີ້ ໄດ້ເປັນຫລັກສໍາຄັນ ຂອງແຜນ ການບັນເທົາໂຣກເອດສ໌ສຸກເສີນຂອງປະທານາທິບໍດີສະຫະລັດຫຼື PEPFAR ແລະຂອງການລິເລີ່ມອື່ນໆໃນທົ່ວໂລກ. ອົງການສະຫະປະຊາຊາດກ່າວວ່າ ເກືອບວ່າ 40 ເປີເຊັນ ຂອງຄົນຕິດເຊື້ອເອັຈໄອວີ ທີ່ຢູ່ໃຕ້ເຂດທະເລຊາຍຊາຮາຣາລົງໄປນັ້ນ ບັດນີ້ ແມ່ນໄດ້ຮັບການປິ່ນປົວດ້ວຍຢາຕ້ານເຊື້ອເອັຈໄອວີ ຊຶ່ງເພີ່ມຂຶ້ນຈາກ 2 ເປີເຊັນ ໃນປີ 2002.
ແນວໃດກໍດີ ທ່ານນາງຄລິນຕັນ ເວົ້າຕື່ມວ່າ ຜົນສໍາເລັດດັ່ງກ່າວນີ້ ບໍ່ຄວນຈະພາໃຫ້ມີ ຄວາມຮູ້ສຶກເຂົ້າໃຈຜິດໆວ່າມີຄວາມປອດໄພຈາກພະຍາດນີ້ແລ້ວ. ທ່ານນາງໄດ້ກ່າວ ເຊ່ນນັ້ນຢູ່ອາຟຣິກາໃຕ້ ພຽງບໍ່ເທົ່າໃດມື້ ຫຼັງຈາກທ່ານນາງໄດ້ໄປຢ້ຽມຢາມປະເທດຢູ ການດາ ບ່ອນທີ່ມີອັດຕາການຕິດເຊື້ອເອັຈໄອວີ ໄດ້ຖີບຂຶ້ນ ຈາກ 6.4 ເປີເຊັນ ໃນປີ 2005 ເປັນ 7.3 ເປີເຊັນໃນປີ 2011.
ທ່ານນາງກ່າວວ່າ ນັ້ນແມ່ນເປັນສະຖິຕິທີ່ໜ້າຜິດຫວັງຫຼາຍສໍາລັບປະເທດ ທີ່ຄັ້ງນຶ່ງເຄີຍ ຖືກຍອມຮັບວ່າເປັນຜູ້ນໍາໂລກໃນການຕໍ່ສູ້ກັບເຊື້ອເອັຈໄອວີໂຣກເອດສ໌. ລັດຖະມົນຕີ ການຕ່າງປະເທດສະຫະລັດກ່າວຢູ່ທີ່ນັ້ນວ່າ:
“ຂ້າພະເຈົ້າມາທີ່ນີ້ ຍ້ອນວ່າຂ້າພະເຈົ້າເປັນຫ່ວງເປັນໄຍຫຼາຍຄືໃນບໍ່ເທົ່າໃດປີຜ່ານມາ ລະດັບຄວາມສົນໃຈໃນການປ້ອງກັນເຊື້ອໄວຣັສດັ່ງກ່າວ ໄດ້ຈາງຫາຍໄປແລະຈໍານວນຄົນຕິດເຊື້ອໄດ້ເພີ່ມຂຶ້ນອີກ. ປັດຈຸບັນນີ້ຢູການດາແມ່ນ ເປັນປະເທດດຽວເທົ່ານັ້ນ ຢູ່ໃນຂົງເຂດອາຟຣິກາຕອນໃຕ້ ທີ່ມີອັດຕາຄົນຕິດ
ເຊື້ອເພີ່ມຂຶ້ນແທນທີ່ຈະລຸດລົງ.”
ຊ່ຽວຊານບາງຄົນໄດ້ຖິ້ມໂທດໃສ່ວິທີການອົດບໍ່ມີເພດສໍາພັນແບບບໍ່ເລືອກໜ້າແທນວິທີການປ້ອງກັນ ວ່າເປັນສາເຫດທີ່ເຮັດໃຫ້ມີການຖອຍຫຼັງຢູ່ ຢູການດານັ້ນ.
ພ້ອມນີ້ ທ່ານນາງຄລິນຕັນ ໄດ້ຮັບປາກວ່າ ຈະເພີ່ມເງິນໃຫ້ອີກ 25 ລ້ານໂດລາ ເປັນທຶນສໍາລັບວຽກງານປາບປາມເຊື້ອເອັຈໄອວີໂຣກເອດສ໌ຢູ່ທີ່ນັ້ນ ໂດຍສະເພາະ ເພື່ອກໍາຈັດການຕິດແປດຈາກແມ່ໄປຫາລູກ.
ທີ່ອາຟຣິກາໃຕ້ ທ່ານນາງຄລິນຕັນ ໄດ້ປະກາດການເລິ່ມຕົ້ນຂອງໄລຍະຂ້າມຜ່ານ ທີ່ອາຟຣິ
ກາໃຕ້ຈະໄດ້ຮັບພາລະແບກຫາບດ້ານການເງິນຫລາຍກວ່າເກົ່າແລະບໍລິຫານໂຄງການປາບປາມເຊື້ອເອັຈໄອວີໂຣກເອດສ໌ທີ່ໂຄງການ PEPFAR ເປັນຜູ້ອຸບປະຖໍານັ້ນຊຶ່ງທ່ານ ນາງກ່າວວ່າ ເປັນເທື່ອທໍາອິດທີ່ໂຄງການເພັບຟາ ປ່ອຍໃຫ້ປະເທດໃດນຶ່ງຮັບພາລະໄປ ແລະມັນກໍເປັນຫລັກຖານ ແຫ່ງຄວາມກ້າວໜ້າ ຂອງອາຟຣິກາໃຕ້. ທ່ານນາງຄລິນຕັນ ກ່າວຕໍ່ໄປວ່າ:
“ຢ່າງໃດກໍດີ, ບາງຄົນອາດໄດ້ຍິນວ່າອາຟຣິກາໃຕ້ກໍາລັງນໍາໜ້າໃນເລຶ່ອງນີ້ ແລະພາກັນຄິດວ່າ ນັ້ນໝາຍຄວາມວ່າສະຫະລັດກໍາລັງເລິ່ມຖອນໂຕອອກໄປ. ດັ່ງນັ້ນຂ້າພະເຈົ້າຂໍເວົ້າຢ່າງແຈ້ງຂາວສະເພາະວ່າສະຫະລັດຈະບໍ່ໄປໄສ. ພວກເຮົາຈະສືບຕໍ່ເປັນພັນທະມິດທີ່ໃກ້ຊິດຂອງທ່ານຜ່ານໂຄງການເພັບຟານີ້ຕໍ່ໄປ ພວກເຮົາຈະຢູ່ຮ່ວມໃນໂຄງການນີ້ເປັນເວລາໄລຍະຍາວ. ພະຍາດນີ້ ບໍ່ມີພົມແດນ ບໍ່ມີເຫດຜົນ ບໍ່ຈໍາແນກເຊື້ອຊາດສາສະໜາ ເຜົ່າພັນຫຼືເພດຍິງເພດຊາຍ. ມັນເປັນເຊື້ອພະຍາດ ທີ່ທຸກໆຄົນມີໂອກາດຕິດໄດ້ເທົ່າໆກັນໝົດ ແລະສາມາດສັງ ຫານທຸກໆຄົນໄດ້ເທົ່າໆກັນ.”
ທ່ານນາງຄລິນຕັນ ກ່າວໃນທີ່ສຸດວ່າ ວຽກງານນີ້ແລະຄວາມເປັນພາຄີກັນນີ້ຈະບໍ່ສິ້ນສຸດ ລົງຈົນກວ່າວ່າທັງໂລກຈະບັນລຸຜົນໃນການສ້າງຄົນລຸ້ນນຶ່ງ ທີ່ປອດໂຣກເອດສ໌ນັ້ນເສຍກ່ອນ.