ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກຊ່ຽວຊານ ແນະນຳໃຫ້ ອະນຸມັດ ຢາປ້ອງກັນເຊື້ອ HIV (ເບິ່ງວີດີໂອ)


ຢາ Truvada ທີ່ສາມາດປ້ອງກັນໂຣກເອດສ໌ (11 ພຶດສະພາ 2012)
ຢາ Truvada ທີ່ສາມາດປ້ອງກັນໂຣກເອດສ໌ (11 ພຶດສະພາ 2012)

ພວກ​ນັກ​ຊ່ຽວຊານ​ຂອງ​ສະຫະລັດ​ຈຸ​ນຶ່ງ​ໄດ້​ສະ​ເໜີ​ແນະ​ໃຫ້​ລັດຖະບານ​ກາງ​ສະຫະລັດ​ໃຫ້ການ
ອະນຸມັດ​ຕໍ່ຢາ​ຊະນິດ​ທຳ​ອິດ ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າສາມາດ​ປ້ອງ​ກັນ​ເຊື້ອ HIV ​ໄວຣັສທີ່​ພາ​ໃຫ້
​ເປັນ​ໂຣກ​ເອດ​ສ໌ນັ້ນ.

ຄະນະ​ໃຫ້​ຄຳ​ແນະນຳ​ຂອງອົງການ​ອາຫານ​ແລະ​ຢາ​ຂອງ​ສະຫະລັດ ​ໄດ້​ຈັດ​ໃຫ້ມີ​ການ​ລົງ​ຄະ​
ແນນ​ສຽງ​ສອງ​ເທື່ອ​ໃນ​ວັນ​ພະຫັດ​ວານ​ນີ້ກ່ຽວ​ກັບ​ການສະ​ເໜີ​ແນະ​ໃຫ້​ນຳ​ໃຊ້​ຢາ Truvada
ສຳ​ຫຼັບຜູ້​ທີ່​ມີ​ສຸຂະພາບ​ແຂງ​ແຮງ​ດີ​ທີ່​ສ່ຽງ​ຕໍ່​ການ​ເປັນ​ໂຣກ​ເອດ​ສ໌ນຶ່ງ​ໃນ​ນັ້ນກໍ​ຄື​ພວກ​ກະ​ເທີຍ
​ແລະ​ພວກ​ຜູ້​ຊາຍ​ສອງ​ເພດ​ແລະ​ອີກ​ຈຸນຶ່ງ​ກໍ​ແມ່ນ​ສຳ​ຫຼັບຄູ່ຜົວ​ເມຍ​ທີ່​ເປັນ​ເພດ​ກົງກັນຂ້າມ​ແຕ່​
ຜູ້​ນຶ່ງ​ຕິດ​ເຊື້ອ HIV.

ຢາ ​ຊຶ່ງ​ກິນມື້​ລະກ້ອນນັ້ນ ​ໄດ້​ມີ​ການ​ສັ່ງ​ຈ່າຍ​ໃຫ້ ​ພວກ​ຄົນເຈັບ​ທີ່​ຕິດເຊື້ອ HIV ​ເປັນ​ຈຳນວນ
​ຫຼວງຫຼາຍມາ​ແລ້ວ. ​ແຕ່​ບັດ​ນີ້ ອົງການ​ອາຫານ​ແລະຢາ​ຂອງ​ສະຫະລັດ ​ຕ້ອງ​ໄດ້​ຕັດສິນ​ໃຈ​ວ່າ
ຈະ​ປະກາດ​ໃຫ້​ຢາ Truvada ​ເປັນຢາ​ຊະນິດ​ທຳ​ອິດ ​ທີ່​ໄດ້​ຮັບ​ການ​ອະນຸມັດ​ເພື່ອ​ນຳ​ໃຊ້​ໃນ
​ການ​ປ້ອງ​ກັນ​ເຊື້ອ HIV ຫຼືບໍ່.

ອົງການ​ອາຫານ​ແລະ​ຢາ​ຂອງ​ສະຫະລັດ​ບໍ່​ມີ​ພັນທະ​ໃດໆ​ທີ່​ຈະ​ຕ້ອງ​ປະຕິບັດ​ຕາມການສະ
​ເໜີ​ແນະຂອງ​ພວກ​ນັກ​ຊ່ຽວຊານແຕ່​ຕາມ​ປົກກະຕິ​ແລ້ວ​ແມ່ນ​ໄດ້​ເຮັດຄຳ​ແນະນຳ​ດັ່ງກ່າວ​ນີ້.
​ເປັນ​ທີ່ຄາດ​ກັນ​ວ່າ ອົງການ​ອາຫານ​ແລະ​ຢາ​ສະຫະລັດ ​ຈະທຳ​ການ​ຕັດສິນ​ໃຈຂັ້ນສຸດ​ທ້າຍ
​ພາຍ​ໃນ​ວັນ​ທີ 15 ມິ​ຖຸນານີ້.

ທ່ານໝໍ​ບາງ​ຄົນ​ ກ່າວ​ຍົກຍ້ອງ​ຢາ Truvada ວ່າ ​ເປັນ​ບາດກ້າວ​ນຶ່ງ​ໄປ​ສູ່​ການ​ຍຸຕິ​ໃນ​ການ
​ແຜ່​ລະບາດ​ຂອງ​ໂຣກ​ເອດ​ສ໌. ສ່ວນ​ອີກ​ຈຳນວນ​ນຶ່ງ​ເວົ້າວ່າ ມັນ​ອາດເຮັດ​ໃຫ້​ຜູ້​ຄົນມີ​ຄວາມ
​ເຊື່ອ​ໝັ້ນທີ່​ບໍ່​ຖືກຕ້ອງ ​ແລະ​ພາ​ໃຫ້​ມີ​ການ​ໃຊ້​ຖົງ​ຢາງ​ອະນາໄມ​ ຊຶ່ງ​ເປັນ​ວິທີ​ ທີ່​ປ້ອງ​ກັນ​ເຊື້ອ
HIV ​ໄດ້ຜົນ​ທີ່​ສຸດ​ນັ້ນ ໜ້ອຍ​ລົງ.

XS
SM
MD
LG