ການປະຊຸມນາໆຊາດກ່ຽວກັບໂຣກ AIDS ຄັ້ງທີ່ 19 ທີ່ວໍຊິງຕັນ ໄດ້ສິ້ນສຸດລົງແລ້ວ ຫລັງຈາກເວລານຶ່ງອາທິດ ຂອງການປະຊຸມ ທີ່ສຸມໃສ່ການຊອກຫາຊ່ອງທາງຢຸດຕິ ໂຣກລະບາດ
ອັນນີ້.
ມີຫລາຍກວ່າ 20.000 ຄົນ ຮວມທັງບັນດານັກບັນເທິງ ນັກການເມືອງຂັ້ນສູງ ແລະບັນດາ
ຜູ້ທີ່ເຮັດວຽກຢູ່ແຖວໜ້າຂອງການຄົ້ນຄວ້າໂຣກເອດສ໌ ເຂົ້າຮ່ວມກອງປະຊຸມເປັນເວລາ
7 ວັນດັ່ງກ່າວ.
ເລື້ອງເງີິນທຶນສໍາລັບການຄົ້ນຄວ້າ ໄດ້ຢູ່ໃນລະດັບສູງສຸດຂອງລາຍການປະຊຸມ ໃນຊ່ວງ
ເວລາທີ່ ສະຫະລັດອາເມຣິກາ ແລະປະເທດໃຫ້ທຶນອື່ນໆ ທີ່ໄດ້ບໍລິຈາກຫລາຍລ້ານໂດລາ
ໃນການຕໍ່ສູ້ກັບພະຍາດ AIDS ນັ້ນ ກໍາລັງປະສົບກັບວິກິດການດ້ານເສດຖະກິດ ໃນ
ປະເທດຂອງຕົນ.
ອະດີດ ປະທານາທິບໍດີ ສະຫະລັດ ທ່່ານ Billl Clinton ໄດ້ຖະແຫລງຕໍ່ກອງປະຊຸມນັດ
ສຸດທ້າຍໃນວັນສຸກວານນີ້ ຊຶ່ງທ່ານກ່າວວ່າ ທ່ານໄດ້ໂອ້ລົມກັບບັນດາພະນັກງານຮັກສາ
ສຸກຂະພາບ ທີ່ກ່າວວ່າ ບໍ່ມີທຶນພຽງພໍສໍາລັບພວກຜູ້ຍິງທີ່ຖືພາ ແລະແມ່ທັງຫລາຍ. ສະ
ຫະລັດ ກ່າວວ່າ ຕົນກໍາລັງໃຫ້ທຶນຕື່ມອີກ 80 ລ້ານໂດລາ ເພື່ອຊ່ວຍກໍາຈັດການແຜ່ເຊື້ອ
HIV ຈາກແມ່ ໄປຫາລູກ ໃຫ້ໝົດສີ້ນໄປ ພາຍໃນປີ 2015.
ກອງປະຊຸມໂຣກເອດສ໌ນາໆຊາດໄດ້ຈັດຂື້ນທີ່ສະຫະລັດ ເປັນຄັ້ງທໍາອິດໃນຮອບ 22 ປີ
ຫລັງຈາກ ປະທານາທິບໍດີ Barack Obama ໄດ້ຍົກເລິກການຫ້າມຄົນທີ່ມີເຊື້ອໄວຣັສ
HIV ບໍ່ໃຫ້ເຂົ້າປະເທດ.
ພວກນັກເຄື່ອນໄຫວຮຽກຮ້ອງໃຫ້ປະເທດອື່ນໆ ຍົກເລີກຂໍ້ຫ້າມພວກຕິດເຊື້ອ
ເຂົ້າປະເທດ: